ຜົ້ງສາລີ ເກີດແຜ່ນດິນໄຫວຊຳ້ຊ້ອນເຖິງ 3 ຄັ້ງ,

ຜົ້ງສາລີ ເກີດແຜ່ນດິນໄຫວຊຳ້ຊ້ອນເຖິງ 3 ຄັ້ງ,

ຄັ້ງທີ1: ວັນທີ 24 ທັນວາ 2021, ເວລາປະມານ 20:44 ຄວາມແຮງສັ່ນສະເທືອນວັດແທກໄດ້ 5,7 ຣິກເຕີ້, ເຊິ່ງມີຄວມເລີກ ຈາກເທິງຫນ້າດິນປະມານ 10 Km ຈຸດເກີດແຜ່ນດິນໄຫວຢູ່ທີ່ບໍລິເວນ ເມືອງ ຍອດອູ ແຂວງຜົ້ງສາລີ. ຄວາມເສຍຫາຍຫຼາຍຢ່າງລວມທັງຫມົດ 20 ບ້ານ ຄິດສະເລ່ຍ ມູນຄ່າທັງຫມົດປະມານ: 1,4 ຕື້ກວ່າກີບ

ຄັ້ງທີ 2: ວັນທີ 25 ທັນວາ 2021 18:55 ໂມງ ຄວາມແຮງສັ່ນສະເທືອນວັດແທກໄດ້ 3,5 ຣິກເຕີ, ມີຄວາມເລີກຈາກຫນ້າດິນ 10 Km ເຊິ່ງຈຸດເກີດແຜ່ນດິນ ໄຫວຢູ່ທີ່ບໍລິເວນ ບ້ານໂຈ້ກາເກົ່າ, ເມືອງຜົ້ງສາລີ, ແຂວງຜົ້ງສາລີ ( ຍັງບໍ່ມີ ການລາຍງານຜົນເສຍຫາຍ )

ຄັ້ງທີ 3: ວັນທີ 26 ທັນວາ 2021 ເວລາ 05:16 ໂມງ. ຄວາມແຮງສັ່ນສະເທືອນວັດແທກໄດ້ 3,3 ຣິກເຕີ, ເຊິ່ງຄວາມເລີກຈາກ ເທິງຫນ້າດິນປະມານ 10 Km ຈຸດສູນກາງເກີດແຜ່ນດິນໄຫວ ຢູ່ທີ່ ບໍລິເວນ ເມືອງຍອດອູ ແຂວງຜົ້ງສາລີ ຊາຍແດນ ລາວ – ຈີນ, ເຊິ່ງຈຸດເກີດແຜ່ນດິນໄຫວແມ່ນຫ່າງຈາກເທດສະບານ ເມືອງຍອດອຸ ປະມານ 18 Km ( ຍັງບໍ່ມີການລາຍ ງານຜົນເສຍຫາຍ )

Comments