ກັບມາສ້າງຄວາມມ່ວນຊື່ນອີກຄັ້ງ!!! ກັບງານ “LBC Oktoberfest” ມ່ວນ!! ມັນ!! ກວ່າເກົ່າ.

ມື້ນີ້ຜູ້ຂຽນຈະມາເລົ່າຄວາມຮູ້ສຶກ ພ້ອມກັບເອົາຮູບພາບບັນຍາກາດຂອງງານເທສະການ “LBC Oktoberfest 2018” ມາຝາກ ແຕ່ຈະຂໍເວົ້າງ່າຍໆທີ່ໄທເຮົາເຈົ້າຂ້ອຍຮູ້ ກໍຄືງານເບຍຈອກໃຫຍ່ 555 ຈັບຈອກດຽວເມົາໝົດຄືນ.

ບໍລິສັດເບຍລາວ ໄດ້ເປີດງານເທສະການສະຫຼອງເບຍລະດັບສາກົນ “LBC Oktoberfest 2018”ເປັນຄັ້ງທີ 2 ຢ່າງຄຶກຄື້ນມ່ວນຊື່ນ ແລະ ຕື່ນຕາຕື່ນໃຈ ກັບບັນຍາກາດແບບຊາວຕາເວັນຕົກ ພື້ນເມືອງຂອງເຢຍລະມັນ. ໂດຍການເປີດງານຂອງຄະນະປະທານບໍລິສັດເບຍລາວ ພ້ອມກັບບັນດາຄົນມັກມ່ວນ, ຄໍເບຍທັງຫຼາຍທັງຄົນລາວແລະ ຕ່າງປະເທດ.

ເລີ່ມເປີດງານເປັນມື້ທຳອິດ ໃນຄໍ່າຄືນຂອງມື້ວານນີ້ ວັນທີ 18 ຕຸລາ 2018, ຢູ່ທີ່ລານຈອດລົດຫໍວັດທະນະທຳແຫ່ງຊາດ ແລະ ມີໄປເຖິງວັນອາທິດ ວັນທີ 21 ຕຸລາ 2018 ນີ້ເທົ່ານັ້ນ. ເລີ່ມຕັ້ງແຕ່ເວລາ 18:30 ໂມງ.

ຂະໜາດເປັນມື້ທຳອິດຂອງການຈັດງານ ແຕ່ຮູ້ສຶກວ່າ ງານນີ້ໄດ້ຮັບຜົນຕອບຮັບດີ ເພາະເຫັນມີຄົນສົນໃຈມາຮ່ວມງານຢ່າງຫຼວງຫຼາຍຈົນເຕັມງານທັງຄົນລາວ ແລະ ຄົນຕ່າງປະເທດ, ພາກັນທັງແຕ່ງຕົວແບບຊາວພື້ນເມືອງປະເທດເຢຍລະມັນດັ່ງເດີມ ຄືເປັນບັນຍາກາດທີ່ແປກໃຫມ່ຕື່ນຕາຕື່ນໃຈ ຄືຢູ່ທ່າມກາງເທສະການຢູ່ເອີຣົບພຸ້ນແຫຼະ ທັງຮູບແບບການຈັດງານແມ່ນເປັນຕາຖ່າຍຮູບເກັບໄວ້ເປັນຄວາມຊົງຈຳທີ່ດີໆ ແລະ ໂພສລົງເຟສບຸກຊວນໝູ່ມາຮ່ວມມ່ວນນຳກັນ.

ໃນງານທຸກຄົນຈະໄດ້ພົບກັບສິລະປິນທີ່ມີຊື່ສຽງຈາກທັງພາຍໃນ ແລະ ວົງຈາກດົນຕຣີຈາກເອີຣົບທີ່ມີປະສົບການຮ່ວມຫຼິ້ນດົນຕີໃນງານ Oktoberfest ທີ່ປະເທດເຢຍລະມັນ ແລະ ຫຼາຍໆປະເທດ, ພົບກັບການເຕັ້ນລຳທີ່ມີຄວາມມ່ວນຊື່ນເປັນເອກະລັກຂອງງານ, ມີເມນູອາຫານແຊບໆສະໄຕ໌ຕາເວັນຕົກ Oktoberfest ຈາກຮ້ານອາຫານຊື່ດັງໃນນະຄອນຫຼວງວຽງຈັນ ທີ່ມາລວມຕົວກັນທີ່ງານນີ້, ພ້ອມເສີບເບຍສົດຣົດຊາດດີ Beerlao, Beerlao (Crafty), Carlsberg. ແລະ ຍັງມີກິດຈະກຳຫຼິ້ນເກມ ແຈກຂອງຂວັນລາງວັນໃຫ້ທຸກຄົນທີ່ມາຮ່ວມງານໄດ້ມ່ວນຊື່ນແບບຈຸໃຈທັງຄືນ ພ້ອມໄດ້ຈອກເບຍໃຫຍ່ໆກັບບ້ານໄປທີ່ລະນຶກຂອງງານອີກດ້ວຍ.

ງານນີ້ຈະຈັດຂຶ້ນທັງໝົດ 4 ມື້ ເທົ່ານັ້ນ  ຄໍເບຍທັງຫຼາຍບໍ່ຄວນພາດງານນີ້ເດີ້ຂໍບອກ!!! ເພາະງານດີໆມ່ວນໆບັນຍາກາດແບບນີ້ ປີໜຶ່ງມີຄັ້ງດຽວເທົ່ານັ້ນ.  (ມື້ນີ້ວັນສຸກ ແລງນີ້ເໝາະແກ່ການໄປສັງສັນທີສຸດ….)  ພິເສດກ່ວານັ້ນ ຮັບເບຍ ແລະ ຈອກ LBC Oktoberfest ຟຣີ ສຳລັບທ່ານໃດທີ່ແຕ່ງໂຕໃຫ້ເຂົ້າກັບງານ ຫຼື ແຕ່ງແບບຊາວເຢຍມັນແບບດັ່ງເດີມ 20 ຄົນທຳອິດຂອງທຸກໆມື້.

ບໍລິສັດເບຍລາວ ໄດ້ນໍາເອົາງານດັ່ງກ່າວມາຈັດໃນລາວປີນີ້ເປັນປີທີ 2 ແລ້ວ ເພື່ອໃຫ້ຄົນລາວ ແລະ ຄົນຕ່າງປະເທດທີ່ອາໄສຢູ່ລາວ ໄດ້ສໍາຜັດກັບບັນຍາກາດ ຂອງການສະເຫຼີມສະຫຼອງ Oktoberfest ທີ່ຈັດຂຶ້ນໃນທົ່ວໂລກ.

ມາຊົມພາບບັນຍາກາດງານມື້ວານນີ້…

 

 

Comments