ຂ່າວ ພາຍໃນປະເທດ

ທາງລົດໄຟລາວ-ຈີນ ທີ່ຜ່ານແຂວງອຸດົມໄຊ ຄືບໜ້າ

ໂຄງການກໍ່ສ້າງທາງລົດໄຟແຕ່ຊາຍແດນລາວ-ຈີນ ທີ່ຜ່ານແຂວງອຸດົມໄຊ 126,6 ກິໂລແມັດ, ປະກອບມີ 3 ສັນຍາ, 8 ກຸ່ມບໍລິສັດກໍ່ສ້າງ, ມີອຸບມຸງ 32 ອຸບມຸງ, ຄວາມຍາວລວມ 83.697,5 ແມັດ ສັງລວມແລ້ວເຫັນວ່າ ວຽກເຈາະອຸບມຸງ ທັງສາມສັນຍາ ສາມາດປະຕິບັດໄດ້ 79 ຈຸດກໍ່ສ້າງ(ປາກອຸບມຸງທັງໝົດລວມທັງອຸບມຸງອຽງເຈາະດ້ານຂ້າງ) ຂອງ 25 ອຸບມຸງ, ລວມຄວາມຍາວທີ່ສາມາດເຈາະໄດ້ທັງໝົດ 45.009 ແມັດ. ໃນນີ້ສະເພາະແລວເສັ້ນແດງທາງລົດໄຟເຈາະໄດ້ 37.456 ແມັດ. ເທົ່າກັບ 44,76% ຂອງຄວາມຍາວທັງໝົດຂອງໄລຍະຜ່ານແຂວງອຸດົມໄຊ . ໃນຈໍານວນອຸບມຸງທີ່ເຈາະນັ້ນ ສາມາດເຈາະສຳເລັດແລ້ວ 3 ແຫ່ງຄື: 1. ນາທົງ 1 (ບ້ານນາທົງ, ເມືອງນາໝໍ້) ຄວາມຍາວ 730 ແມັດ. 2. ກໍ່ນ້ອຍ3 (ບ້ານຫ້ວຍຍຳ, ເມືອງໄຊ). ຄວາມຍາວ 558 ແມັດ. 3. ນາວອນ (ບ້ານທ້ຽວ, ເມືອງໄຊ) ຄວາມຍາວ 567 ແມັດ. ...

Read More »

ຄະນະກຳມະການ ກວດກາສູນກາງພັກ ກອມມູນິດຫວຽດນາມ ຢ້ຽມຢາມລາວ

ວັນທີ 31 ຕຸລາ 2018, ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເຈິນເກີ້ມຕູ້ ເລຂາທິການສູນກາງພັກ, ປະທານຄະນະກຳມະການກວດກາສູນກາງພັກກອມມູນິດຫວຽດນາມ ພ້ອມຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ແຕ່ວັນທີ 30 ຕຸລາ ເຖິງ 1 ພະຈິກ 2018. ສະຫາຍ ບຸນຍັງ ວໍລະຈິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ ສະຫາຍ ເຈິນເກີ້ມຕູ້ ທີ່ໄດ້ນຳພາຄະນະເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້, ພ້ອມນີ້, ສະຫາຍ ເລຂາທິການໃຫຍ່ ຍັງໄດ້ຕີລາຄາສູງຕໍ່ຜົນການພົບປະສອງຝ່າຍ ກັບ ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ, ປະທານຄະນະກວດກາສູນກາງພັກ, ...

