5 ສາເຫດຫຼັກ ແລະ 3 ແນວທາງ ແກ້ໄຂລົດຕົກຄ້າງ ຢູ່ດ່ານສາກົນບໍ່ເຕ່ນ-ບໍ່ຫານ ຂອງເຈົ້າແຂວງຫຼວງນໍ້າທາ.

5 ສາເຫດຫຼັກ ແລະ 3 ແນວທາງ ແກ້ໄຂລົດຕົກຄ້າງ ຢູ່ດ່ານສາກົນບໍ່ເຕ່ນ-ບໍ່ຫານ ຂອງເຈົ້າແຂວງຫຼວງນໍ້າທາ.

5 ສາເຫດຫຼັກ ລົດຂົນສົ່ງສິນຄ້າຕົກຄ້າງເປັນຈໍານວນຫຼວງຫຼາຍ ຢູ່ດ່ານສາກົນບໍ່ເຕ່ນ-ບໍ່ຫານ.

1. ທາງຝ່າຍຈີນໄດ້ເພີ່ມມາດຕະການເຂັ້ມງວດ ແລະ ມາເຖິງວັນທີ 4/10/2021 ກວດພົບໂຊເຟີລາວຕິດເຊື້ອໂຄວິດ-19, ນັບແຕ່ວັນທີ 5/10/2021 ຝ່າຍຈີນໄດ້ປິດດ່ານສາກົນບໍ່ຫານ,

ຕໍ່ກັບສະພາບການດັ່ງກ່າວ ອົງການປົກຄອງແຂວງຫຼວງນໍ້າທາ ໄດ້ພະຍາຍາມ ປະສານພົວພັນນໍາຝ່າຍຈີນ ຫຼາຍຄັ້ງ ຈິ່ງໄດ້ຕົກລົງເປັນເອກະພາບກັນ ເປີດດ່ານຄືນໃໝ່ເປັນການທົດລອງ ຊຶ່ງເລີ່ມແຕ່ວັນທີ 15/11/2021 ເປັນຕົ້ນມາ ໂດຍເລັ່ງໃສ່ແກ້ໄຂສະເພາະ ລົດຂົນສົ່ງສິນຄ້າ ແຕ່ບໍ່ອະນຸຍາດໃຫ້ບຸກຄົນທົ່ວໄປເຂົ້າ-ອອກ ໄດ້ເທື່ອ (ຍົກເວັ້ນຄົນຈີນ ທີ່ຈະກັບຄືນປະເທດ ສະເລ່ຍ 100-150 ຄົນ/ມື້, ແຕ່ກ່ອນການສົ່ງອອກຕ້ອງໄດ້ຜ່ານການກັກກັນຢູ່ເຂດຢ່າງໜ້ອຍ 7 ວັນ ແລະ ກວດເຊື້ອພະຍາດ 4 ຄັ້ງ ຜົນອອກມາເປັນລົບ ຈິ່ງສາມາດເຂົ້າໄປປະເທດ ຈີນ ໄດ້). 

2. ແຕ່ລະມື້ມີລົດຂົນສົ່ງສິນຄ້າເຂົ້າໄປຈີນ ສະເລ່ຍ ໄດ້ພຽງແຕ່ 150 ຄັນ/ມື້ ແລະ ລົດເປົ່າອອກມາ 50 ຄັນ/ມື້, ແຕ່ລົດຂົນສົ່ງສິນຄ້າເຂົ້າມາລໍຖ້າເພື່ອຂົນສົ່ງສິນຄ້າອອກໄປ ສປ ຈີນ ປະມານ 350 ຄັນ/ມື້ ເຮັດໃຫ້ມີລົດຕົກຄ້າງເປັນຈໍານວນຫຼວງຫຼາຍ.

ຍ້ອນຈໍານວນການສົ່ງອອກສິນຄ້າໄປ ສປ.ຈີນ ໃນແຕ່ລະວັນຈໍາກັດ, ແຕ່ບໍລິມາດສິນຄ້າຕ້ອງການສົ່ງອອກມີຫຼາຍ ຈິ່ງເຮັດໃຫ້ມີສິນຄ້າຕົກຄ້າງຈໍານວນຫຼວງຫຼາຍ. 

3. ຂະນະທີ່ໂຊເຟີລົດຊຸດຂາວເບື້ອງຈີນ ມີຈໍານວນຈໍາກັດ ມີພຽງແຕ່ປະມານ 80 ຄົນ; ຢູ່ຈຸດພັດປ່ຽນໂຊເຟີ ກ່ອນເຂົ້າໄປ ສປ ຈີນ ແມ່ນໃຊ້ເວລາສີດພົ່ນຢາຂ້າເຊື້ອດົນ ປະມານ 15-20 ນາທີ/ຄັ້ງ/ຄັນ ແລະ ຕ້ອງສີດຢາຂ້າເຊື້ອ 3 ຄັ້ງ/ຄັນ ຈິ່ງສາມາດປ່ອຍເຂົ້າໄປ ສປ ຈີນໄດ້; 

4. ເວລາເຮັດວຽກຂອງຈີນ ມີຈຳກັດ ເປີດດ່ານແຕ່ 8 ໂມງເຊົ້າ ຫາ 16 ໂມງແລງ ມີບາງມື້ກໍປິດຮັບກ່ອນ 16:00 ໂມງ ຫຼື ສາງສິນຄ້າຢູ່ເບື້ອງຈີນ (ສາງນົກຍຸງ) ຖ້າສິນຄ້າລະບາຍອອກສາງບໍ່ທັນ, ສິນຄ້າເຕັມ ຈີນຈະປິດບໍ່ຮັບສິນຄ້າກະສິກໍາຈາກລາວເຂົ້າໃນມື້ນັ້ນທັນທີ. 

