ຜົນການແຂ່ງຂັນ “ລາວກ໊ອຟຄຣັບແຊັມປ່ຽນຊິບ 2018”

ການແຂ່ງຂັນ “ລາວກ໊ອຟຄຣັບແຊັມປ່ຽນຊິບ 2018” Lao Golf Club Championship  ໄດ້ເລີ່ມເປີດສາກຂຶ້ນໃນວັນເສົາ ທີ 20 ຕຸລາ 2018 ແລະ ສິ້ນສຸດລົງໃນມື້ວານນີ້ວັນທີ 21 ຕຸລາ 2018, ຢູ່ທີ່ສະໜາມກ໊ອຟ ລາວຄັນທີຄຣັບ, ສວນຊາວໜຸ່ມຫຼັກ 14, ນະຄອນຫຼວງວຽງຈັນ. ເປັນການແຂ່ງຂັນສອງຮອບ, 36 ຂຸມ, ມີນັກກິລາເຂົ້າຮ່ວມທັງໝົດ 138 ຄົນ, ມີ 21 ທີມ ທີ່ມາຈາກບັນດາແຂວງ ແລະ ສະໂມສອນກ໊ອຟຕ່າງໆອ້ອມຂ້າງສູນກາງ. ໂດຍມີການແຂ່ງຂັນ 3 ປະເພດຄື: ປະເພດບຸກຄົນ, ປະເພດທີມ ແລະ ລຸ້ນເຍົາວະຊົນ.

ປະເພດບຸກຄົນ

ຜູ້ຊະນະເລີດໄດ້ແກ່ ທ່ານ ສີປະເສີດ ແພງພັນດີ ຄະແນນ 70+72 ອອກ 142 (-2)

ອັນດັບ 2 ໄດ້ແກ່ທ່ານ ສາຍຊົນ ວິສີສົມບັດ ຄະແນນ 72+73 ອອກ 145  (+1)

ອັນດັບ 3 ໄດ້ແກ່ທ່ານ ໄຊຍິ່ງ ຕົງເຢີທໍ ຄະແນນ 75+71 ອອກ 176 (+2)

ປະເພດທີມ

ທີມທີ່ໄດ້ຊະນະເລີດໄດ້ແກ່ທີມ ກະຊວງປ້ອງກັນປະເທດ

ອັນດັບ 2 ໄດ້ແກ່ທີມ ສະໂມສອນກ໊ອຟສິງລາວ

ອັນດັບ 2 ໄດ້ແກ່ທີມ ສະຫະພັນກ໊ອຟແຂວງອຸດົມໄຊ

ລຸ້ນເຍົາວະຊົນ

ຜູ້ຊະນະເລີດອັນດັບ 1 ໄດ້ແກ່ ທ້າວ ແດງ ຄຳມະນີ (ສະໂມສອນເລັກວິວ)

ອັນດັບ 2 ໄດ້ແກ່ ທ້າວ ວຽງສະຫວັນ ສົມຫວັງ (ສະໂມສອນເລັກວິວ)

ອັນດັບ 3 ໄດ້ແກ່ທ້າວ ແສງເພັດ ເມືອງວົງ

ລາງວັນຊົມເຊີຍຕີໄກທຸງທີ່ສຸດ ຂຸມ 13 ພາສາມ ໄດ້ແກ່ທ່ານ ທຳມະລັກ ບົວຫອມ 1.26 ມ

ລາງວັນຊົມເຊີຍຕີໃກ້ທຸງທີ່ສຸດ ຂຸມ 3 ພາສາມ ໄດ້ແກ່ທ່ານ ສິນສະໜອງສັກ ຈັນທະສົມບັດ 1.13 ມ

ລາງວັນຊົມເຊີຍນັກກິລາສູ້ຊົນດີເດັ່ນ BOOBEE1   ໄດ້ແກ່ທ່ານ ແສງເພັດ ເມືອງວົງ

ລາງວັນຊົມເຊີຍນັກກິລາສູ້ຊົນດີເດັ່ນ BOOBEE2 ໄດ້ແກ່ທ່ານ ພັນທະ ອຸທິດ ສະໂມສອນມິດຕະພາບ.

ສຳລັບການແຂ່ງຂັນ “ລາວກ໊ອຟຄຣັບແຊັມປ່ຽນຊິບ 2018” ໄດ້ຖືກຈັດຂຶ້ນຕາມແນວຄວາມຄິດທີ່ວ່າ ຢາກພັດທະນາວົງການກິລາກ໊ອຟລາວຄື: ພັດທະນາຊັບພະຍາກອນມະນຸດ (ນັກກິລາ, ກຳມະການ), ການມີສ່ວນຮ່ວມຂອງບັນດາອົງກອນຕ່າງໆໃນວົງການກິລາກ໊ອຟລາວ (ສະຫະພັນກ໊ອຟ, ສະໂມສອນກ໊ອຟ, ສະໜາມກ໊ອຟ) ແລະ ການສະໜັບສະໜູນກິລາຈາກພາກລັດ ແລະ ເອກະຊົນ.

ຈຸດປະສົງຂອງການຈັດການແຂ່ງຂັນນີ້ ກໍແມ່ນເພື່ອສ້າງຂະບວນການແຂ່ງຂັນກິລາກ໊ອຟສະໝັກຫຼິ້ນຂອງລາວປະຈຳປີ ຕາມມາດຕະຖານເຕັກນິກແຂ່ງຂັນກິລາແຫ່ງຊາດ, ແນ່ໃສ່ຈັດອັນດັບນັກກິລາກ໊ອຟສະໝັກຫຼິ້ນ ເພື່ອຂຶ້ນບັນຊີເປັນນັກກິລາກ໊ອຟທີມຊາດ, ເປັນເວທີເຕົ້າໂຮມຄວາມສາມັກຄີ, ພົບປະແລກປ່ຽນບົດຮຽນຂອງບັນດານັກກ໊ອຟ ຢູ່ແຕ່ລະສະຫະພັນກ໊ອຟ, ສະໂມສອນກ໊ອຟກະຊວງ ແລະ ກຸ່ມນັກທຸລະກິດຕ່າງໆທົ່ວປະເທດ ທີ່ມາແຂ່ງຂັນ ເພື່ອຊິງໄຊຄວາມເປັນເຈົ້າສະໜາມແຂ່ງຂັນ, ພ້ອມນີ້, ຍັງເປັນເວທີເຝິກສອນ, ເຜີຍແຜ່ກົດລະບຽບ, ກົດກະຕິກາການແຂ່ງຂັນ ເພື່ອໃຫ້ຫຍັບໃກ້ມາດຕະຖານສາກົນ ເພື່ອເຊື່ອມໂຍງສູ່ສາກົນພາຍໃຕ້ຄົນຂວັນທີ່ວ່າ: ມີນໍ້າໃຈນັກກິລາ, ມີຄວາມສາມັກ, ມີການຮ່ວມມື ແລະ ມີມາດຕະຖານ.

 

Comments