Read More »

ຮອງລັດຖະມົນຕີ ຖວທ ຕ້ອນຮັບຊ່ຽວຊານ ICOMOS

ໃນວັນທີ 30 ຕຸລາ 2018, ທ່ານ ບົວເງິນ ຊາພູວົງ ຮອງລັດຖະມົນຕີ ກະຊວງຖະ ແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ຄຣິສໂຕເຟີ ຄລາວ ໂຈເຊບ ຊ່ຽວຊານ ICOMOS ຈາກອົງການອຸຍເນັດສໂກ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກໃນລະຫວ່າງວັນທີ 20-30 ຕຸລາ 2018 ເພື່ອການປະເມີນໄຫຫີນ ແຂວງຊຽງຂວາງ ໃນການຮັບຮອງເຂົ້າເປັນມໍລະດົກໂລກ. ໃນໂອກາດດັ່ງກ່າວ, ທ່ານ ບົວເງິນ ຊາພູວົງ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາສູງ ຕໍ່ ທ່ານ ຄຣິສໂຕເຟີ ຄລາວ ໂຈເຊບ ທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້, ເຊິ່ງເປັນການປະກອບສ່ວນອັນສໍາຄັນ ເຂົ້າໃນການເສີມຂະຫຍາຍສາຍພົວ ພັນມິດຕະພາບ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສປປ ລາວ ແລະ ອົງການອຸຍເນັດສໂກ ໃຫ້ໄດ້ຮັບການພັດທະນາ ...

Read More »

ຈະປັບລາຄາບັດລົດເມນະໂຍບາຍ ໃນສາມສາຍທາງ

ອໍານວຍການລັດວິສາຫະກິດລົດເມ ນະຄອນຫຼວງວຽງຈັນ ໄດ້ອອກແຈ້ງການ ເລກທີ 1868/ລລມ.ນວ ລົງວັນທີ 29/10/2018 ເຖິງບັນດານັກສຶກສາ ຜູ້ທີ່ນໍາໃຊ້ບັດລົດເມນະໂຍບາຍ ດ້ວຍລະບົບ ໄອທີຊີ (ITC) ວ່າ: ທາງບໍລິສັດໄດ້ຮ່ວມກັບໂຄງການປັບປຸງຂົນສົ່ງສາທາລະນະໃນຕົວເມືອງ ນະຄອນຫຼວງວຽງຈັນໄລຍະ 2 ຂອງອົງການໄຈກາ (JICA) ປະເທດຍີ່ປຸ່ນ ຈະໄດ້ປັບລະບົບການນໍາໃຊ້ບັດໃຫ້ນໍາໃຊ້ໄດ້ເປັນບາງສາຍທາງ ແລະ ປັບລາຄາຂອງບັດລົດເມ ນະໂຍບາຍຄືນໃໝ່ ເພື່ອໃຫ້ມີຄວາມເໝາະສົມ ຈາກລາຄາເກົ່າໃນເມື່ອກ່ອນດັ່ງນີ້:……   ສ່ວນບັດທີ່ໄດ້ລົງທະບຽນນໍາໃຊ້ແລ້ວໃນໄລຍະປີ 2018-2019 ແມ່ນຍັງສາມາດນໍາໃຊ້ໄດ້ຈົນກວ່າຈະໝົດອາຍຸຂອງບັດໃນປີ 2019 ແລະ ລາຄາໃໝ່ນີ້ແມ່ນຈະເລີ່ມປະຕິບັດນັບແຕ່ວັນທີ 5 ພະຈິກ 2018 ເປັນຕົ້ນໄປ. Cr ລັດວິສາຫະກິດລົດເມ ນະຄອນຫຼວງວຽງຈັນ .  

Read More »

