ລົງປະຕິບັດງານພາກສະໜາມແລ້ວ ຄາດວ່າພາຍໃນ 6 ເດືອນໃຫ້ສໍາເລັດ

ທີມງານເກັບກູ້ລະເບີດ ກອງທັບຣັດເຊຍ ລົງປະຕິບັດງານພາກສະໜາມແລ້ວ ຄາດວ່າພາຍໃນ 6 ເດືອນໃຫ້ສໍາເລັດພື້ນທີ່ 100 ເຮັກຕ້າ

ທີມງານເກັບກູ້ລະເບີດຈາກສູນເກັບກູ້ລະເບີດສາກົນຂອງກອງທັບຣັດເຊຍ International Mine Action Centre 36 ຄົນ ໄດ້ຮ່ວມກັບເຈົ້າໜ້າທີ່ຝ່າວລາວ ລົງກວດສອບພື້ນທີ່ບໍລິເວນບ້ານຫຼັກຊາວ ເມືອງຄໍາເກີດ ແຂວງບໍລິຄຳໄຊ ເພື່ອປະຕິບັດພາລະກິດໃນການຄົ້ນຫາລູກລະເບີດບໍ່ທັນແຕກ ຈາກສົງຄາມອິນດູຈີນທີ່ສະຫະລັດອາເມຣິກາ ຖີ້ມໃສ່ໄລຍະປີ 1964-1973.

ການຄົ້ນຫາຈະເລີ່ມແຕ່ເດືອນຕຸລາ 2018 ຫາ ເດືອນມີນາ 2019 ໃນພື້ນທີ່ 100 ເຮັກຕາ ຂອງຂອບເຂດ 5 ໝູ່ບ້ານເປົ້າໝາຍ.

 

Comments