ຮອງເຈົ້າເມືອງສະໜາມໄຊ ຢືນຢັນ ເຮືອນພັກຊົ່ວຄາວຈະສໍາເລັດຕາມແຜນ

ອີງຕາມການລາຍງານຈາກ ທ່ານ ນາງ ມະນີລາ ໄສສົມບູມ ຮອງເຈົ້າເມືອງສະໜາມໄຊ ແຂວງອັດຕະປື ໄດ້ໃຫ້ຮູ້ວ່າ: ປະຊາຊົນຜູ້ທີ່ຖືກຜົນກະທົບຈາກໄພພິບັດ ຢູ່ເມືອງສະໜາມໄຊ ຈະຍົກຍ້າຍເຂົ້າໄປຢູ່ເຮືອນພັກຊົ່ວຄາວ ບໍ່ກາຍເດືອນພະຈິກ 2018 ນີ້ຢ່າງແນ່ນອນ.

(ຮູບປະກອບຂ່າວ)

ສຳລັບການຈັດຕັ້ງຈັດສັນທີ່ຢູ່ອາໄສໃຫ້ປະຊາຊົນຜູ້ຖືກຜົນກະທົບນັ້ນ, ຄະນະຕ້ານໄພພິບັດໄດ້ຈັດຕັ້ງປະຕິບັດເປັນ 3 ໄລຍະ ຄື: ໄລຍະສຸກເສີນ, ໄລຍະຊົ່ວຄາວ ແລະ ໄລຍະຈັດສັນຖາວອນ ມາຮອດປັດຈຸບັນ ແມ່ນຕົກຢູ່ໃນໄລຍະຈັນສັນຊົ່ວຄາວ, ເຊິ່ງລວມມີ 5 ຈຸດໂດຍການກໍ່ສ້າງຂອງບໍລິສັດ ເອສເຄ ແລະ ລັດຖະບານ ລາວ ໃນນັ້ນ:

-ຈຸດທີ 1 ແມ່ນຢູ່ໂຮງຮຽນປະຖົມບ້ານຫາດຍາວ ມີ 140 ຫ້ອງ ແລະ ໄດ້ຈັດສັນປະຊາຊົນໄປຢູ່ມີ 138 ຄອບຄົວ.

-ຈຸດທີ 2 ແມ່ນຢູ່ຈຸດດົງບາກ ມີ 45 ຫຼັງ (ໄດ້ຈັດໃຫ້ບ້ານໃໝ່, ບ້ານທ່າຫີນໃຕ້).

-ຈຸດທີ 3 ແມ່ນຈຸດພັກຊົ່ວຄາວ ຢູ່ບ້ານຕໍມໍຢອດ ໂດຍແມ່ນປະຊາຊົນບ້ານຫີນລາດ ມີ 701 ຄົນ,ມີ 500 ຫຼັງ ໃນນີ້, ລັດຖະບານຈັດຊື້ 450 ຫຼັງ ແລະ ບໍລິສັດປະກອບສ່ວນຊ່ວຍ 50 ຫຼັງ,

-ຈຸດທີ 4 ແມ່ນຢູ່ດອນບົກ, ໂດຍແມ່ນ ບ້ານທ່າແສງຈັນ ມີ 125 ຄອບຄົວ, ພົນລະເມືອງ 523 ຄົນ.   -ຈຸດທີ 5 ແມ່ນຢູ່ຈຸດປິນດົງ ມີ 89 ຄອບຄົວ, ພົນລະເມືອງ 330 ຄົນ.

ໃນການຈັດສັນພໍ່ແມ່ປະຊາຊົນໄປຢູ່ເຮືອນພັກຊົ່ວຄາວນີ້ ຄາດວ່າບໍ່ໃຫ້ກາຍເດືອນພະຈິກ 2018 ປີນີ້.

ຂໍ້ມູນຈາກ:ຂປລ.

Comments