ຜົນສໍາເລັດ ການຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ

ຜົນສໍາເລັດ ການຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຂອງປະທານສະພາແຫ່ງຊາດລາວ ພ້ອມດ້ວຍຄະນະ

   ໃນລະຫວ່າງວັນທີ 6-8 ທັນວາ 2021 ສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຂອງສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ສໍາເລັດການຢ້ຽມຢາມສັນຖະວະໄມຕີ ແລະ ເຮັດວຽກຢູ່ ສສ.ຫວຽດນາມ ຢ່າງເປັນທາງການ. 

ໃນການຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ, ສະຫາຍ ປະທານສະພາແຫ່ງຊາດ ໄດ້ເຂົ້າຢ້ຽມຂໍ່ານັບ ບັນດາການນໍາຂັ້ນສູງພັກ-ລັດ ແຫ່ງ ສສ ຫວຽດນາມ ເປັນຕົ້ນ ຢ້ຽມຂໍ່ານັບ:

1. ສະຫາຍ ຫງວຽນ ຟູ ຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ; 

2. ຢ້ຽມຂໍ່ານັບ ສະຫາຍ ຫງວຽນ ຊວນ ຟຸກ ກຳມະການກົມການເມືອງສູນກາງພັກ, ປະທານປະເທດແຫ່ງ ສສ ຫວຽດນາມ; 

3. ຢ້ຽມຢາມພົບປະ ສະຫາຍ ຟາມ ມິງ ຈິງ ກຳມະການກົມການເມືອງສູນກາງພັກ, ນາຍົກ ລັດຖະມົນຕີ ແຫ່ງ ສສ.ຫວຽດນາມ.  

May be an image of 9 people, people standing and indoor

    ທັງນີ້, ກໍເພື່ອປຶກສາຫາລືທິດທາງໃນການພົວພັນຮ່ວມມື ລະ ຫວ່າງ ສອງປະເທດລາວ-ຫວຽດນາມ ອ້າຍນ້ອງ.

ໃນການຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ ຄັ້ງນີ້, ໄດ້ມີການພົບປະສອງຝ່າຍ ລະ ຫວ່າງສອງປະທານສະພາແຫ່ງຊາດ ທີ່ມີ ສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ແລະ ສະຫາຍ ເວືອງ ດິງ ເຫວະ ກໍາມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ, ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດ ນາມ ດ້ວຍບັນຍາກາດແຫ່ງໄມຕີຈິດມິດຕະພາບອັນອົບອຸ່ນ, ສະໜິດສະໜົມ ຖານສະຫາຍອ້າຍນ້ອງ. 

May be an image of 10 people, people standing and outdoors

    ໃນການພົບປະຄັ້ງນີ້, ສອງຝ່າຍໄດ້ພ້ອມກັນຕີລາຄາຄືນການພົວພັນຮ່ວມມື ລະຫວ່າງ ສອງອົງການນິຕິບັນຍັດຂອງສອງປະເທດ ໃນໄລຍະຜ່ານມາ ແລະ ພ້ອມກັນປຶກສາຫາລືທິດທາງແຜນການໃນຕໍ່ໜ້າ ເປັນຕົ້ນ ແມ່ນການປັບປຸງບົດບັນທຶກການຮ່ວມມື ລະຫວ່າງ ສອງອົງການນິຕິບັນຍັດ, ຊຶ່ງຈະໝົດອາຍຸ ໃນປີ 2022, ການສ້າງກິດຈະກໍາສະເຫລີມສະຫລອງສອງວັນປະຫວັດສາດ ແລະ ປີສາ ມັກຄີມິດຕະພາບລາວ-ຫວຽດນາມ ໃນປີ 2022; ທັງສອງຝ່າຍໄດ້ເອກະພາບສືບຕໍ່ການພົວພັນ ຮວມມືລະຫວ່າງສອງອົງການນິຕິບັນຍັດ ເປັນຕົ້ນ ການປັບປຸງບົດບັນທຶກສອງຝ່າຍ, ການແລກປ່ຽນຄະນະຜູ້ແທນ, ແລກປ່ຽນຄະນະມິດຕະພາບ, ແລກປ່ຽນສະມາຊິກສະພາແຫ່ງຊາດ (ສສຊ) ໜຸ່ມ, ແລກປ່ຽນ ສສຊ ເພດຍິງ, ແລກປ່ຽນຈັດຕັ້ງກອງປະຊຸມສໍາມະນາໃນຫົວຂໍ້ ວິທະຍາສາດຮ່ວມກັນ, ຊຸກຍູ້ການພົວ ພັນຮ່ວມມື ລະຫວ່າງສອງລັດຖະບານ, ປະສານສົມທົບຮ່ວມກັນຕິດຕາມກວດກາບັນດາໂຄງການຮ່ວມມືຕ່າງໆ, ປະສານສົມທົບໃນການພົວພັນຮ່ວມມື ໃນເວທີພາກພື້ນ ແລະ ສາກົນ ປັນຕົ້ນ AIPA, IPU, APPF, ASEP, CLV ແລະ ອື່ນໆ; ຮ່ວມກັນຈັດຕັ້ງບັນດາກິດຈະກໍາສະເຫລີມສະຫລອງ ປີສາມັກຄີມິດຕະພາບ; ສືບຕໍ່ການຄົ້ນຄວ້າຍ້ອງຍໍບັນດາກົມກອງ ແລະ ບຸກຄົນຝ່າຍຫວຽດນາມ ທີ່ມີຜົນ ງານດີເດັ່ນ ໃນການປຸກສ້າງຫໍສະພາແຫ່ງຊາດລາວ ຫລັງໃໝ່, ພ້ອມດຽວກັນນັ້ນ ສສ.ຫວຽດນາມ ຈະສືບຕໍ່ໃຫ້ການຮ່ວມມືໃນການຄຸ້ມຄອງ ແລະ ນໍາໃຊ້ຫໍສະພາແຫ່ງຊາດລາວ; ສືບຕໍ່ແລກປ່ຽນບົດຮຽນກ່ຽວກັບວຽກງານອົງຄະນະພັກສະພາແຫ່ງຊາດ.

