ພິທີລົງນາມໂຄງການຊ່ວຍເຫລືອລ້າ ຈາກຍີ່ປຸ່ນ ແກ່ສະໜາມບິນສາກົນຂອງລາວ

ພິທີລົງນາມໂຄງການຊ່ວຍເຫລືອລ້າ ຈາກຍີ່ປຸ່ນ ແກ່ສະໜາມບິນສາກົນຂອງລາວ

      ໃນວັນທີ 20 ທັນວາ 2021 ທີ່ກະຊວງການຕ່າງປະເທດ, ໄດ້ຈັດພິທີລົງນາມເອກະ ສານແລກປ່ຽນ ໂຄງການຊ່ວຍເຫລືອລ້າຈາກລັດຖະບານຍີ່ປຸ່ນ ເພື່ອສະໜອງອຸປະກອນອໍານວຍຄວາມສະດວກໃຫ້ແກ່ສະໜາມບິນສາກົນຂອງລາວ. ຕາງໜ້າຝ່າຍລາວ ຮ່ວມລົງນາມໂດຍ ທ່ານ ໂພໄຊ ໄຂຄຳພິທູນ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແລະ ຕາງໜ້າຝ່າຍຍີ່ປຸ່ນ ແມ່ນທ່ານ ໂຄບາຢາຊິ ເຄນອິຈິ (Mr. KOBAYASHI Kenichi), ເອກອັກຄະຣາຊະທູດ ຍີ່ປຸ່ນ ປະຈໍາ ສປປ ລາວ, ມີບັນດາພະນັກງານກ່ຽວຂ້ອງຂອງທັງສອງຝ່າຍ ເຂົ້າຮ່ວມ.

      ການຊ່ວຍເຫລືອໃນຄັ້ງນີ້, ແມ່ນໂຄງການຊ່ວຍເຫລືອລ້າ ນອກໂຄງການ (Non-Project) ເພື່ອສະໜອງອຸປະກອນອໍານວຍຄວາມສະດວກ ໃຫ້ແກ່ສະໜາມບິນສາກົນຂອງລາວ, ມູນຄ່າ 1 ຕື້ເຢນ ຫລື ປະມານ 8,77 ລ້ານ ໂດລາສະຫະລັດ. 

ໃນໂອກາດດັ່ງກ່າວ, ທ່ານຮອງລັດຖະມົນຕີ ໂພໄຊ ໄຂຄຳພິທູນ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈ ແລະ ຕີລາຄາສູງ ຕໍ່ການສະໜັບສະໜູນ ແລະ ຊ່ວຍເຫລືອ ສປປ ລາວ ຂອງລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ຕະຫລອດມາ.

ໃນໂອກາດດຽວກັນນີ້, ທ່ານເອກອັກຄະຣາຊະທູດ ໂຄບາຢາຊິ ເຄນອິຈິ ໄດ້ສະແດງຄວາມຍິນດີ ທີ່ໄດ້ຕາງໜ້າໃຫ້ລັດຖະບານຍີ່ປຸ່ນ ຮ່ວມລົງນາມເອກະສານແລກປ່ຽນ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນໃນຄັ້ງນີ້ ແລະ ເຊື່ອໝັ້ນວ່າໂຄງການດັ່ງກ່າວ, ຈະປະກອບສ່ວນອັນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ກໍ່ຄື ປະກອບສ່ວນເຂົ້າໃນການສົ່ງເສີມ ການພົວພັນ-ຮ່ວມມື ສອງຝ່າຍ ລາວ-ຍີ່ປຸ່ນ ໃຫ້ນັບມື້ນັບແໜ້ນແຟ້ນຍິ່ງໆຂຶ້ນ.

ຂໍ້ມູນ ຂປລ. 

Comments