ເຈົ້າໜ້າທີ່ພາສີໄທ ນຳເງິນ 38 ລ້ານບາດ ໄປຝາກທະນາຄານ

ເຈົ້າໜ້າທີ່ພາສີໄທ ໄດ້ນຳເງິນ 38 ລ້ານບາດ (ສະກຸນເງິນໄທ) ໄປຝາກທະນາຄານກຸງໄທ ສາຂາໜອງຄາຍ ລໍຖ້າດຳເນີນຄະດີສິ້ນສຸດ ແລະ ສະເໜີກະຊວງການເງິນຂອງໄທ ພິຈາລະນາກ່ອນຍຶດເຂົ້າຄັງ.

ອີງຕາມການລາຍງານຂອງສຳນັກຂ່າວໄທ ເງິນຈຳນວນດັ່ງກ່າວທີ່ຍຶດໄດ້ຈາກຄົນລາວ 3 ຄົນ ຊາຍໜຶ່ງ ຍິງສອງ ໂດຍທີ່ຜູ້ຊາຍເປັນຄົນຂັບລົດໃຫ້ການຕໍ່ເຈົ້າໜ້າທີ່ໄທວ່າເປັນເຈົ້າຂອງ 4 ລ້ານບາດ, ຍິງຄົນໜຶ່ງເປັນເຈົ້າຂອງ 4 ລ້ານບາດ ແລະ ອີກ 30 ລ້ານບາດເປັນຂອງແມ່ຍິງອີກຄົນໜຶ່ງ.

ຕາມການລວບລວມຂໍ້ມູນຂອງເຈົ້າໜ້າທີ່ໄທ ມາຮອດປັດຈຸບັນຍັງບໍ່ທັນພົບວ່າເງິນຈຳນວນດັ່ງກ່າວກ່ຽວຂ້ອງກັບບັນຫາຢາເສບຕິດ ພ້ອມທັງຕັ້ງຂໍ້ສົງໄສວ່າ: ຄະດີນີ້ອາດເປັນການລັກລອບເອົາເງິນໂດລາມາແລກເປັນເງິນບາດຢູ່ປະເທດໄທ ແລ້ວນຳກັບຄືນປະເທດ ເພື່ອຫຼີກການເສຍພາສີ 30% ໃຫ້ລັດຖະບານລາວ.

 

Comments