ໂຄວິດໃນຍີ່ປຸ່ນ ຈໍານວນຜູ້ເສຍຊີວິດຫລຸດຕໍ່າທີ່ສຸດ ສະເລ່ຍບໍ່ຮອດ 1 ຄົນຕໍ່ມື້

ໂຄວິດໃນຍີ່ປຸ່ນ ຈໍານວນຜູ້ເສຍຊີວິດຫລຸດຕໍ່າທີ່ສຸດ ສະເລ່ຍບໍ່ຮອດ 1 ຄົນຕໍ່ມື້

ສະຖານະການໂຄວິດໃນຍີ່ປຸ່ນດີຂຶ້ນເລື້ອຍໆ ມີຍອດຜູ້ເສຍຊີວິດສະເລ່ຍເຫລືອບໍ່ເຖິງ 1 ຄົນຕໍ່ມື້ ເຖິງວ່າບໍ່ໄດ້ ລັອກດາວ.

People wearing protective masks, amid the coronavirus disease (COVID-19) outbreak, make their way in Tokyo, Japan, August 6, 2021. REUTERS/Kim Kyung-Hoon

ວັນທີ 7 ທັນວາ 2021, ສໍານັກຂ່າວບລູມເບິກ (Bloomberg) ລາຍງານວ່າ: ໃນຮອບອາທິດຜ່ານມາ ຍີ່ປຸ່ນພົບຜູ້ ເສຍຊີວິດຈາກພະຍາດໂຄວິດ-19 ພຽງ 6 ຄົນ ຫລື ຄິດເປັນຄ່າສະເລ່ຍບໍ່ເຖິງ 1 ຄົນຕໍ່ມື້.

   ໂດຍສະຖານະການການລະບາດໃນຍີ່ປຸ່ນຖືວ່າດີຂຶ້ນຢ່າງຕໍ່ເນື່ອງ ໂດຍລາຍງານຜູ້ຕິດເຊື້ອປະຈໍາວັນທີ 6 ທັນວາ ຜ່ານມາ ມີຜູ້ຕິດເຊື້ອຕໍ່ວັນ 54 ຄົນ, ຂະນະທີ່ຄ່າສະເລ່ຍຕໍ່ອາທິດຢູ່ປະມານ 100 ຄົນຕໍ່ມື້.

   ຍີ່ປຸ່ນຖືເປັນປະເທດທີ່ບໍ່ເຄີຍໃຊ້ມາດຕະການລັອກດາວແບບຈິງຈັງມາກ່ອນ ໂດຍສ່ວນຫລາຍເປັນພຽງການຂໍ ການຮ່ວມມືເທົ່ານັ້ນ, ຄາດວ່າຫນຶ່ງໃນສາເຫດທີ່ເຮັດໃຫ້ຍີ່ປຸ່ນຢຸດຢັ້ງການລະບາດຂອງເຊື້ອສາຍພັນເດວຕາໄດ້ ຄື ການລະດົມສັກວັກຊີນທີ່ວ່ອງໄວພາຍໃນໄລຍະເວລາອັນສັ້ນນັບແຕ່ກາງປີ.

People wearing face masks cross a street in Tokyo on May 25, 2020. – Japan’s prime minister was expected later on May 25 to lift the state of emergency in the Tokyo region, after last week lifting it for the region around Osaka and Kyoto. (Photo by CHARLY TRIBALLEAU / AFP) (Photo by CHARLY TRIBALLEAU/AFP via Getty Images)

ການທີ່ປະຊາຊົນໃສ່ຜ້າ ອັດປາກ-ອັດດັງ ເກືອບທັງຫມົດ ເຖິງວ່າທາງການຈະບໍ່ໄດ້ອອກມາດຕະການບັງຄັບ ອາດເປັນ ອີກສ່ວນຫນຶ່ງທີ່ຊ່ວຍໃຫ້ການແຜ່ກະຈາຍຂອງເຊື້ອຫລຸດລົງ.

ຂໍ້ມູນ ລາວພັດທະນາ

Comments