ບໍລິສັດ ເບສ ເທເລຄອມ ປະກອບສ່ວນສະໜັບໜູນການປັບປຸງພື້ນຖານໂຄງລ່າງ ກອງພັນ 224 (ກອງພັນວິລະຊົນ) ມູນຄ່າ 500 ລ້ານກີບ.

ໃນຕອນເຊົ້າຂອງວັນທີ 9 ເມສາ 2021 ບໍລິສັດ ເບສ ເທເລຄອມ ໄດ້ມອບເງິນອຸປະຖໍາຈໍານວນ 500 ລ້ານກີບ ໃຫ້ ກອງພັນ 224  (ກອງພັນວິລະຊົນ)  ຢູ່ທີ່ ກອງພັນ 224, ນະຄອນຫຼວງວຽງຈັນ. ເປັນກຽດມອບໂດຍ ທ່ານ ລິດທິໄກ ພູມມະສັກ ຕາງໜ້າບໍລິສັດ ເບສ ເທເລຄອມ, ຕາງໜ້າຮັບໂດຍທ່ານ ພົນຈັດຕະວາ ຄໍາຄິດ ໄຊສົງຄາມ, ຫົວໜ້າກົມສື່ສານ, ກົມໃຫຍ່ເສນາທິການກອງທັບ,  ພ້ອມດ້ວຍບັນດາ ຄະນະບັນຊາ ກອງພັນ  224, ຄະນະບໍລິສັດ ເບສ ເທເລຄອມ, ພະນັກງານ ແລະ ສື່ມວນຊົນເຂົ້າຮ່ວມ.

  ຈໍານວນງົບດັ່ງກ່າວແມ່ນຈະນໍາໄປປະກອບສ່ວນໃນການປັບປຸງພື້ນຖານໂຄງລ່າງຂອງກອງພັນວິລະຊົນ ກອງພັນ 224 (ກອງ​ພັນ ​ວິ​ລະ​ຊົນ​ ຂອງ​ເຫຼົ່າ​ຮົບ​ສື່​ສານ) ແລະ ງົບປະມານດັ່ງກ່າວ ແມ່ນຈະນໍາໃຊ້: ກໍ່​ສ້າງ​​ເສັ້ນ​ທາງ​ພາຍ​ໃນ​ຄ້າຍ​ພ້ອມ​ວາງ​ຫີນ​ອັດ​ແໜ້ນຍາວ 623 ແມັດ, ກວ້າງ 6 ແມັດ ມູນ​ຄ່າ 141.028.000 ກີບ, ກໍ່​ສ້າງ​ປະ​ຕູ​ໂຂງ​ເຂົ້າ​ຄ້າຍ ກວ້າງ 5.30 ແມັດ, ສູງ 05 ແມັດ, ພ້ອມ​ປ້ອມ​ຍາມ ແລະ ຕິດ​ຕັ້ງ​ອາ​ລູ​ຊິ່ງ​ບັງ​ສອງ​ຟາກ​ທາງ​ເຂົ້າ​ຄ້າຍ ມູນ​ຄ່າ 55.428.000 ກີບ, ກໍ່​ສ້າງ​ກຳ​ແພງ​ດ້ານ​ໜ້າ​ຍາວ 117 ແມັດ, ສູງ 2.20 ແມັດ, ແລະ ກ​ໍ່​ສ້າງ​ຮົ້ວ​ໜາມ​ໝາກ​ຈັບ ຍາວ 620 ແມັດ, ມູນ​ຄ່າ 66.518.000 ກີບ, ກໍ່​ສ້າງ​ກະ​ລ່າ​ລົດ ຂະ​ໜາດກວ້າງ 15 ແມັດ, ຍາວ 36 ແມັດ ສາ​ມາດ​ບັນ​ຈຸ​ພາ​ຫະ​ນະ​ເຕັກ​ນິກ​ລົດ​ວິ​ຊາ​ສະ​ເພາະ​ໄດ້​ 18 ຄັນ ມູນ​ຄ່າ  172.949.000 ກີບ, ປັບ​ປຸງ​ບັນ​ດາ​ໜ້າ​ວຽກ​ຕ່າງໆ ພາຍ​ໃນ​ຄ້າຍ​ເຊັ່ນ: ລະ​ບົບ​ທໍ່​ນ້ຳ​ປະ​ປາ, ທາ​ສີ​ອາ​ຄານ​ຈຳ​ນວນ​ໜຶ່ງ​ມູນ​ຄ່າ 11.461.000 ກີບ.

ນອກ​ຈາກ​ນີ້, ຍັງ​ໄດ້​ປະ​ກອບ​ສ່ວນ​ອຸ​ປະ​ຖຳ​ທາງ​ດ້ານ​ອຸ​ປະ​ກອນ​ຄອມ​ພິວ​ເຕີ ແລະ ເຄື່ອງ​ຮັບ​ໃຊ້​ຫ້ອງ​ການ​ຈຳ​ນວນ​ໜຶ່ງ ມູນ​ຄ່າ: 52,616,000 ກີບ.  

 ພ້ອມດຽວກັນນັ້ນ, ທາງ ກອງພັນ 224 ຍັງໄດ້ມອບໃບກຽດຕິຄຸນໃຫ້ແກ່ບໍລິສັດ ເບສ ເທເລຄອມ .

Comments