ໄຟຟ້າລາວ ຫຼຸດລາຍຈ່າຍບໍລິຫານລົງ 20%

ກອງປະຊຸມສະຫຼຸບປີ 2020 ແລະວາງທິດທາງແຜນການປະຈໍາປີ 2021 ຂອງລັດວິສາຫະກິດໄຟຟ້າລາວໄດ້ດໍາເນີນຂຶ້ນໃນວັນທີ 5-6 ເມສາ 2021 ທີ່ສໍານັກງານ, ໃຫຍ່ລັດວິສາຫະກິດໄຟຟ້າລາວໂດຍການເປັນປະທານຂອງ ທ່ານ ສິດທິສອນ ເທບພາສີ ປະທານສະພາບໍລິຫານລັດວິສາຫະກິດໄຟຟ້າລາວ, ທ່ານ ຈັນທະບູນ ສຸກ. ອາລຸນ ຜູ້ອໍານວຍການໃຫຍ່ລັດວິສາຫະກິດໄຟຟ້າລາວພ້ອມດ້ວຍ ຄະນະຝ່າຍຄະນະສາຂາ ແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ຕາມຂໍ້ມູນການເປີດເຜີຍໃນກອງປະຊຸມດັ່ງກ່າວລະບຸວ່າ: ໃນຕະຫຼອດໄລຍະຜ່ານມາພັກ ແລະລັດຖະບານໄດ້ເອົາໃຈໃສ່ ແລະຊີ້ນໍາຢ່າງໃກ້ຊິດ, ເພື່ອໃຫ້ລັດ ວິສາຫະກິດໄຟຟ້າລາວສາມາດຜ່ານຜ່າວິກິດການຕ່າງໆ ຄຽງຄູ່ກັບການພະຍາຍາມແກ້ໄຂສະພາບການດໍາເນີນທຸລະກິດຂາດທຶນເປັນເວລາ 10 ປີຕໍ່ເນື່ອງ ແລະ ສະພາບຫນີ້ສິນອັນມະຫາສານຄຽງຄູ່ ກັນກັບການສ້າງຄວາມເຂົ້າໃຈໃຫ້ກັບສັງຄົມເຊັ່ນ: ຕົ້ນທຶນລາຄາໄຟເພື່ອກະກຽມຮັບມືຈາກຫາງສຽງຈົ່ມວ່າຈາກສັງຄົມ, ໃນ ໄລຍະປັບປຸງໂຄງສ້າງລາຄາໄຟຟ້າໃຫມ່,ການປັບປຸງໂຄງຮ່າງບໍລິຫານອົງກອນໃຫ້ມີຄວາມກະທັດຮັດ,ເຈລະຈາກັບບັນດາແຫຼ່ງຜະລິດ iPP ທີ່ສັນຍາຮ່ວມກັນເພື່ອຂໍ ຊໍາລະຄ່າໄຟເປັນເງິນກີບເພື່ອແກ້ໄຂບັນຫາການແລກປ່ຽນເງິນຕາ, ໂຈະບັນດາໂຄງການທີ່ບໍ່ທັນຮີບດ່ວນ, ປັບປຸງຄືນບັນດາຫນ້າວຽກໃນໂຄງການພັດທະນາຕ່າງໆ ແລະເຈລະຈາຄືນມູນຄ່າໂຄງການຮັບເຫມົາຕ່າງປະເທດ, ໄດ້ປັບຫຼຸດລາຍຈ່າຍບໍລິຫານຂອງໄຟຟ້າລາວລົງ 20% ເພື່ອຂ້າມຜ່ານວິກິດການນີ້, ສໍາເລັດການສະເຫນີ ປັບປຸງໂຄງສ້າງລາຄາຈໍາຫນ່າຍໄຟຟ້າພາຍໃນປະເທດ, ສໍາເລັດການປັບປຸງໂຄງຮ່າງຈາກ 11 ຝ່າຍ ແລະ 3 ຫ້ອງການມາເປັນ 8 ຝ່າຍ ແລະ 1 ຫ້ອງການ,ໄດ້ເລິ່ມສ້າງ ກົນໄກປະເມີນພະນັກງານໂດຍໃຊ້ລະບົບ KPI , ດ້ານວຽກງານຄຸ້ມຄອງເອກະສານແມ່ນກໍາລັງພັດທະນາລະບົບ E-Office ເພື່ອໃຫ້ສາມາດຄຸ້ມຄອງ-ບໍລິຫານ ເອກະສານໄດ້ຢ່າງເປັນລະບົບຄົບຊຸດ , ມີລະບົບ Call center (EDL App) ແລະນອກຈາກນີ້ກໍ່ຍັງໄດ້ສຶກສາຄວາມເປັນໄປໄດ້ໃນການນໍາໃຊ້ລົດໄຟຟ້າ ຫຼື EV ພາຍໃນປະເທດໃຫ້ຫຼາຍເຂື່ອນ.

ສໍາລັບທິດທາງແຜນການໃນຕໍ່ຫນ້າກໍ່ຄືປີ 2021 ນີ້ລັດວິສາຫະກິດໄຟຟ້າລາວຈະໄດ້ສືບຕໍ່ຫຼຸດຜ່ອນພະລັງງານຕົກເຮ່ຍໃນລະບົບໃຫ້ໄດ້ 9%, ສືບຕໍ່ຫຼຸດຜ່ອນຫນີ້ຄ່າ. ກະແສໄຟຟ້າຂອງລູກຄ້າທີ່ເປັນຜູ້ຊົມໃຊ້ໃນຄົວເຮືອນ, ສູ້ຊົນຈໍາຫນ່າຍໄຟຟ້າໃນຂອບເຂດທົ່ວປະເທດໃຫ້ໄດ້ວ່ອງໄວ ແລະມີປະສິດທິພາບ, ສູ້ຊົນກະກຽມແຫຼ່ງ ຜະລິດ ແລະ ສົ່ງໄຟຟ້າເພື່ອຮັບປະກັນການສະຫນອງໄຟໃຫ້ໄດ້ຕາມສັນຍາ, ສືບຕໍ່ປະຕິບັດມາດຕະການແກ້ໄຂສະພາບວິກິດການ-ການເງິນ ຂອງລັດວິສາຫະກິດ ໄຟຟ້າລາວ, ປັບປຸງແຜນພັດທະນາ, ການບໍລິການ ແລະຄຸ້ມຄອງໂຄງການໃຫ້ມີຄຸນນະພາບ ແລະພ້ອມດຽວກັນນີ້ປັບກົນໄກຄຸ້ມຄອງເພື່ອຄົ້ນຫາຄົນດີ-ຄົນເກັ່ງ ພາຍໃນໄຟຟ້າລາວ.ນອກຈາກນັ້ນພາຍໃນກອງປະຊຸມກໍ່ຍັງໄດ້ມີການປະກອບຄໍາຄິດຄໍາເຫັນຈາກບັນດາຄະນະຝ່າຍ, ຄະນະສາຂາເພື່ອປັບປຸງວຽກງານຕ່າງໆຂອງລັດວິສາຫະກິດ ໄຟຟ້າລາວໃຫ້ດີຂຶ້ນເປັນກ້າວ.

ແຫຼ່ງຂໍ້ມູນ: ເສດຖະກິດ-ສັງຄົມ

Comments