ບັນດາການນຳຂັ້ນສູງ ຫຼາຍພາກສ່ວນ ຮ່ວມສົ່ງສະການ ອະດີດພັນລະຍາ ແລະ ລູກຫຼານ ຂອງທ່ານ ຈູມມະລີ ໄຊຍະສອນ ອະດີດປະທານປະເທດ

ໃນຕອນບ່າຍ 13:00 ໂມງ ຂອງວັນທີ 8 ເມສາ 2021 ເປັນມື້ສົ່ງສະການ ທ່ານ ນາງ ແກ້ວສານໃຈ ໄຊຍະສອນ ອະດີດພັນຍາ, ທ່ານ ວິດົງ ໄຊຍະສອນ, ອະດີດກຳມະການສູນກາງພັກ ສະໄໝທີ່ X, ອະດີດເລຂາພັກແຂວງເຈົ້າແຂວງໆວຽງຈັນ, ອະດີດລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ. ທ່ານ ນາງ ແກ້ວສາຍໃຈ ໄຊຍະສອນ ອະດີດພັນລະຍາ ຂອງ ສະຫາຍ ຈູມມະລີ ໄຊຍະສອນ ອະດີດເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດແຫ່ງ ສປປ ລາວ. ພ້ອມດ້ວຍລູກໄພ ແລະ ຫຼານຊາຍ ແລະ ຫຼານສາວ ລວມທັງໝົດຈຳນວນ 6 ສົບທີ່ນຳມາສົ່ງສະການ ຢູ່ທີ່ວັດເທບນິມິດ ທາດຝຸ່ນ ນະຄອນຫຼວງວຽງຈັນ.

ໂດຍມີທ່ານ ທອງລຸນ ສີສຸລິດ ປະທານປະເທດ, ບັນດາຮອງປະທານປະເທດ, ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ, ບັນດາຮອງນາຍົກລັດຖະມົນຕີ, ບັນດາການນຳຂັ້ນສູງ, ອະດີດການນຳ, ຕາງໜ້າຈາກພາກສ່ວນຕ່າງໆ ແລະ ຍາດພີ່ນ້ອງ ແລະ ມວນຊົນເຂົ້າຮ່ວມ.


ຈາກເຫດເຮືອຫຼົ້ມຢູ່ອ່າງນໍ້າງື່ມ ເບື້ອງແດນສະຫວັນ ໃນວັນທີ 4 ເມສາ 2021 ຜ່ານມາ ໂດຍມີຜູ້ເສຍຊີວິດທັງໝົດ 8 ຄົນ ລອດ 31 ຄົນ ລວມຜູ້ໂດຍສານໃນເຮືອ 39 ຄົນ.


ໃນ 5 ມື້ຜ່ານມາສົບຂອງອະດີດພັນລະຍາ, ລູກຫຼານ ຂອງທ່ານຈູມມະລີ ໄຊຍະສອນ ແມ່ນໄດ້ນຳໄປບຳເພັນຢູ່ສະໂມສອນກະຊວງປ້ອງກັນປະເທດ, ເປັນເວລາ 4 ມື້ ແຕ່ວັນທີ 5-8 ເມສາ 2021 ແລະ ສ່ວນ ວັນທີ 8 ເມສາ ບ່າຍ 13:00 ເປັນມື້ສົ່ງສະການ ທີ່ວັດເທບນິມິດ ທາດຝຸ່ນ ນະຄອນຫຼວງວຽງຈັນ.

ແຫຼ່ງຂ່າວຈາກ: ເສດຖະກິດ-ການຄ້າ

Comments