ຄົນລາວສ້າງຊື່ສຽງໃຫ້ກັບປະເທດຊາດອີກແລ້ວ

ຄົນລາວສ້າງຊື່ສຽງໃຫ້ກັບປະເທດຊາດອີກແລ້ວ….ງານນີ້ເຮັດໃຫ້ເຈົ້າຂອງວິຊາຕ້ອງຍອມຮັບໃນຄວາມສາມາດພິເສດສະເພາະດ້ານຂອງຄົນລາວ ເມື່ອທ່ານ ອາຈານ ເຕີ້  ຫຼື ມີອີກຊື່ໜຶ່ງແມ່ນ TawbKoj TsisTxawj Dhuav.

 

ຕາງໜ້າ ສປປ ລາວ ແລະ ເຜົ່າມົ້ງ ສາມາດໄດ້ແຊ້ມ ການແຂ່ງຂັນກິລາ ZhengZhou international Shaolin wushu festival (ລາຍການແຂ່ງຂັນກັງຟູ ເຊົ້າຫຼິນ ບໍ່ວ່າຈະເປັນ ມວຍວູຊູ ແລະ ໄທຈິ ທີ່ເປັນມວຍລະດັບຕົ້ນໆຂອງ ສປ ຈີນ) ໃນປະເພດດ່ຽວ ໃນລາຍການທີ 1 ເຮັດໃຫ້ຍາດໄດ້ຫຼຽນຄຳໄປຄອງ ເມື່ອວັນທີ 21 ຕຸລາ 2018 ຜ່ານມາ ທີ່ ສປ ຈີນ.

ສໍາລັບ ລາຍການດັ່ງກ່າວ ມີ 65 ປະເທດເຂົ້າຮ່ວມຈັດຂຶ້ນລະຫວ່າງວັນທີ 20-24 ຕຸລາ 2018 ທີ່ວັດເຊົາຫຼິນ ໃນສປ ຈີນ.

ອາຈານ ເຕີ້ (ສາຍາ ບູດສ໌ລີລາວ ຫຼື Bruce Lee Hmong) ໄດ້ຂຶ້ນສະແດງໃນພິທີເປີດ ແລະ ລົງແຂ່ງຂັນ ໄດ້ຢ່າງໜ້າປະທັບໃຈ ໄດ້ຫຼຽນຄໍາໄປຄອງ ໃນລາຍການທີ 1.

ຢ່າງໃດກໍຕາມ ອາຈານ ເຕີ້ ຈະລົງແຂ່ງຂັນລາຍການທີ 2 ຕື່ມອີກ.

 

ຂອບໃຈແຫຼ່ງຂໍ້ມູນ.

Comments