ທ່ານ ສອນໄຊ ສີພັນດອນ ຢ້ຽມຢາມ ຄ້າຍດັດສ້າງສາຍນໍ້າງື່ມ

ໃນວັນທີ 16 ພະຈິກ 2018 ຜ່ານມາ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ແລະ ທ່ານ ວິດົງ ໄຊຍະສອນ ເຈົ້າແຂວງໆວຽງຈັນ ພ້ອມດ້ວຍຄະນະ ໄດ້ໄປຢ້ຽມຢາມ ຄ້າຍດັດສ້າງສາຍນໍ້າງື່ມ  (ດອນທ້າວ-ດອນນາງ), ເມືອງແກ້ວອຸດົມ, ແຂວງວຽງຈັນ ໂດຍມີພາກສ່ວນທີ່ກ່ຽວຂ້ອງ ຈາກກະຊວງປ້ອງກັນຄວາມສະຫງົບ, ແຂວງວຽງຈັນ, ເມືອງແກ້ວອຸດົມ ແລະ ພະນັກງານ ຄ້າຍດັດສ້າງດັ່ງກ່າວ ໃຫ້ການຕ້ອນຮັບ.


ໃນໂອກາດດັ່ງກ່າວ, ຄະນະຂອງທ່ານຮອງນາຍົກລັດຖະມົນຕີ ໄດ້ຮັບຟັງການລາຍງານ ສະພາບລວມ ກ່ຽວກັບການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງຄ້າຍດັດສ້າງສາຍນໍ້າງື່ມໂດຍຫຍໍ້ ຈາກທ່ານ ພັນເອກ ສົມລິດ ດາວຮຸ່ງສິລິ, ຫົວໜ້າກົມຕຳຫຼວດຄຸມຂັງ-ດັດສ້າງ ກະຊວງປ້ອງກັນຄວາມສະຫງົບ ແລະ ທ່ານ ພັນຕີ ວຽງມະນີ ຫຼວງນິກອນ, ຫົວໜ້າຄ້າຍດັດສ້າງສາຍນໍ້າງື່ມ ເຫັນວ່າ: ຄ້າຍດັດສ້າງສາຍນໍ້າງື່ມ ຕັ້ງຢູ່ໃຈກາງອ່າງນໍ້າງື່ມ 1 ມີສະຖານທີ່ຄຸ້ມຄອງດັດສ້າງ ຈໍານວນ 3 ຈຸດ ຄື: ດອນທ້າວ 1, ດອນທ້າວ 2 ແລະ ດອນນາງ.

 

ເປົ້າໝາຍ ແມ່ນດັດສ້າງຜູ້ເຄາະຮ້າຍ ຈາກຕິດຢາເສບຕິດ 100% ໂດຍໄດ້ເນັ້ນໃສ່ການສຶກສາອົບຮົມແນວຄິດ, ເຜີຍແຜ່ນິຕິກໍາຕ່າງໆ ທີ່ກ່ຽວຂ້ອງ, ໃຫ້ຄວາມຮູ້ ກ່ຽວກັບ ຜົນຮ້າຍ ແລະ ໄພອັນຕະລາຍ ຂອງຢາເສບຕິດ, ພ້ອມທັງ ເຝິກວິຊາຊີບ, ອອກກໍາລັງກາຍ ຢ່າງເປັນປົກກະຕິ ແລະ ປະຕິບັດກິດຈະກໍາອື່ນໆ.

ປັດຈຸບັນ ມີຜູ້ຖືກດັດສ້າງ ຢູ່ຄ້າຍດັ່ງກ່າວ 1.000 ກວ່າຄົນ, ຍິງ 20 ກວ່າຄົນ.  ນັບແຕ່ປີ 2010 ມາຮອດເດືອນກັນຍາ 2018 ໄດ້ສຶກສາອົບຮົມດັດສ້າງ ຜູ້ເຄາະຮ້າຍຕິດຢາເສບຕິດ ທີ່ມີຄວາມກ້າວໜ້າ ແລະ ໄດ້ຮັບການອະນຸຍາດກັບສູ່ສັງຄົມ ກໍຄື ຄອບຄົວ ຈຳນວນ 514 ຄົນ, ຍິງ 18 ຄົນ ໃນນັ້ນ ໄດ້ກາຍເປັນພົນລະເມືອງດີ, ບໍ່ສືບຕໍ່ເຄື່ອນໄຫວ ລະເມີດລະບຽບກົດໝາຍ ກວມປະມານ 70%.

