ໂຄງການທາງລົດໄຟ ຈີນ-ລາວ ສອດຄ່ອງຕາມນະໂຍບາຍ “ໜຶ່ງແລວ ໜຶ່ງເສັ້ນທາງ”

ໂຄງການທາງລົດໄຟ ຈີນ-ລາວ ໃນນາມທີ່ເປັນໂຄງການ ທີ່ສໍາຄັນສອດຄ່ອງຕາມນະໂຍບາຍ “ໜຶ່ງແລວ ໜຶ່ງເສັ້ນທາງ” ເຊິ່ງໄດ້ຮັບການອະນຸມັດ ຈາກສະພາແຫ່ງຊາດ ໃນປີ 2010 ມາຮອດປີ 2016 ໄດ້ລົງມືກໍ່ສ້າງຢ່າງເປັນທາງການ ໂຄງການທາງດັ່ງກ່າວ ໄດ້ມີການດໍາ ເນີນມາເປັນເວລາ 9 ປີ ໄດ້ສ້າງວຽກເຮັດງານທໍາ 10 ພັນກວ່າຕໍາແໜ່ງງານ ໃຫ້ແກ່ປະຊາຊົນຢູ່ທ້ອງຖິ່ນ ແລະ ກາຍເປັນຄວາມຫວັງ ຂອງປະຊາຊົນໃນທ້ອງຖິ່ນ ເພື່ອພັດທະນາຊີວິດການ ເປັນຢູ່ຂອງເຂົາເຈົ້າໃຫ້ດີຍິ່ງຂຶ້ນ ເຊິ່ງເປັນການຮ່ວມມື ທີ່ຖືກຂະໜານນາມ ວ່າ ເປັນໂຄງການເຊື່ອມສໍາພັນຈິດໃຈປະຊາຊົນສອງຊາດ.

ໃນເມື່ອປະເທດຊາດ ໄດ້ຮັັບການພັດທະນານັ້ນ ຫຼາຍຝ່າຍຕ່າງກໍໃຫ້ການຊົມເຊີຍ ແລະ ໃຫ້ການຮ່ວມມືຢ່າງເປັນຮູບປະທໍາຕາມນະໂຍບາຍ “ໜຶ່ງແນວ ໜຶ່ງເສັ້ນທາງ” ເປັນການຊຸກຍູ້ການຮ່ວມມື ທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ ແຕ່ໃນມໍ່ໆນີ້ ມີສື່ມ່ວນຊົນຂອງ ຕາເວັນ ຕົກຈໍານວນໜຶ່ງ ໄດ້ນໍາໃຊ້ບັນຫາເວນຄືນທີ່ດິນ ຂອງຊາວກະສິກອນຢ່າງ ບໍ່ເໝາະກັບກົດໝາຍບັນຫາ ການຈ່າຍເງິນຊົດເຊີຍຄືນທີ່ຫຼ້າຊ້າ, ການຈັດສັນທີ່ຢູ່ບໍ່ເໝາະສົມ ແລະ ອື່ນໆ ມາເປັນຫົວຂໍ້ລາຍງານວ່າ ໂຄງການທາງລົດໄຟຈີນ-ລາວ ໄດ້ສ້າງຜົນກະທົບຕໍ່ ດ້ານການເມືອງ ແລະ ເສດຖະກິດຂອງລາວ ເຊິ່ງສະທ້ອນໃຫ້ເຫັນເຖິງເຈດຈໍານົງ ກໍຄື ເປັນການສະແດງຄວາມ ບໍ່ຍອມຮັບກັບໂຄງການທາງລົດໄຟ ຈີນ-ລາວ ການສະແດງທັດສະນະແບບ “ຕົນເອງບໍ່ຢາກເຮັດ ພັດບໍ່ຢາກໃຫ້ປະເທດອື່ນ ໄດ້ຮັບຜົນສໍາເລັດ” ເປັນການສະແດງ ໃຫ້ເຫັນ ຢ່າງຈະແຈ້ງກ່ຽວກັບ ພືດຕິກໍາດ້ານລົບຂອງພວກເຂົາເຈົ້າ.