ເບຍລາວ ອອກແຈ້ງການ ປັບປຸງລາຄາຂາຍຍົກ

ອອກມາແລ້ວແຈ້ງການຜູ້ອໍານວຍການບໍລິສັດເບຍລາວ ຈໍາກັດ ສະບັບເລກທີ 2714 ລົງວັນທີ 29-10-2018 ເລື່ອງການປັບປຸງລາຄາຂາຍຜະລິດຕະພັນຂອງບໍລິສັດເບຍລາວ ຈໍາກັດ.   ເພື່ອເຮັດໃຫ້ການດໍາເນີນທຸລະກິດຂອງບໍລິສັດມີສະພາບຄ່ອງ,ສາມາດແຂ່ງຂັນໃນຕະຫຼາດ ແລະ ເນື່ອງຈາກອັດຕາເງິນເຟີ້ ແລະ ລາຄາຕົ້ນທຶນການຜະລິດໄດ້ເພີ້ມຂຶ້ນຢ່າງຕໍ່ເນື່ອງ, ດັ່ງນັ້ນ ບໍລິສັດເບຍລາວ ຈໍາກັດ ຈຶ່ງໄດ້ມີການກໍານົດລາຄາຂາຍຍົກ ເບຍແກ້ວໃຫຍ່,ແກ້ວນ້ອຍ,ເບຍກະປອງ ແລະ ເບຍສົດ ດັ່ງນີ້…… ລາຄານີ້ເລີ່ມປະຕິບັດແຕ່ວັນທີ 30 ຕຸລາ 2018 ເປັນຕົ້ນໄປ.

Read More »

ມູນຄ່າການນໍາເຂົ້າ-ສົ່ງອອກ ປະຈໍາເດືອນ 9 ປີ 2018

ມູນຄ່າການນໍາເຂົ້າ-ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນ 9 ປີ 2018 ປະຕິບັດໄດ້ 724 ລ້ານໂລດາສະຫະລັດ ຍັງບໍ່ທັນລວມເອົາການສົ່ງອອກໄຟຟ້າ. ໃນນັ້ນ ມູນຄ່າການນໍາເຂົ້າປະຕິບັດໄດ້ 426 ລ້ານໂລດາສະຫະລັດ ສ່ວນສໍາລັບມູນຄ່າການສົ່ງອອກແມ່ນປະຕິບັດໄດ້ 298 ລ້ານໂລດາສະຫະລັດ. ສິນຄ້າສົ່ງອອກຫຼັກຂອງ ສປປ ລາວ ປະຈໍາເດືອນ 9 ປະກອບມີ: ແຮ່ທອງ ແລະ ເຄື່ອງຂອງທີ່ເຮັດດ້ວຍທອງແດງ, ໂຄງຮ່າງ ແລະ ຊີ້ນສ່ວນກ້ອງບັນທຶກພາບ, ເຄື່ອງໄຟຟ້າ ແລະ ອຸປະກອນເຄື່ອງໃຊ້ໄຟຟ້າ, ເຄື່ອງດື່ມ, ເຄື່ອງນຸ່ງ, ໝາກກ້ວຍ, ງົວ, ຄວາຍ ແລະ ອື່ນໆ. ສິນຄ້າສົ່ງອອກທີ່ຍັງກວມສູງກ່ວາໝູ່ແມ່ນແຮ່ທອງ ກວມ 26,04% ສ່ວນທອງແດງ ແລະ ເຄື່ອງຂອງທີ່ເຮັດດ້ວຍທອງແດງ ກວມ 12,45%. ແຫຼ່ງຂໍ້ມູນຈາກ: ກະຊວງອຸດສະຫະກໍາ ແລະ ການຄ້າ ຮູບປະກອບຈາກ: ອິນເຕີເນັດ

Read More »

