ສປປ ລາວ ຈັດງານສະເຫຼີມສະຫຼອງວັນເດັກຍິງສາກົນ ປະຈຳປີ 2018

ໃນວັນທີ 11 ຕຸລາ 2018, ທີ່ສູນການຄ້າລາວ-ໄອເຕັກ ນະຄອນຫຼວງວຽງຈັນ, ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບອົງກອນຕ່າງໆ ຂອງສະຫະປະຊາຊາດ ໄດ້ຈັດງານສະເຫຼີມສະຫຼອງວັນເດັກຍິງສາກົນ ປະຈຳປີ 2018 (ວັນຄົບຮອບວັນເກີດນາງນ້ອຍ ຄັ້ງທີ 2) ພາຍໃຕ້ຫົວຂໍ້ “ຮ່ວມກັບນາງນ້ອຍ ສົ່ງເສີມທັກສະເດັກຍິງ”.

ງານດັ່ງກ່າວ, ໄດ້ມີການທົບທວນຜົນການຈັດຕັ້ງປະຕິບັດວຽກງານ ໃນໄລຍະຜ່ານມາ ແລະ ບາງວຽກງານຈຸດສຸມ ທີ່ເປັນບູລິມະສິດຮ່ວມກັນໃນຕໍ່ໜ້າ, ພ້ອມທັງເປັນການລະດົມຂົນຂວາຍຊອກຫາທຸກແຫຼ່ງທຶນ ທັງພາຍໃນ ແລະ ຕ່າງປະເທດ ເພື່ອໃຫ້ການສະໜັບສະໜູນສ້າງທັກສະຄວາມສາມາດໃຫ້ເດັກຍິງ ຜູ້ທີ່ດ້ອຍໂອກາດໃນເຂດເປົ້າໝາຍ ໂດຍສະເພາະຢູ່ເຂດຊົນນະບົດຫ່າງໄກສອກຫຼີກ ໃຫ້ໄດ້ເຂົ້າເຖິງຂໍ້ມູນຂ່າວສານ ທີ່ຖືກຕ້ອງ, ມີຊີວິດການເປັນຢູ່ຢ່າງປອດໄພ, ໄດ້ຮັບການສຶກສາຢ່າງທົ່ວເຖິງ, ມີສຸຂະພາບແຂງແຮງ ແລະ ມີຄວາມສະເໝີພາບເທົ່າທຽມກັບເພດຊາຍ.

October 11 th is globally marked as International
Day of the Girl Child. The day aims to highlight
and address the needs and challenges that girls
face while promoting girls’ empowerment and
fulfillment of their rights.

This year Lao PDR will celebrate under the
adapted theme “With Noi: Skilled GirlForce”.
Come and join our event at: https://bit.ly/2OCzyOd to learn more about Noi and celebrate the contributions and potential of girls in Lao PDR.

Comments