ການກໍ່ສ້າງພື້ນຖານໂຄງສ້າງທາງລົດໄຟ ລາວ-ຈີນ ໄລຍະທາງຜ່ານແຂວງຫຼວງນ້ຳທາ ສຳເລັດແລ້ວ 97%

ການກໍ່ສ້າງພື້ນຖານໂຄງສ້າງທາງລົດໄຟ ລາວ-ຈີນ ສະເພາະສັນຍາທີ 1 ໄລຍະທາງຜ່ານແຂວງຫຼວງນ້ຳທາ ມາຮອດປັດຈຸບັນ ສຳເລັດແລ້ວ 97%. ຂະນະທີ່ຜູ້ປະ ສານງານໂຄງການດັ່ງກ່າວຂອງແຂວງໝັ້ນໃຈວ່າ: ການກໍ່ສ້າງທຸກໜ້າວຽກຈະສໍາເລັດພາຍໃນທ້າຍປີນີ້ແນ່ນອນ.

อาจเป็นรูปภาพของ กลางแจ้ง

ທ່ານ ຈັນທະຈອນ ແກ້ວນະຄອນ, ຜູ້ປະສານງານໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ແຂວງຫລວງນໍ້າທາ ໃຫ້ສໍາພາດຕໍ່ນັກຂ່າວວິທະຍຸກະຈາຍສຽງແຫ່ງຊາດ ໃນວັນທີ 7 ເມສາ 2021 ວ່າ: ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ສະເພາະສັນຍາທີ 1 ໄລຍະທາງຜ່ານແຂວງຫຼວງນ້ຳທາ ມີຄວາມຍາວທັງໝົດ 16,9 ກິໂລແມັດ, ປະ ກອບມີ 2 ສະຖານນີ ຄື: ສະຖານີ ບໍ່ເຕັນ ເປັນສະຖານີສຳລັບໂດຍສານ ແລະ ເປັນຈຸດກວດກາຄົນເຂົ້າ-ອອກເມືອງ ແລະ ສະຖານີ ນາເຕີຍ ເປັນສະຖານີໃຫຍ່ສຳລັບໂດຍ ສານ ແລະ ມີລະບົບສາງຄ່ຽນຖ່າຍສິນຄ້າຢູ່ນຳ. ໃນນີ້ ໄດ້ກໍ່ສ້າງຂົວໃຫຍ່ 7 ແຫ່ງ ແລະ ເຈາະອຸໂມງ 3 ແຫ່ງ. ມາຮອດປັດຈຸບັນ ບໍລິສັດ ກໍ່ສ້າງທາງລົດໄຟເລກ 5, ບໍລິສັດ ກໍ່ສ້າງທາງລົດໄຟເລກ 2 ແລະ ບໍລິສັດ ກໍ່ສ້າງ ວິສະວະກຳທາງລົດໄຟ ຈາກ ສປ ຈີນ ເຊີ່ງເປັນຜູ້ຮັບເໝົາກໍ່ສ້າງ ສັນຍາທີ 1 ໄດ້ກໍ່ສ້າງສໍາເລັດ ດັ່ງນີ້: – ກໍ່ສ້າງອຸໂມງໄລຍະຜ່ານແຂວງຫຼວງນ້ຳທາ ມີ 3 ແຫ່ງ, ມີຄວາມຍາວທັງໝົດ 10.051,5 ແມັດ, ການກໍ່ສ້າງຂົວ ແລະ ການກໍ່ສ້າງຄັນທາງ ສຳເລັດ 100%.

อาจเป็นรูปภาพของ 1 คน และกำลังนั่ง

ກໍ່ສ້າງອາຄານສະຖານີ ບໍ່ເຕັນ ສຳເລັດ 45% ແລະ ສະຖານີ ນາເຕີຍ ສຳເລັດ 73%, ນອກນີ້ ຍັງໄດ້ກໍ່ສ້າງລະບົບລະບາຍນ້ຳຢູ່ຂອບເຂດຂອງສອງສະຖານີດັ່ງກ່າວ ແລະ ຄາດວ່າເດືອນຕຸລາ ປີ 2021 ຈະໃຫ້ສຳ ເລັດ 100%.

อาจเป็นรูปภาพของ ถนน

ກໍ່ສ້າງສະຖານີກະຈາຍໄຟຟ້າພ້ອມທັງລະບົບຕ່າຄ່າຍໄຟ ເພື່ອສະໜອງໃຫ້ແກ່ສະ ຖານີ ນາເຕີຍ ແລະ ຂະບວນລົດໄຟ ສຳເລັດ 76% ແລະ ຄາດວ່າເດືອນ 6 ປີ 2021 ຈະໃຫ້ສຳເລັດ 100%.- ສ່ວນຄວາມຄືບໜ້າໃນການຕິດຕັ້ງລະບົບລາງລົດໄຟ ແມ່ນໄດ້ເລີ່ມວາງແຕ່ນະ ຄອນຫຼວງວຽງຈັນ ຫາ ບໍ່ເຕັນ (ຊາຍແດນ ລາວ-ຈີນ) ແຂວງຫຼວງນ້ຳທາ ມາຮອດປັດບັນ ມາຮອດເຂດເມືອງໄຊ, ແຂວງອຸດົມໄຊ ເທົ່າກັບຫລາຍກວ່າ 80% ຂອງຄວາມຍາວທັງໝົດ 400 ກວ່າກິໂລແມັດ ແລະ ຄາດວ່າຮອດທ້າຍເດືອນພຶດສະພາ ປີ 2021 ຈະວາງມາຮອດແຂວງຫຼວງນ້ຳທາ. ທ່ານ ຈັນທະຈອນ ແກ້ວນະຄອນ ໃຫ້ຮູ້ຕື່ມວ່າ: ເຖີງວ່າສະພາບການລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ການກໍ່ສ້າງພົບຄວາມຫຍຸ້ງຍາກຫລາຍສົມຄວນກໍ່ຕາມ ແຕ່ການກໍ່ສ້າງພື້ນຖານໂຄງສ້າງທາງລົດໄຟ ລາວ-ຈີນ ສະເພາະສັນຍາທີ 1 ໄລຍະທາງຜ່ານແຂວງຫຼວງນ້ຳທາ ມີຄວາມຄືບໜ້າຢ່າງຕໍ່ດນື່ອງ ແລະ ສາມາດຕີລາຄາໂດຍລວມສຳເລັດແລ້ວ 97% ເຮັດໃຫ້ໝັ້ນໃຈວ່າການກໍ່ສ້າງທັງໝົດຈະສໍາເລັດພາຍໃນທ້າຍປີນີ້ຕາມແຜນການທີ່ວາງໄວ້ແນ່ນອນ

อาจเป็นรูปภาพของ ทางรถไฟ และท้องฟ้า
อาจเป็นรูปภาพของ กลางแจ้ง

Comments