5. ຍ້ອນສິນຄ້າປະເພດເຂົ້າ, ຢາງພາລາ, ສາລີ ແລະ ໝາກເດືອຍ ໂກຕ້າການນຳເຂົ້າຢູ່ເບື້ອງ ສປ ຈີນ ແມ່ນຈະໝົດໃນວັນທີ 31/12/2021 ນີ້ ຈິ່ງເຮັດໃຫ້ສິນຄ້າຫຼັ່ງໄຫຼກັນມາເພື່ອລໍຖ້າສົ່ງອອກ.

5 ສາເຫດຫຼັກ

3 ແນວທາງ ແກ້ໄຂລົດຕົກຄ້າງ ຢູ່ດ່ານສາກົນບໍ່ເຕ່ນ-ບໍ່ຫານ ຂອງເຈົ້າແຂວງຫຼວງນໍ້າທາ.

ທີ່ດ່ານສາກົນບໍ່ເຕ່ນ ແຂວງຫຼວງນໍ້າທາ ໃນວັນທີ 26 ທັນວາ ຜ່ານມາ, ທ່ານ ຄຳໄຫຼ ສີປະເສີດ ເຈົ້າແຂວງຫຼວງນໍ້າທາ ພ້ອມຄະນະ ໃຫ້ການຕ້ອນຮັບ ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ (ອຄ), ແລະ ພ້ອມທັງນຳພາລົງເກັບກຳສະພາບການຕົວຈິງທີ່ຊ່ອງທາງຂົນສົ່ງສະເພາະ (ເສັ້ນທາງໃໝ່), ດ່ານສາກົນບໍ່ເຕ່ນ (ຫຼັກໝາຍ 29), ສໍາຫຼວດສະພາບລົດຂົນສົ່ງສິນຄ້າຕິດຈົນຮອດສາງພັກສິນຄ້າຂອງບໍລິສັດ LICD ແລະ ສາງ LS. 

ທ່ານເຈົ້າແຂວງຫຼວງນໍ້າທາ ອອກມາດຕະການແກ້ໄຂລົດຕົກຄ້າງທີ່ມີຢູ່ຕາມເສັ້ນທາງດັ່ງນີ້:

1. ອອກແຈ້ງການ ໃຫ້ຜູ້ປະກອບການທົ່ວປະເທດ ໂຈະການສັນຈອນລົດບັນທຸກຂົນສົ່ງສິນຄ້າ ເຂົ້າມາເຂດບໍ່ເຕ່ນ ເປັນການຊົ່ວຄາວ ( ແຕ່ວັນທີ 19-26 ທັນວາ 2021 ແລະ ຈະໄດ້ຂໍສືບຕໍ່ແກ້ໄຂໃຫ້ໝົດ ຈິ່ງຈະອະນຸຍາດໃຫ້ລົດເຂົ້າມາໄດ້)

2. ນໍາໃຊ້ເຈົ້າໜ້າທີ່ຕໍາຫຼວດມາປະຈໍາການ ເພື່ອຈັດສັນ ແລະ ລະບາຍລົດໃນແຕ່ລະວັນ ເຮັດໃຫ້ສະພາບຄ່ອຍຜ່ອຍຄາຍລົງ ແລະ ໄປມາໄດ້ເປັນປົກກະຕິ.

3. ສະເໜີໃຫ້ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ຮີບຮ້ອນສືບຕໍ່ສົມທົບກັນ ເພື່ອຄົ້ນຄວ້າ ແລະ ແກ້ໄຂບັນຫາລົດຕິດ ໃຫ້ຫຼຸດລົງເທື່ອລະກ້າວ ແລະ ໃຫ້ໄປໃນລວງດຽວ ແລະ ຄຽງຄູ່ກັນ ຫຼາຍຂຶ້ນ ເນື່ອງຈາກໄລຍະນີ້ ເປັນໄລຍະທີ່ຊາວກະສິກອນເກັບກ່ຽວຜົນຜະລິດກະສິກໍາ, ຜູ້ປະກອບການຈຶ່ງເລັ່ງສົ່ງອອກສິນຄ້າກະສິກຳເຫຼົ່ານັ້ນຈຶ່ງເຮັດໃຫ້ສິນຄ້າສົ່ງອອກເປັນຈຳນວນຫຼວງຫຼາຍ.

3 ແນວທາງ ແກ້ໄຂລົດຕົກຄ້າງ ຢູ່ດ່ານສາກົນບໍ່ເຕ່ນ-ບໍ່ຫານ ຂອງເຈົ້າແຂວງຫຼວງນໍ້າທາ.

ຂໍ້ມູນ: ປະຊາຊົນ

Comments