ກັບມາສ້າງຄວາມມ່ວນຊື່ນອີກຄັ້ງ!!! ກັບງານ  “LBC Oktoberfest”  ມ່ວນ!! ມັນ!! ກວ່າເກົ່າແນ່ນອນ…..

ເຊີນທຸກທ່ານຄໍເບຍທັງຫຼາຍ!!! ມາຮ່ວມເທສະການສະຫຼອງເບຍລະດັບສາກົນ ທີ່ຈະມາມອບຄວາມມ່ວນ ຄວາມຊື່ນ ແລະ ຕື່ນຕາຕື່ນໃຈ ອີກຄັ້ງກັບງານ “LBC Oktoberfest 2018” ປີທີ II ທີ່ຈະຈັດຂຶ້ນທັງໝົດ 4 ມື້, ໃນວັນທີ 18-19-20-21 ເດືອນ ຕຸລາ 2018 ທີ່ຈະມາເຖີງນີ້. ທີ່ລານຈອດລົດຫໍວັດທະນະທຳແຫ່ງຊາດ, ເວລາ 18:30 ໂມງເປັນຕົ້ນໄປ.

ໃນງານທ່ານຈະໄດ້ພົບກັບສິນລະປິນທີ່ມີຊື່ສຽງຈາກທັງພາຍໃນ ແລະ ວົງຈາກດົນຕຣີຈາກເອຣົບທີ່ມີປະສົບການຮ່ວມຫຼິ້ນດົນຕີໃນງານ Oktoberfest ທີ່ປະເທດເຢຍລະມັນ ແລະ ຫຼາຍໆປະເທດ….

ບັນຍາກາດທີ່ແປກໃຫມ່ຕື່ນຕາຕື່ນໃຈໃຫ້ທຸກທ່ານໄດ້ຮ່ວມຖ່າຍຮູບເກັບໄວ້ເປັນຄວາມຊົງຈຳທີ່ດີໆ,

ພົບກັບການເຕັ້ນລຳທີ່ມີຄວາມມ່ວນຊື່ນເປັນເອກະລັກຂອງງານ, ມີເມນູອາຫານແຊບໆທີ່ເປັນເອກະລັກຂອງ ເທສະການ Oktoberfest ຈາກຮ້ານອາຫານຊື່ດັງໃນນະຄອນຫຼວງວຽງຈັນ ຈະມາລວມຕົວກັນທີ່ງານນີ້, ພ້ອມເສີບເບຍສົດຣົດຊາດດີ Beerlao, Beerlao (Crafty), Carlsberg. ໃຫ້ທຸກຄົນທີ່ມາຮ່ວມງານໄດ້ມ່ວນຊື່ນ ແລະ ສຳຜັດກັບບັນຍາກາດ ຂອງການສະເຫຼີມສະຫຼອງງານ Oktoberfest ເຕັມຈຸໃຈທັງ  4 ຄືນ.

Oktoberfest ມີຕົ້ນກໍາເນີດ ໃນປະເທດເຢຍລະມັນ ແລະ ປັດຈຸບັນ ໄດ້ຮັບຄວາມນິຍົມໄປທົ່ວໂລກ ເຊິ່ງການຈັດງານແມ່ນ ຈະເລີ່ມໃນທ້າຍອາທິດຂອງເດືອນກັນຍາ ແລະ ສິ້ນສຸດໃນເດືອນຕຸລາ ຂອງທຸກໆປີ ເລີ່ມມາແຕ່ປີ 1810. ໃນປັດຈຸບັນ Oktoberfest ເປັນງານສະເຫຼີມສະຫຼອງທີ່ໄດ້ຮັບຄວາມນິຍົມໃນອາຊີທີ່ສຸດ.

ດັ່ງນັ້ນບໍລິສັດເບຍລາວ ຈຶ່ງໄດ້ນໍາເອົາ ງານດັ່ງກ່າວມາຈັດໃນລາວປີນີ້ເປັນປີທີ 2 ແລ້ວ ເພື່ອໃຫ້ຄົນລາວ ແລະ ຄົນຕ່າງປະເທດທີ່ອາໄສຢູ່ລາວ ໄດ້ສໍາຜັດກັບບັນຍາກາດ ຂອງການສະເຫຼີມສະຫຼອງ Oktoberfest ທີ່ຈັດຂຶ້ນໃນທົ່ວໂລກ. 

Comments