ໂຄງການລົດໄຟຈີນ-ລາວ ດີ ຫຼື ບໍ່ດີນັ້ນ ເມື່ອມາທຽບກັບພວກ ທີ່ມາຕີລາຄາ ໂດຍບໍ່ມີ ຄວາມຮູ້ດ້ານການເມືອງ ແລະ ເສດຖະເສດ ເຫຼົ່ານັ້ນ ລັດຖະບານລາວ ແລະ ປະຊາຊົນລາວ ທີ່ຢູ່ລຽບຕາມເສັ້ນທາງລົດໄຟ ແມ່ນມີສິດທີ່ຈະມີຄໍາເຫັນ ໄດ້ຢ່າງເຕັມສ່ວນ.

ທາງລົດໄຟຈີນ-ລາວ ຈະເຮັດໃຫ້ການພັດທະນາ ເສດຖະກິດຄຶກຄັກຂຶ້ນມາ ເພາະພາຍຫຼັງທີ່ໂຄງການດັ່ງກ່າວ ໄດ້ເປີດນໍາໃຊ້ ຈະເຮັດໃຫ້ການເດີນທາງ ຈາກຊາຍແດນຈີນ-ລາວ ໄປຫານະຄອນຫຼວງວຽງຈັນ ໃນເມື່ອກ່ອນຕ້ອງໃຊ້ເວລາ ການເດີນທາງດ້ວຍລົດຍົນ 16 ຊົ່ວໂມງ ມານັ່ງລົດໄຟໃຊ້ເວລາພຽງ 3 ຊົ່ວໂມງ ຕາມລາຍງານຂອງ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີວ່າ: ທາງລົດໄຟ ຈີນ-ລາວ ຈະຊ່ວຍເຫຼືອໃຫ້ ສປປ ລາວ ບັນລຸຍຸດທະສາດ ການຮ່ວມມື ແລະ ການເຊື່ອມໂຍງ ລະຫວ່າງ ລາວ-ຈີນ ລາວ-ອາຊຽນ ພ້ອມດຽວກັນກໍຈະເປັນເຄື່ອງ ມືອັນສໍາຄັນໃຫ້ແກ່ ການດຶງດູດການລົງທຶນ ຈາກຕ່າງປະເທດ, ເຕັກນິກທີ່ທັນສະໄໝ ແລະ ຊັບພະຍາກອນມະນຸດ ຂອງ ສປປ ລາວ ດັ່ງຕົວຢ່າງທີ່ດີ ບັນສື່ມວນຊົນປະກອບ ມີໜັງສືພິມ ພາສາຕ່າງປະເທດ Vientiane Time ແລະ ສື່ອື່ນໆ ກໍສະແດງທັດສະນະວ່າ: ການກໍ່ສ້າງ ທາງລົດໄຟ ລາວ-ຈີນ ຈະກາຍເປັນເສົາຄໍ້າອັນສໍາຄັນ ໃຫ້ແກ່ການຂະຫຍາຍຕົວ ດ້ານເສດຖະກິດຂອງ ສປປ ລາວ.

ຜົນໄດ້ຮັບທີ່ດີເຫຼົ່ານີ້ ປະຊາຊົນທີ່ຢູ່ລຽບຕາມເສັ້ນທາງ ລົດໄຟ ເປັນຜູ້ທີ່ຮັບຮູ້ໄດ້ຢ່າງເລິກເຊິ່ງ ຕາມການໃຫ້ສໍາພາດຂອງ ທ້າວ ນັດທະວີ ນໍລະສິງ ປະຊາຊົນ ແຂວງຫຼວງພະບາງ ໄດ້ໃຫ້ສໍາພາດຕໍ່ນັກຂ່າວວ່າ: “ໂຄງການທາງລົດໄຟຈີນ-ລາວ ສາມາດຊຸກຍູ້ ການພັດທະນາເສດຖະກິດຕາມແລວທາງລົດໄຟ ຈະເປັນການສ້າງວຽກເຮັດງານທໍາ ແລະ ການພັດທະນາທີ່ດີກວ່າເກົ່າໃຫ້ແກ່ປະຊາຊົນທ້ອງຖີ່ນ”.

