ປີ 2021 ມີຜູ້ຖືກເຄາະຮ້າຍຈາກລະເບີດບໍ່ທັນແຕກ ຫຼາຍຄົນ

ປີ 2021 ມີຜູ້ຖືກເຄາະຮ້າຍຈາກລະເບີດບໍ່ທັນແຕກ ຫຼາຍສິບ ຄົນ

ປີ 2021 ມີຜູ້ຖືກເຄາະຮ້າຍຈາກລະເບີດບໍ່ທັນແຕກ ຫຼາຍຄົນ
ບັນຫາຂອງລະເບີດບໍ່ທັນແຕກ ແມ່ນເປັນອຸປະສັກຕໍ່ການພັດທະນາຢູ່ ສປປ ລາວ

ເມື່ອບໍ່ດົນມານີ້ ໄດ້ມີກອງປະຊຸມທາງໄກ ຂອງຄະນະຊີ້ນຳໂຄງການກວດກູ້ລະເບີດບໍ່ທັນແຕກ ໂດຍມີ ຮອງລັດຖະມົນຕີ ກະຊວງ ຮສສ, ຮອງປະທານ ຄຊກລ ແລະ ທ່ານ ນາງ ແຄັດທາລິນ ເຟືອງ ຮອງຜູ້ຕາໜ້າງໜ້າ ອົງການ ສປຊ ປະຈໍາ ສປປ ລາວ, ມີຫົວໜ້າຫ້ອງການ ຄຊກລ, ຄກລ, ບັນດາທູຕານຸທູດ, ຕາງໜ້າປະເທດຜູ້ໃຫ້ທຶນ , ຄະນະຊີ້ນໍາໂຄງການກວດກູ້ລະເບີດບໍ່ທັນແຕກ, ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງຊຽງຂວາງ ແລະ ແຂວງສະຫວັນນະເຂດ , ພ້ອມແຂກຖືກເຊີນເຂົ້າຮວ່ມ.

ກອງປະຊຸມດັ່ງກ່າວ ໄດ້ຄົ້ນຄວ້າ ແລະ ປະກອບຄວາມຄິດຄວາມເຫັນຕໍ່ກັບບັນຫາຕໍ່ໄປນີ້:
ບົດລາຍງານຜົນສໍາເລັດໃນການຈັດຕັ້ງປະຕິບັດ ( ປີ 2021) ແລະ ທິດທາງແຜນການ ໄລຍະປີ 2022
ການກະກຽມເອກະສານໂຄງການຮ່ວມມື ສະບັບໃໝ່ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ອົງການ ສປຊ ໄລຍະປີ 2022-2026

ສຳລັບຫ້ອງການ ຄຊກລ ໃນປີ 2021 ໄດ້ຈັດຕັ້ງປະຕິບັດ 7 ກິດຈະກຳ ເຊັ່ນ: ສຶກສາໂຄສະນາຄວາມສ່ຽງຈາກ ລບຕ ໂດຍເຊື່ອມສານວຽກງານຕ້ານພະຍາດໂຄວິດ19 ຜ່ານສື່ສິງພິມ ແລະ ວິທະຍຸ ຢູ່ 5 ແຂວງ, ເຄື່ອນໄຫວ 526 ບ້ານ, ມີຜູ້ໄດ້ຮັບຜົນປະໂຫຍດຈຳນວນ 155.363 ຄົນ , ໃນນີ້ 77.355 ແມ່ນຜູ້ຍິງ, ມີອຸບັດເຫດ 31 ຄັ້ງ ມີຜູ້ຖືກເຄາະຮ້າຍ 55 ຄົນ ໃນນີ້ບາດເຈັບ 44 ຄົນ ແລະ ເສຍຊີວີດ 11 ຄົນ.
ທີ່ມາ: ຂ່າວສານ ຮສສ , ຮູບພາບ ເສດຖະກິດການຄ້າ

ປີ 2021 ມີຜູ້ຖືກເຄາະຮ້າຍຈາກລະເບີດບໍ່ທັນແຕກ ຫຼາຍສິບ ຄົນ
ປີ 2021 ມີຜູ້ຖືກເຄາະຮ້າຍຈາກລະເບີດບໍ່ທັນແຕກ ຫຼາຍສິບ ຄົນ

Comments