ແຈ້ງເຕືອນ!!! ຝົນຍັງຈະສືບຕໍ່ຕົກໜັກ ທົ່ວທຸກພາກຂອງລາວ ວັນທີ 13-18 ສິງຫານີ້

ກົມອຸຕຸນິຍົມ ແລະ ອຸທຸກກະສາດ ໄດ້ຄາດຄະເນສະພາບອາກາດໃນໄລຍະວັນທີ 12 ຫາ 18 ສິງຫາ 2019 ວ່າ: ໃນໄລຍະວັນທີ 12-15 ສິງຫາ 2019 ຮ່ອງຄວາມກົດດັນຕໍ່າຍັງຈະພັດຜ່ານຢູ່ແຂວງພາກເໜືອ ຫາພາກກາງຂອງປະເທດລາວ ພ້ອມດຽວກັນລົມມໍລະສຸມຕາເວັນຕົກສ່ຽງໃຕ້ ຍັງຈະພັດປົກຄຸມເປັນສ່ວນໃຫຍ່ ເຊິ່ງຈະເຮັດໃຫ້ມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມ ໃນລະດັບຄ່ອຍເປັນບໍລິເວນກວ້າງຢູ່ໃນແຕ່ລະພາກ ແລະ ຕົກປານກາງ ຫາ ຕົກໜັກ ພ້ອມມີລົມພັດແຮງ ຢູ່ບາງທ້ອງຖິ່ນແຂວງພາກເໜືອດ້ານຕາເວັນອອກລົງ ຫາພາກກາງ ແລະ ພາກໃຕ້.

ຈາກນັ້ນ, ວັນທີ 16-18 ສິງຫາ 2019 ລົມມໍລະສຸມຕາເວັນຕົກສ່ຽງໃຕ້ ຍັງຈະມີກໍາລັງແຮງເພີ່ມຂຶ້ນປົກຄຸມ ເຊິ່ງຍັງຈະເຮັດໃຫ້ມີຝົນຍັງສືບຕໍ່ຕົກໃນລະດັບຄ່ອຍເປັນບໍລິເວນກວ້າງ ແລະ ຕົກປານກາງ ຫາ ຕົກໜັກຢູ່ບາງທ້ອງຖິ່ນແຂວງພາກເໜືອດ້ານຕາເວັນຕົກ ຫາ ພາກາງ ແລະ ພາກໃຕ້, ພ້ອມມີລົມພັດແຮງເປັນບາງໂອກາດ.

ຂະນະທີ່ສະພາບອາກາດໃນຕອນເຊົ້າຂອງວັນທີ 12 ສິງຫາ 2019 ກົມອຸຕຸລາຍງານວ່າ: ຮ່ອງຄວາມກົດດັນອາກາດຕໍ່າຍັງສືບຕໍ່ພາດຜ່ານຢູ່ພາກເໜືອ ຫາ ພາກກາງ ຂອງປະເທດລາວ, ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມເປັນສ່ວນໃຫຍ່ ຊຶ່ງຈະເຮັດໃຫ້ມີຝົນຕົກ, ຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມຈະມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນໃນແຕ່ລະພາກຕື່ມອີກ ແລະ ຈະມີຝົນຕົກໜັກຢູ່ບາງທ້ອງຖິ່ນແຂວງພາກກາງ.

ສ່ວນປະລິມານນໍ້າຝົນຫຼາຍສຸດທີ່ວັດແທກໃນວັນທີ 11 ສິງຫາ 2019 ແມ່ນ ປາກຊັນ (ບໍລິຄຳໄຊ) ວັດແທກໄດ້ 91.4 ມິລລີແມັດ; ຮອງລົງມາແມ່ນ ໄຊສົມບູນ ວັດແທກໄດ້ 59.7 ມິລລີແມັດ; ຊຳເໜືອ 48.1 ມິລລີແມັດ; ນະຄອນຫຼວງວຽງຈັນ 36 ມິລລີແມັດ; ປາກຊ່ອງບໍລິເວນ 30.3 ມິລລີແມັດ; ໂພນໂຮງ (ວຽງຈັນ) 25.9 ມິລລີແມັດ ແລະ ເຂດອື່ນໆຕາມລຳດັບ.

ສຳລັບປະລິມານນໍ້າຂອງ ແລະ ແມ່ນໍ້າສາຂາຕາມການລາຍງານຂອງກົມອຸຕຸນິຍົມ ແລະ ອຸທົກກະສາດໃນເຊົ້າມື້ນີ້ ວັນທີ 12 ສິງຫາ 2019 ໃຫ້ຮູ້ວ່າ: ເຂດທີ່ມີປະລິມານນໍ້າເພີ່ມຂຶ້ນເຊັ່ນ: ຂົວເຊ (ເຊບັ້ງໄຟ) ວັດແທກໄດ້ 10.81 ແມັດ; ຮອງລົງມາແມ່ນ ຫຼວງພະບາງ (ນໍ້າຂອງ) ວັດແທກໄດ້ 9.48 ແມັດ; ປາກຊັນ (ນໍ້າຂອງ) ວັດແທກໄດ້ 6.32 ແມັດ; ມະຫາໄຊ (ເຊບັ້ງໄຟ) ວັດແທກໄດ້ 6.18 ແມັດ; ທ່າແຂກ (ນໍ້າຂອງ) ວັດແທກໄດ້ 5.68 ແມັດ.

ສ່ວນແມ່ນໍ້າສາຂາ ອັດຕະປື (ເວີນແຄນ) ວັດແທກໄດ້ 7.45 ແມັດ; ເມືອງງອຍ (ນໍ້າອູ) ວັດແທກໄດ້ 6.71 ແມັດ. ສ່ວນລະດັບນໍ້າໜ້າເຂື່ອນວັດແທກໄດ້ 200.57 ແມັດ ຂະນະເຂດລະວັງໄພແມ່ນ 212 ແມັດ, ເຂດອັນຕະລາຍ 212.31 ແມັດ ເຊິ່ງຄາດວ່າ ລະດັບນໍ້າໜ້າເຂື່ອນນໍ້າງື່ມຈະເພີ່ມຂຶ້ນເປັນ 200.84 ແມັດ ໃນວັນທີ 14 ສິງຫາ 2019.

ຂໍ້ມູນ : ກົມອຸຕຸນິຍົມ ແລະ ອຸທຸກກະສາດ

Comments