“ໂຄງການທາງລົດໄຟຈີນ-ລາວ ພວມດໍາເນີນການກໍ່ສ້າງຢ່າງວ່ອງໄວ ປັດຈຸບັນສໍາເລັດ ໄປແລ້ວຫຼາຍກວ່າ 40% ເຊິ່ງເປັນຜົນດີ ແລະ ກາຍເປັນຮູບປະທໍາ ຂອງປະເທດລາວ ກໍຄື ການສ້າງວຽກເຮັດງານທໍາຢູ່ທ້ອງຖີ່ນ”

ນັກຂ່າວລາວ ໄດ້ສະໜອງຕົວເລກ ທີ່ໜ້າເຊື່ອຖື ຄື: “ເດືອນກໍລະກົດ 2017 ທີ່ສັນຍາທັງ 6 ຕອນ ຂອງການພັດທະນາໂຄງການທາງລົດໄຟຈີນ-ລາວ ໄດ້ພ້ອມກັນເລີ່ມຮັບສະຫມັກ ພະນັກງານນັ້ນ ກໍໄດ້ສ້າງວຽກເຮັດງານທໍາ ຈໍານວນ 7.000 ກວ່າຕໍາແໜ່ງງານ, ເຊິ່ງຕໍາແໜ່ງງານເຫຼົ່ານີ້ລ້ວນ ແຕ່ເປັນການສະໜອງໃຫ້ແກ່ ປະຊາຊົນລາວ ນັ້ນໝາຍວ່າການທີ່ຮັບພະນັກງານທີ່ມີຈໍານວນ ຫຼາຍຄືແນວນີ້ ແມ່ນຫາໄດ້ຍາກທີ່ສຸດ ”

ທ້າວ ນຸກ ເຈົ້າຂອງຮ້ານເຄື່ອງແຫ້ງ ທີ່ຢູ່ໃກ້ໆສະຖານີລົດໄຟ ມີຄວາມຫວັງຢ່າງເຕັມ ສ່ວນຕໍ່ທາງລົດໄຟ ຈີນ-ລາວໂດຍກ່າວວ່າ: “ການສ້າງທາງລົດໄຟຢູ່ບ່ອນນີ້ ພວກເຮົາລ້ວນແຕ່ດີໃຈ ພາຍຫຼັງເປີດນໍາໃຊ້ແລ້ວ ຈະເຮັດໃຫ້ນັກທ່ອງທ່ຽວຫຼາຍຂຶ້ນ, ການຄ້າຂາຍກໍຈະດີຂຶ້ນຕາມມາ ເຖິງວ່າລັດຖະບານ ຈະນໍາໃຊ້ດິນຂອງພວກຂ້າ ພະເຈົ້າຖ້າພວກເຮົາໄດ້ຮັບຄ່າຊົດເຊີຍ ທີ່ເພິງພໍໃຈ ຊີວິດການເປັນຢູ່ກໍຈະໄດ້ຮັບ ການປັບປຸງໄປນໍາ ຂ້າພະເຈົ້າມີຄວາມຫວັງວ່າ ຖ້າມີເງິນແລ້ວ ກໍຈະມີໂອກາດນັ່ງລົດໄຟ ໄປຫາປະເທດຈີນ ”

ແຂວງຫຼວງນໍ້າທາ ເປັນແຂວງທໍາອິດທີ່ທາງລົດໄຟຈີນ-ລາວ ເຂົ້າໃນເຂດດິນລາວ ເຊິ່ງນາງ ທະວີພອນ ປະຊາຊົນແຂວງຫຼວງນໍ້າທາ ໄດ້ເປີດເຜີຍວ່າ ຜະລິດຕະພັນກະສິກໍາ ຂອງຊາວກະສິກອນ ຈະສາມາດໄປຂາຍ ຢູ່ຕະຫຼາດສາກົນ ແລະ ປະເທດລາວເປັນປະເທດ ທີ່ເຮັດ ການກະສິກໍາເປັນຕົ້ນຕໍ່ ສະນັ້ນເສັ້ນທາງລົດໄຟ ຈີນ-ລາວ ຈະເອື້ອອໍານວຍຄວາມສະດວກ ແກ່ການຂົນສົ່ງ ຜະລິດຕະພັນກະສິກໍາ ຂອງທ້ອງຖິ່ນໄປຂາຍຢູ່ຕ່າງປະເທດ ອັນນີ້ຈະເປັນສິ່ງຮັບປະກັນ ໃຫ້ເພີ່ມລາຍໄດ້ຂອງຊາວກະສິກອນ.