ພື້ນຖານໂຄງລ່າງ ໄຊຍະບູລີ ຂະຫຍາຍຕົວ

ຜ່ານມາແຂວງ ໄຊຍະບູລີ ໄດ້ເອົາໃຈໃສ່ໃນການພັດທະນາພື້ນຖານໂຄງລ່າງດ້ວຍຄວາມຮັບຜິດຊອບສູງ ແລະ ໄດ້ວາງຄາດໝາຍສູ້ຊົນຈັດຕັ້ງປະຕິບັດໂດຍເລັ່ງໃສ່ວຽກງານຂົວ-ທາງເປັນບຸລິມະສິດຕົ້ນຕໍ ໂດຍມີ 137 ໂຄງການ, ມູນຄ່າທັງໝົດ 7.877,81 ຕື້ກີບ, ໃນນັ້ນທຶນຕ່າງປະເທດ 564,12 ຕື້ກີບ ແລະ ທຶນພາຍໃນ 7.313,69 ຕື້ກີບ. ທ່ານ ແພງຊ້ອຍ ແພງເມືອງ ຫົວໜ້າພະແນກ ໂຍທາທິການ ແລະ ຂົນສົ່ງ ແຂວງໄຊຍະບູລີ ໃຫ້ຮູ້ຕື່ມອີກວ່າ: ແຜນການຈັດຕັ້ງປະຕິບັດໃນໄລຍະ 5 ປີ (2016-2020) ມາຮອດປັດຈຸບັນສາມາດປະຕິບັດສໍາເລັດແລ້ວ 92 ໂຄງການ, ມູນຄ່າ 482,48 ຕື້ກີບ. ຂໍ້ມູນຈາກ: ຂປລ.

Read More »

ງານວາງສະແດງທ່ອງທ່ຽວ ຈີນ-ອາຊຽນ

ງານວາງສະແດງທ່ອງທ່ຽວ ຈີນ-ອາຊຽນ (China-ASEAN EXPO Tourism Exhibition) ໄດ້ຈັດຂື້ນທີ່ ກຸຍຫຼິນ, ສປ ຈີນ ໃນລະຫວ່າງວັນທີ 25-28 ຕຸລາ 2018, ເຂົ້າຮ່ວມງານດັ່ງກ່າວມີບັນດາຫົວໜ່ວຍທຸລະກິດທ່ອງທ່ຽວ ສປ ຈີນ, ອາຊຽນ ແລະ ຜູ້ຊື້-ຜູ້ຂາຍຈາກທົ່ວໂລກ ລວມມີ 800 ຮ້ານ ຊຶ່ງເປັນງານຕະຫຼາດທ່ອງທ່ຽວທີ່ສຳຄັນ. ສໍາລັບຮ້ານວາງສະແດງຄັ້ງນີ້ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວລາວ ກໍໄດ້ເຂົ້າຮ່ວມເຊິ່ງນຳໂດຍທ່ານ ອຸ່ນທວງ ຂາວພັນ, ຮອງລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຫ່ງ ສປປ ລາວ ໄດ້ຮັບກຽດເປັນແຂກກິດຕິມະສັກ ຂື້ນກ່າວມີຄໍາເຫັນຕໍ່ພິທີເປີດງານວາງສະແດງການທ່ອງທ່ຽວຈີນ-ອາຊຽນ ຊຶ່ງໄດ້ຍົກໃຫ້ເຫັນນະໂຍບາຍຂອງພັກ-ລັດຖະບານ ສປປ ລາວ ໂດຍຖືເອົາວຽກງາານທ່ອງທ່ຽວ ເປັນຂະແໜງການບູລິມະສິດໜຶ່ງທີ່ສຳຄັນປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງຊາດ ໂດຍປະກາດໃຫ້ປີ 2018 ເປັນປີທ່ອງທ່ຽວລາວ. ຈຳນວນນັກທ່ອງທ່ຽວເພິ່ມຂື້ນ ໃນ 6 ເດືອນຕົ້ນປີນີ້ ນັກທ່ອງທ່ຽວສາກົນ ມາທ່ຽວລາວ 2ລ້ານກວ່າຄົນ ເພີ່ມຂື້ນ 6% ...

Read More »

ລະບົບ ຄຸ້ມຄອງລາຍຮັບສ່ວຍສາອາກອນ”TaxRIS”ເປີດນຳໃຊ້ເປັນທາງການແລ້ວ!!!!

