ແຈ້ງການມອດໄຟ 1 ຊົ່ວໂມງ

ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນພະລັງງານໂລກ ດັ່ງນັ້ນໃນເວລາ 12:00 ໂມງ ຫາ 13:00 ໂມງ ຂອງວັນທີ 22 ຕຸລາ 2018 ຈະໄດ້ທໍາການມອດໄຟຟ້າ ໃນທົ່ວປະເທດ ເພື່ອເປັນການຮ່ວມສະຫຼອງວັນດັ່ງກ່າວໃນ ສປປ ລາວ ຢ່າງກວ້າງຂວາງ.

ຕາມຂໍ້ມູນຂອງ ສະຫະປະຊາຊາດ ເປີດເຜີຍວ່າ: ຢູ່ໃນໂລກຍັງມີປະຊາຊົນຫຼາຍຕື້ຄົນ ຍັງບໍ່ໄດ້ເຂົ້າເຖິງ ຫຼື ບໍ່ໄດ້ຊົມໃຊ້ພະລັງງານສະໄໝໃໝ່ໂດຍສະເພາະ ແມ່ນການຊົມໃຊ້ ພະລັງງານໄຟຟ້າ ອັນເປັນການ ກົດໜ່ວງຕໍ່ກັບການພັດທະນາ ເສດຖະກິດ-ສັງຄົມ ແລະ ເຮັດໃຫ້ປະຊາຊົນ ດຳລົງຊີວິດຢູ່ໃນ ຄວາມຫຍຸ້ງຍາກທີ່ສຸດ.

ຍ້ອນແນວນັ້ນ ໃນປີ 2011 ທ່ານ ບັນກິມູນ  ເລຂາທິການໃຫຍ່ ອົງການສະຫະປະຊາຊາດ ຈຶ່ງໄດ້ເລີ່ມໂຄງການທີ່ເອີ້ນວ່າ: “ ພະລັງງານຍືນຍົງ ເພື່ອໝົດທຸກຄົນ ” “ SE4LL ” ແລະ ກຳນົດເອົາ ປີ 2012 ເປັນປີສາກົນ ສຳລັບພະລັງງານຍືນຍົງ ເພື່ອໝົດທຸກຄົນແນ່ໃສ່ບັນລຸ 3 ເປົ້າໝາຍພາຍໃນປີ 2030 ຄື: ຮັບປະກັນປະຊາກອນທັງໝົດ ໄດ້ເຂົ້າເຖິງການບໍລິການ ດ້ານພະລັງງານສະໄໝໃໝ່, ເພີ່ມອັດຕາສ່ວນການປັບປຸງ ປະສິດທິພາບ ພະລັງໂລກຂຶ້ນເປັນສອງເທົ່າ ແລະ ເພີ່ມອັດຕາສ່ວນ ຂອງພະລັງງານ ທົດແທນໃນລວມຍອດພະລັງງານໂລກ ຂຶ້ນເປັນສອງເທົ່າຄືກັນ.

ທັງນີ້ກໍເປັນ ໂອກາດທີ່ດີ ແລະ ເປັນບ່ອນອີງ ໃນການຂົນຂວາຍ, ປຸກລະດົມພາກສ່ວນເອກະຊົນ ແລະ ອົງການຈັດຕັ້ງສາກົນ ມາຮ່ວມມືກັບ ລັດຖະບານເຂົ້າໃນການ ສະໜອງພະລັງງານ ໂດຍສະເພາະແມ່ນພະລັງງານສະໄໝໃໝ່ ໃຫ້ກັບປະຊາຊົນຜູ້ທີ່ຍັງບໍ່ທັນໄດ້ນຳໃຊ້ ພະລັງງານໃຫ້ທົ່ວເຖິງ ຍ້ອນວ່າ: ພະລັງງານ ເປັນປັດ​ໄຈສຳຄັນໜຶ່ງ ທີ່ຊ່ວຍໃຫ້ ປະຊາຊົນຫຼຸດພົ້ນ ອອກຈາກຄວາມທຸກຍາກ ຍິ່ງໄປກວ່ານັ້ນກໍຍັງສ້າງໂອກາດ ແລະ ເງື່ອນໄຂໃຫ້ກັບ ປະຊາຊົນ ສ້າງລາຍຮັບດ້ວຍການຜະລິດສິນຄ້າແລະ ບໍລິການຕ່າງໆ, ຍົກສູງສະມັດຕະພາບ ດ້ານການຜະລິດ ແລະ ການບໍລິການດັ່ງກ່າວ ນັບມື້ນັບສູງຂຶ້ນ ​ແລະ ມີຊີວິດການເປັນຢູ່ທີ່ດີຂຶ້ນຕື່ມອີກ.

 

 

 

 

Comments