May be an image of 2 people, people standing and indoor

     ສະຫາຍ ປະທານສະພາແຫ່ງຊາດ ໄດ້ນໍາພາຄະນະ ເຂົ້າຮ່ວມກອງປະຊຸມສໍາມະນາແລກປ່ຽນບົດຮຽນ ຮ່ວມກັນ ລະຫວ່າງ ສອງສະພາແຫ່ງຊາດ ກ່ຽວກັບການຊັກຖາມໃນກອງປະຊຸມຂອງສະພາແຫ່ງຊາດ, ການນໍາໃຊ້ບັນດາຂໍ້ກໍານົດຂອງກົດໝາຍ ເຂົ້າໃນການຜັນຂະຫຍາຍບັນດາໂຄງການພັດ ທະນາເສດຖະກິດ-ສັງຄົມ, ໂຄງການລົງທຶນພາຍໃນ ແລະ ຕ່າງປະເທດ; ໄດ້ຕ້ອນຮັບ ແລະ ຢ້ຽມພົບປະກັບ ສະຫາຍ ນົງ ດຶກ ແມັງ ແລະ ສະຫາຍ ຫງວຽນ ວັນ ອານ ອາດີດປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ; ສະຫາຍ ເຈິນ ວັນ ຕຸ່ຍ ອາດີດກໍາມະການສູນກາງພັກກອມມູນິດຫວຽດນາມ, ອາດີດຫົວໜ້າຄະນະກຳມະການວຽກງານສະມາຊິກສະພາແຫ່ງຊາດ, ປະທານສະມາຄົມມິດຕະພາບຫວຽດນາມ-ລາວ ຂັ້ນສູນກາງ; ສະຫາຍ ນາງ ຫງວຽນ ທິ ກິມ ເງິນ ອະດີດປະທານສະພາແຫ່ງຊາດ ແຫ່ງ ສສ.ຫວຽດນາມ ແລະ ສະຫາຍ ໂດ ວັນ ຈ້ຽນ, ປະທານສູນກາງແນວໂຮມປະເທດຊາດ ແຫ່ງ ສສ ຫວຽດນາມ.

This image has an empty alt attribute; its file name is thu-tuong-hoi-kien-lao-1024x683.jpeg

    ນອກຈາກນັ້ນ, ຍັງໄດ້ເດີນທາງໄປແຂວງວິ້ງຟຸກ ເພື່ອຢ້ຽມຢາມກຸ່ມບໍລິສັດເກ້ວເລີມ, ເຊິ່ງເປັນກຸ່ມບໍ່ລິສັດ ທີ່ໄດ້ຮັບຜົນສໍາເລັດດ້ານກະສິກໍາ ໂດຍສະເພາະ ແມ່ນການຜະລິດຝຸ່ນຊີວະພາບດ້ວຍເຕັກໂນໂລຊີທີ່ທັນສະໄໝ ແລະ ໄດ້ຢ້ຽມຢາມ ແລະ ມີຄໍາເຫັນໂອ້ລົມພະນັກງານ ສະຖານເອກອັກຄະລັດ ຖະທູດ ແຫ່ງ ສປປ ລາວ ປະຈໍາ ສສ.ຫວຽດນາມ. ການຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການໃນຄັ້ງນີ້, ຍັງເປັນການຮັດແໜ້ນ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ກໍຄື ສອງສະພາແຫ່ງຊາດ ລາວ ແລະ ຫວຽດນາມ ໃຫ້ແໜ້ນແຟ້ນ ແລະ ເກີດດອກອອກຜົນງອກງາມຍິ່ງໆຂຶ້ນ. 

ຂໍ້ມູນ ຂປລ.(ສພຊ)

Comments