ວັກຊີນ Astra Zeneca ຈາກລັດຖະບານແຫ່ງມາເລເຊຍ ໄດ້ຮອດ ສປປ ລາວ ແລ້ວ.

ວັກຊີນ Astra Zeneca ຈຳນວນ 283,400 ໂດສ໌ ຈາກລັດຖະບານແຫ່ງມາເລເຊຍ ໄດ້ຮອດ ສປປ ລາວ ແລ້ວ.

ລັດຖະບານແຫ່ງມາເລເຊຍ ໄດ້ໃຫ້ການຊ່ວຍເຫຼືອວັກຊີນກັນພະຍາດ ໂຄວິດ-19 Astra Zeneca ຈໍານວນ 283,400 ໂດສ໌ ເເກ່ ສປປ ລາວ ໃນຕອນຄຳ່ຂອງວັນທີ 8 ທັນວາ 2021 ນີ້ ທີ່ສະໜາມບິນສາກົດວັດໄຕ.ໂດຍໃຫ້ກຽດເຂົ້ນຮ່ວມຂອງທ່ານ ປອ.ດຣ. ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍ ທ່ານ ນາງ Rafiqa Hazura Md Ridzuan ອຸປະທູດຊົ່ວຄາວ ແລະ ບັນດາພາກສ່ວນທີ່ກ່ຽວຂ້ອງກໍໄດ້ເຂົ້າຮ່ວມ.ໂດຍຈະນຳເອົາວັກຊີນດັ່ງກ່າວມາເສີມຂະຫຍາຍຂະບວນການສັກວັກຊີນກັນພະຍາດໂຄວິດ-19, ໂດຍສະເພາະໃນປັດຈຸບັນນີ້ທີ່ ສປປ ລາວ ໄດ້ກໍານົດເປົ້າໝາຍໃໝ່ຂອງການສັກວັກຊີນໃຫ້ໄດ້ 70 ເປີເຊັນ ຂອງປະຊາກອນທັງໝົດໃນທ້າຍປີ 2021 ນີ້. ຂໍ້ມູນ Centre of Information and Education for Health

May be an image of 8 people and text

Comments