ສະພາແຫ່ງຊາດ ຊຸດທີ VIII ຈະດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 6

ໃນວາລະການດໍາເນີນກອງປະຊຸມເປັນເວລາ 22 ວັນ (ບໍ່ລວມວັນພັກລັດຖະການ) ຄືເລີ່ມແຕ່ວັນທີ 20 ພະຈິກ ເຖິງວັນທີ 21 ທັນວາ 2018. ບັນດາສະມາຊິກສະພາແຫ່ງຊາດຕາງໜ້າໃນເຂດເລືອກຕັ້ງທົ່ວປະເທດ ຈະໄດ້ພ້ອມກັນ ພິຈະລະນາຫຼາຍບັນຫາທີ່ສໍາຄັນ ເປັນຕົ້ນແມ່ນ: ຮັບຟັງບົດລາຍງານການຈັດຕັ້ງປະຕິບັັດວຽກງານຂອງລັດຖະບານ ປະຈໍາປີ 2018 ແລະ ທິດທາງວຽກງານໃນປີ 2019, ພ້ອມທັງທາບທາມຮ່າງກົດໝາຍຈຳນວນ 09 ສະບັບ,ໃນນີ້ສ້າງໃໝ່ 7 ສະບັບ ແລະ ບັນຫາອື່ນໆ.

ໃນໄລຍະດຳເນີນກອງປະຊຸມ ຄະນະເລຂາທິການສະພາແຫ່ງຊາດ ໄດ້ຈັດຕັ້ງໜ່ວຍງານຮັບຜິດຊອບໂທລະສັບສາຍດ່ວນ ໝາຍເລກ 156 ເພື່ອຮັບເອົາຄຳຄິດຄຳເຫັນ ແລະ ຄໍາສະເໜີໂດຍກົງຈາກທົ່ວສັງຄົມ.

 

Comments