ແຈ້ງການ!!! ເປີດການນໍາໃຊ້ ລະບົບຂໍ້ມູນຂ່າວສານ ຄຸ້ມຄອງລາຍຮັບ ສ່ວຍສາອາກອນ ລະບົບໃຫມ່ ທັນສະໄຫມ TaxRIS ປ້ອງກັນການຮົ່ວໄຫຼຂອງການຈ່າຍສ່ວຍສາອາກອນ ໄປຫາກຸ່ມຄົນບໍ່ດີ ! ກະຊວງການເງິນ ອອກແຈ້ງການລົງວັນທີ 22 ຕຸລາ 2018 ເຖິງ ບຸກຄົນ, ນິຕິບຸກຄົນ ແລະ ອົງການຈັດຕັ້ງຕ່າງໆ ເລື່ອງ: ເປີດນຳໃຊ້ລະບົບຂໍ້ມູນຂ່າວສານຄຸ້ມຄອງລາຍຮັບສ່ວຍສາອາກອນ “TaxRIS”(ລະບົບໃໝ່) ລາຍລະອຽດເພີ່ມຕື່ມ ສາມາດກວດສອບໄດ້ ຕາມແຈ້ງການ ຂ້າງລຸ່ມນີ້ ຫຼື ເຂົ້າຢ້ຽມຊົມເວັບໄຊທ໌ taxservice.mof.gov.la

Read More »

ເປີດຕົວຢ່າງເປັນທາງການ! Smart Phone Huawei Mate 20 ແລະ Huawei Mate 20 pro…

ສໍາລັບທ່ານໃດທີ່ກໍາລັງເບິ່ງຫາ Smart Phone ດີໆ, ແບັດທົນໆ, ຊາດເຂົ້າໄວ, ຫຼິ້ນບໍ່ມີສະດຸດ, ແຖມໜ້າຈໍໃຫຍ່ໆເໝາະກັບການໃຊ້ງານທຸກສະຖານະການ ເຮົາຂໍແນະນໍາເລີຍ Huawei Mate 20 ແລະ Huawei Mate 20 pro; ຈາກບໍລິສັດຫົວເຫວີຍ ເຊິ່ງໄດ້ເປີດຕົວຢູ່ລາວຢ່າງເປັນທາງການແລ້ວໃນວັນທີ 23 ຕຸລາ ທີ່ຜ່ານມາ ທີ່ຫ້ອງການຫົວເຫວີຍ ປະຈໍາປະເທດລາວ. ໂດຍການເປັນປະທານຂອງ ທ່ານ ຫຍາງລຽງ ຮອງຜູ້ອໍານວຍການ ບໍລິສັດຫົວເຫວີຍ ເທັກໂນໂລຍີລາວ ຈໍາກັດແຕ່ພຽງຜູ້ດຽວ. ພາຍໃນງານ ທ່ານ ວັນກົງ ສີສະຫວັດ ຜູ້ຈັດການຝ່າຍຂາຍ ທຸລະກິດຜະລິດຕະພັນ ເພື່ອຜູ້ບໍລິໂພກ ຫົວເຫວີຍປະຈໍາລາວ ໄດ້ແນະນໍາໃຫ້ຮູ້ເຖິງຄຸນນະສົມບັດໃນການໃຊ້ງານ ແລະ ຄວາມແຕກຕ່າງຈາກ Smart Phone ລຸ້ນອື່ນໆທີ່ວາງຂາຍຕາມທ້ອງຕະຫຼາດ; ບໍ່ວ່າຈະເປັນລະບົບການຖ່າຍຮູບທີ່ເໜືອກວ່າ,​ ສາມາດຈັດພາບໄດ້ເຖິງ 25 ໂໝດ, ແບັດເຕີຣີ່ທີ່ກິນໄຟໜ້ອຍກວ່າພຽງ 7 ນາໂມແມັດ (ລຸ້ນທົ່ວໄປແມ່ນ 10 ນາໂນແມັດ ກໍຖືວ່າຕໍ່າແຮງແລ້ວ) ແຖມແບັດເຕີຣີ່ຍັງສູງເຖິງ 4.000 ແລະ 4.200 ...

Read More »