​ໃນໂອກາດດຽວກັນ, ທ່ານ ສອນໄຊ ສີພັນດອນ ກໍໄດ້ໃຫ້ກຽດພົບປະໂອ້ລົມຕໍ່ນາຍ ແລະ ພົນຕຳຫຼວດ ທີ່ສັງກັດຢູ່ຄ້າຍດັດສ້າງສາຍນໍ້າງື່ມ ໂດຍໄດ້ກ່າວຍ້ອງຍໍຊົມເຊີຍ ຕໍ່ຄວາມພະຍາຍາມເອົາໃຈໃສ່ ໃນການປະຕິບັດໜ້າທີ່ ແລະ ຄວາມຮັບຜິດຊອບຂອງຕົນ ມີຜົນສຳເລັດເປັນກ້າວໆ ພ້ອມທັງ ໄດ້ເນັ້ນໜັກ ໃຫ້ສືບຕໍ່ເອົາໃຈຕື່ມບາງດ້ານ ຕໍ່ຜູ້ປະສົບເຄາະຮ້າຍ ທີ່ເຂົ້າຮັບການດັດສ້າງ ເປັນຕົ້ນ ການສຶກສາອົບຮົມແນວຄິດ, ການໂຄສະນາເຜີຍແຜ່, ການສ້າງສີມືແຮງງານ ໃຫ້ມີຄວາມຫຼາກຫຼາຍສາຂາວິຊາ, ການປ້ອງກັນພະຍາດ, ຮັກສາ ແລະ ປິ່ນປົວສຸຂະພາບ, ການປະຕິບັດລະບຽບວິໄນ, ການສ້າງສະພາບແວດລ້ອມທີ່ອຳນວຍ ໃຫ້ແກ່ການດຳລົງຊີວິດ, ສ້າງໃຫ້ເຂົາເຈົ້າ ມີຄວາມດຸໝັ້່ນໃນການອອກແຮງງານ, ອົດທົນ ແລະ ອື່ນໆ.

ນອກຈາກນັ້ນ, ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ໃຫ້ກຽດໂອ້ລົມຕໍ່ ຜູ້ປະສົບເຄາະຮ້າຍ ຕິດຢາເສບຕິດ ທີ່ເຂົ້າຮັບການດັດສ້າງຢູ່ດອນທ້າວ 1​ ແລະ ດອນນາງ. ກ່ອນອື່ນ, ທ່ານໄດ້ກ່າວຊົມເຊີຍ ຕໍ່ຄວາມພະຍາຍາມ ກໍຄື ອົດທົນຜ່ານຜ່າຄວາມຫຍຸ້ງຍາກ ຂອງພວກນ້ອງໆ, ລູກ-ຫຼານ ທີ່ຕັດສິນໃຈເຂົ້າມາປັບປຸງກໍ່ສ້າງຕົນເອງ ຢູ່ສູນດັ່ງກ່າວ.

ພ້ອມທັງ ໄດ້ຍົກໃຫ້ເຫັນ ຜົນຮ້າຍ ແລະ ໄພອັນຕະລາຍ ຂອງຢາເສບຕິດ, ຄວາມໝາຍຄວາມສຳຄັນ ຂອງອະນາຄົດພວກນ້ອງໆ, ລູກ-ຫຼານ ກໍຄື ປະເທດຊາດ, ຄວາມເປັນຫວ່ງເປັນໄຍ ຂອງພັກ, ລັດຖະບານ ແລະ ການປົກຄອງຂັ້ນຕ່າງໆ, ການໃຫ້ໂອກາດຂອງສັງຄົມ ຕໍ່ຄົນທີ່ຫຼົງຜິດ ປະສົບເຄາະຮ້າຍ ຈາກຢາເສບຕິດ ແລະ ມີການປັບປຸງກາຍເປັນຄົນດີ.

ອັນສຳຄັນ, ທ່ານໄດ້ກ່າວຮຽກຮ້ອງໃຫ້ທຸກຄົນ ທີ່ພວມເຂົ້າຮັບການດັດສ້າງ ຈົ່ງຕັ້ງໃຈເຝິກຝົນຕົນເອງ ໃຫ້ມີຄວາມເຂັ້ມແຂງທາງດ້ານຈິດໃຈ ແລະ ຮ່າງກາຍ, ມີຄວາມອົດທົນ, ດຸໝັ່ນຂະຫຍັນພຽນ, ເດັດດ່ຽວຢຸດເຊົາ ແລະ ຫ່າງໄກຈາກຢາເສບຕິດທຸກປະເພດ, ເອົາໃຈໃສ່ປະຕິບັດລະບຽບວິໄນຢ່າງເຂັ້ມງວດ, ສ້າງເງື່ອນໄຂ ໃຫ້ຕົນເອງກາຍເປັນຄົນຮູ້ຜູ້ດີ ແລະ ກັບຄືນສູ່ສັງຄົມ ກໍຄື ກັບເປັນລູກທີ່ດີ ຂອງພໍ່-ແມ່, ປ້າ-ລຸງ, ອາວ-ອາ, ຍາດຕິພີ່ນ້ອງ ແລະ ປະເທດຊາດ ໄດ້ໄວເທົ່າໃດ ຍິ່ງເປັນການດີ.

​​​​ໃນໂອກາດໄປຢ້ຽມຢາມຄ້າຍດັດສ້າງສາຍນໍ້າງື່ມ ຄັ້ງນີ້, ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ນໍາເອົາຄອມພິວເຕີ ຈຳນວນ 3 ຊຸດ, ພ້ອມດ້ວຍ ເຄື່ອງອຸປະໂພກ-ບໍລິໂພກ ແລະ ເງິນສົດ ຈຳນວນ 10 ລ້ານກີບ ໄປມອບໃຫ້ຄ້າຍດັດສ້າງດັ່ງກ່າວ.

ຂໍ້ມູນຈາກ: ເວບໄຊ໌ ລັດຖະບານ.

Comments