ນອກຈາກນັ້ນ ກໍຈະເຮັດໃຫ້ບຸກຄະລາກອນ ແລະ ຜະລິດຕະພັນສິນຄ້າ ສາມາດໝູນວຽນສັບປ່ຽນ ດ້ານສິດຜົນປະໂຫຍດຮ່ວມກັນ ອັນຈະເປັນການປະກອບ ສ່ວນພັດທະນາເສດຖະກິດ-ສັງຄົມ ຮອບດ້ານຂຶ້ນເລື້ອຍໆ ເຊິ່ງສິ່ງເຫຼົ່ານີ້ເປັນຄວາມຮູ້ສຶກ ແລະ ຄວາມຄອງຄ່ອຍ ຂອງປະຊາຊົນລາວ.

ພ້ອມດຽວກັນນີ້ ທ່ານ ນະທາວິນ ນໍລະສິນ ປະຊາຊົນຊາວແຂວງຫຼວງພະບາງ ໄດ້ໃຫ້ທັດສະນະວ່າ: ພາຍຫຼັງທີ່ທາງລົດໄຟ ສໍາເລັດການກໍ່ສ້າງແລ້ວ ຈະສາມາດປັບປຸງ ຂະແໜງການຄົມມະນາຄົມຂົນສົ່ງ ຂອງປະເທດລາວ ຢ່າງຫຼວງຫຼາຍ, ສົ່ງເສີມການໄປມາ ຫາສູ່ກັນ ຂອງປະຊາຊົນ ສອງຊາດ ລາວ-ຈີນ ເຊິ່ງຈະເປັນການສະໜອງ ກາລະໂອກາດ ການພັດທະນາທີ່ໃຫຍ່ ຫຼວງດ້ານເສດຖະກິດ, ທ່ອງທ່ຽວວັດທະນະທໍາ, ການລົງທຶນ, ການຄ້າ ແລະ ຕະຫຼາດແຮງງານ ຂອງ ສປປ ລາວ ຈະເປັນການສົ່ງເສີມ ຄວາມຕ້ອງການພາຍໃນ ແລະ ເປັນການຮ່ວມກັນພັດທະນາ ດ້ານເສດຖະກິດ-ສັງຄົມ ຂອງສອງຊາດ ລາວ-ຈີນ ຈະນໍາພາຄວາມສະດວກ ສະບາຍມາສູ່ປະຊາຊົນລາວ ຢ່າງແທ້ຈິງ.

ທ່ານ ຮວງ ຕີ້ຟູ ອໍານວຍການໃຫຍ່ ບໍລິສັດສາກົນ ຂອງກຸ່ມບໍລິສັດທາງລົດໄຟ ແຫ່ງ ສປ ຈີນ ໄດ້ເວົ້າວ່າ: ທາງລົດໄຟລາວ-ຈີນ ເໝື່ອນດັ່ງຫົວຈັກອັນດຽວກັນ ຕ໋ອງໂສ້ງການຜະລິດທີ່ ຫຼວງຫຼາຍຂອງທ້ອງຖິ່ນ ຈະໄດ້ຮັບການກະຕຸກຊຸກຍູ້.

ການກໍ່ສ້າງ ທາງລົດໄຟເສັ້ນນີ້ ຈະເປັນການກະຕຸກຊຸກຍູ້ໂດຍກົງໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ,ການກໍ່ສ້າງວິສະວະກອນ, ການສະໜອງວັດສະດຸກໍ່ສ້າງ, ພະລັງງານໄຟຟ້າ, ກະສິກໍາ-ລ້ຽງສັດ, ການບໍລິການການຂົນສົ່ງ ໄປຄຽງຄູ່ກັບການເພີ່ມຕໍາແໜ່ງງານໃຫ້ແກ່ປະຊາຊົນ ແລະ ຊຸກຍູ້ການຍົກລະດັບ ຂະແໜງ ອຸດສາຫະກໍາ ພ້ອມດຽວກັນ ເຊິ່ງມີບົດບາດສໍາຄັນ ໃຫ້ແກ່ການພັດທະນາ ຂະແໜງການຕ່າງໆ ທີ່ຢູ່ລຽບຕາມເສັ້ນທາງລົດໄຟ.

ຂໍ້ມູນຈາກ: ຂປລ.

Comments