ແຫຼ່ງທ່ອງທ່ຽວ ອຸທິຍານ ພູຜາສຸກ ພ້ອມທີ່ຈະຮອງຮັບນັກທ່ອງທ່ຽວມາຊົມ.

ແຫຼ່ງທ່ອງທ່ຽວ ອຸທິຍານພູຜາສຸກ ແຂວງສາລະວັນ ພາຍໃຕ້ການຊີ້ນໍາຈາກການນໍາຂອງແຂວງສາລະວັນ ພວມໄດ້ຮັບການພັດທະນາ ເພື່ອດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ.

ສະຖານທີ່ທ່ອງທ່ຽວແຫ່ງນີ້ ຂຶ້ນກັບບ້ານປາກປົ່ງຕາແຫຼວ ( ຕິດກັບເສັ້ນທາງເລກທີ 15 ຫ່າງຈາກເທສະບານແຂວງ ສາລະວັນ ປະມານ 35 ກິໂລແມັດ ຈາກທາງໃຫ່ຍເຂົ້າໄປ 9 ກິໂລແມັດ).

 

ເມື່ອບໍ່ດົນຜ່ານມານີ້ ການນຳແຂວງສາລະວັນ ນຳໂດຍ ທ່ານ ສີສຸວັນ ວົງຈອມສີ ເຈົ້າແຂວງໆສາລະວັນ ໄດ້ລົງເຄື່ອນໄຫວຕິດຕາມ, ຊຸກຍູ້ການພັດທະນາ ແຫຼ່ງທ່ອງທ່ຽວ ອຸທິຍານ ພູຜາສຸກ , ເຊິ່ງມີ ທ່ານຮອງເຈົ້າແຂວງ ພ້ອມດ້ວຍຫົວໜ້າພະແນກການອ້ອມຂ້າງແຂວງ ແລະ ເມືອງເຂົ້າຮ່ວມ.

ໃນວັນທີ 14 ພະຈິກ 2018 ຜ່ານມານີ້ ທ່ານ ສີເຮັງ ຫອມສົມບັດ ຄະນະປະຈຳພັກແຂວງ ຫົວໜ້າໂຄສະນາຮົບຮົມແຂວງ ສາລະວັນ ແລະ ທ່ານ ສົມໃຈ ອຸ່ນຈິດ ກຳມະການພັກແຂວງ ຫົວໜ້າພະແນກຖະແຫຼງຂ່າວ-ວັດທະນະທຳ ແລະ ທ່ອງທ່ຽວແຂວງ ສາລະວັນໄດ້ນຳພາ ທ່ານ ຖ໋າຍເຊີນ ຄະນະປະຈຳພັກແຂວງ ຫົວໜ້າໂຄສະນາສຶກສາ ແຂວງເທື່ອທຽນເຫ້ວ ພ້ອມຄະນະ ໄປຢ້ຽມຢາມ ແລະ ທ່ຽວຊົມ ອຸທິຍານ ພູຜາສຸກ ເຊິ່ງໄດ້ສ້າງຄວາມປະທັບໃຈຕໍ່ແຂກເປັນຢ່າງສູງ.

(ມາຊົມພາບພາຍໃນຖໍ້າ ມີຄວາມວິຈິດ ພິດສະດານ ທີ່ສຸດ)

ດັ່ງນັ້ນຖ້າບັນທ່ານໄດ້ໄປແຂວງ ສາລະວັນ ກໍຢ່າລືມໄປແວ່ຊົມຄວາມງາມອັນໜ້າອັດສະຈັນ ທີ່ທໍາມະຊາດ ໄດ້ສ້າງຂຶ້ນຢ່າງວິຈິດ ພິດສະດານ ແລະ ເປັນທີ່ຫຼົງໄຫຼທີ່ສຸດ ເມື່ອໄດ້ມາເຫັນ.

(ມາຊົມພາບພາຍໃນຖໍ້າ ມີຄວາມວິຈິດ ພິດສະດານ ທີ່ສຸດ)

ຂໍ້ມູນຈາກ: ໜັງສືພິມ ສາລະວັນ.

Comments