ຂ່າວ ພາຍໃນປະເທດ

ປະທານສະພາແຫ່ງຊາດລາວ ເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ ສປ ຈີນ ຢ່າງເປັນທາງການ

ໂດຍຕອບສະໜອງຕາມຄໍາເຊີນຂອງ ສະຫາຍ ລີຈ້ານຊູ ກຳມະການຄະນະປະຈໍາກົມການເມືອງ, ປະທານສະພາຜູ້ແທນປະຊາຊົນທົ່ວປະເທດຈີນ, ໃນລະຫວ່າງວັນທີ 16-20 ທັນວາ 2019 ສະຫາຍນາງ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງ,ປະທານສະພາແຫ່ງຊາດລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງສະພາແຫ່ງຊາດລາວ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປ ຈີນ ຢ່າງເປັນທາງການ ເພື່ອສືບຕໍ່ເພີ່ມພູນຄູນສ້າງສາຍພົວພັນຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງຊາດ ລາວ-ຈີນ ຕາມທິດ 4 ດີ ( ເພື່ອນມິດທີ່ດີ, ບ້ານໃກ້ເຮືອນຄຽງທີ່ດີ, ສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີ) ແລະ ຈັດຕັ້ງຜັນຂະຫຍາຍແຜນແມ່ບົດ ວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາລາວ-ຈີນ ລະຫວ່າງ ສະຫາຍເລຂາທິການໃຫຍ່ພັກ ພັກປະຊາຊົນປະຕິວັດລາວ ແລະ ສະຫາຍເລຂາທິການໃຫຍ່ພັກຄອມມູນິດຈີນ ທີ່ໄດ້ລົງນາມຮ່ວມກັນໃນວັນທີ 30 ເມສາ 2019, ທັງເປັນການປຶກສາຫາລື, ແລກປ່ຽນບົດຮຽນ, ປະສົບການ ແລະ ຊຸກຍູ້ການຮ່ວມມືລະຫວ່າງສອງອົງການນິຕິບັນຍັດຂອງສອງປະເທດ ໃຫ້ເປັນຮູບປະທໍາຍິ່ງໆຂຶ້ນ.   ໃນຕອນຄໍ່າ ຂອງວັນທີ 16 ທັນວາ 2019, ...

Read More »

ທະນາຄານໂລກ ສະໜອງທຶນກູ້ຢືມ 22.5 ລ້ານໂດລາ ຫຼຸດຜ່ອນຄວາມທຸກຍາກໃນ ສປປ ລາວ

ກະ​ຊ​ວງ​ການ​ເງິ​ນ ແລະ ທະ​ນະ​ຄານ​ໂລກ ໄດ້ມີການລົງນາມ ໃນສັນຍາການສະໜອງທຶນກູ້ຢືມເພີ່ມ ຈໍານວນ 22.5 ລ້ານໂດລາ ເພື່ອ​ລຸດ​ຜ​່ອນ​ຄວາມ​ທຸກ​ຍາກ ແລະ ພ​າ​ວະ​ເຕ້ຍ​ເກີນ​ມາດ​ຕະ​ຖານ​ຂອງ​ເດັກ​ນ້ອຍ​ໃນ 12 ເມືອງທຸກ​ຍາກ​ເປົ້​າ​ໝາຍ ໃນ 4 ແຂວງ​ພາກ​ເໜືອ ຄື: ຜົ້ງ​ສາ​ລີ, ຫົວ​ພັນ, ຊຽງ​ຂວາງ ແລະ ອຸ​ດົມ​ໄຊ ເຊິ່ງ​ເປັນ​ເຂດ​ທີ່​ມີ​ອັດ​ຕາ​ເດັກ​ນ້ອຍ​ຢູ່​ໃນ​ພ​າ​ລະ​ເຕ້ຍ​ເກີນ​ມາດ​ຕະ​ຖານ ແລະ ​ລະ​ດັບຄວາມ​ທຸກ​ຍາກ ສູງ. ————————— The Ministry of Finance of Lao PDR and the World Bank signed a financing agreement for US$22.5 million to reduce poverty and child stunting in 12 priority districts within the four northern provinces ...

Read More »

ສະເໜີໃຫ້ລັດຖະບານ ເລັ່ງແກ້ໄຂການຊື້ຈ້າງເຂົ້າເຮັດວຽກນຳລັດ ແລະ ຊື້ຈ້າງໄປຮຽນຕໍ່ຕ່າງປະເທດ

ສູນກາງແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນຂັ້ນສູນກາງສະເໝີໃຫ້ລັດຖະບານ ແກ້ໄຂບັນຫາປະກົດການຫຍໍ້ທໍ້ທີ່ຫາງສຽງສັງ ຄົມຈົ່ມໂດຍສະເພາະແມ່ນ ຊື້-ຈ້າງເຂົ້າເປັນລັດ ຖະກອນ, ທະຫານ, ຕຳຫຼວດລວມທັງປະກົດ ການຫຍໍ້ທໍ້ຕ່າງໆດ້ານການສຶກສາ. ທ່ານນາງຄຳຈັນ ພົມແສງສະຫວັນ ຮອງປະທານ ສູນກາງແນວລາວສ້າງຊາດ ໄດ້ກ່າວຫວ່າງບໍ່ດົນ ມານີ້ວ່າ ຫາງສຽງການຊື້-ຈ້າງເຂົ້າເປັນລັດຖະກອນລັດ ໃນຂົງເຂດທະຫານ, ຕຳຫຼວດຢູ່ພາຍ ໃນປະເທດຍັງບໍ່ສາມາດແກ້ໄຂໄດ້ ນອກນັ້ນຍັງມີປະກົດການຫຍໍ້ທໍ້ທາງດ້ານການສຶກສາ ເປັນຕົ້ນພໍ່-ແມ່ໄດ້ມີການຊື້-ຈ້າງເອົາທຶນໃຫ້ລູກທີ່ຈົບ ມ 7 ໄປຮຽນຕໍ່ຢູ່ຕ່າງປະເທດ ເປັນຈຳນວນ ເງິນຫຼາຍ ພັນໂດລາ, ການເກັບເງິນລົງທະບຽນ ຂອງນັກຮຽນ-ນັກສຶກສາຍັງແພງ, ສະພາບນັກຮຽນປະລະການຮຽນໂດຍສະເພາະນັກຮຽນຊົນເຜົ່າຍັງມີຫຼາຍຍ້ອນສາເຫດແຕ່ງງານກ່ອນໄວຄວນ, ສະພາບພໍ່-ແມ່ບໍ່ມີອາຊີບທີ່ແນ່ນອນຕ້ອງ ໄດ້ໄປອອກແຮງງານຊອກວຽກເຮັດງານທຳຢູ່ຕ່າງເມືອງ ແລະ ຕ່າງແຂວງເອົາລູກໄປນຳ ຈຶ່ງປະລະການຮຽນ ແລະ ອື່ນໆ ຢາກໃຫ້ລັດຖະບານ ເລັ່ງຕິດຕາມ ແລະ ແກ້ໄຂໃຫ້ໄດ້. ທ່ານນາງຄຳຈັນ ໄດ້ສະເໜີຕື່ມວ່າ ນອກນັ້ນຢາກ ສະເໜີໃຫ້ກະຊວງສຶກສາເອົາໃຈໃສ່ປັບປຸງຄຸນນະພາບການຮຽນ-ການສອນໂດຍສະເພາະຢູ່ເຂດ ຫ່າງໄກສອກຫຼີກ ຍ້ອນວ່າຍັງມີນັກຮຽນທີ່ຈົບ ຈາກຊັ້ນປະຖົມຈຳນວນໜຶ່ງ ບໍ່ສາມາດອ່ານ ອອກຂຽນໄດ້ ພ້ອມທັງຢາກໃຫ້ກວດຄືນສະພາບ ປະຊາຊົນບັນດາເຜົ່າຢູ່ເຂດຫ່າງໄກສອກຫຼີກ ຈຳນວນໜຶ່ງທີ່ລົບລ້າງການກືກໜັງສືແລ້ວ ພັດກັບຄືນມາກືກໜັງສືຄືເກົ່າ ເຮັດໃຫ້ຫຍຸ້ງ ຍາກໃນການພັດທະນາຊີວິດການເປັນຢູ່ຂອງເຂົາເຈົ້າ. ຂ່າວ-ພາບ : ສົມພາວັນ ...

Read More »

ທະນະຄານໂລກອະນຸມັດ ທຶນກູ້ຢືມເພີ່ມ 440 ຕື້ກີບ ເພື່ອຟື້ນຟູຫຼັງໄພພິບັດ ໃນສປປ ລາວ

ໃນວັນທີ 13 ທັນວາ 2019, ສະພາບໍລິຫານຂອງທະນາຄານໂລກ ໄດ້ອະນຸມັດການສະໜອງທຶນເພີ່ມເຕີມ ຈໍານວນ 50 ລ້ານໂດລາ (ຫຼື ປະມານ 440 ຕື້ກີບ) ສໍາລັບໂຄງການຄຸ້ມຄອງຄວາມສ່ຽງທາງໄພພິບັດອາຊີຕາເວັນອອກສຽງໃຕ້ ໃນ ສປປ ລາວ, ແລະ ໂຄງການຂະແໜງການຂົວທາງ ໄລຍະ II. ການສະໜອງທຶນກູ້ຢືມເພີ່ມເຕີມໃນຄັ້ງນີ້ ຈະຊ່ວຍຫຼຸດຜ່ອນຊ່ອງວ່າງທາງການເງິນ ສໍາລັບການຟື້ນຟູ ຫຼັງໄພນໍ້າຖ້ວມ ທີ່ເກີດຂຶ້ນ ໃນຫຼາຍໆແຂວງຂອງລາວໃນປີ 2018, ໂດຍແນ່ໃສ່ການລົງທຶນໃນການຄຸ້ມຄອງຄວາມສ່ຽງທາງໄພພິບັດນໍ້າຖ້ວມ ແລະ ຂະແໜງການຂົວທາງ, ຊຶ່ງກວມເອົາປະມານ 75 % ຂອງຄວາມເສຍຫາຍ ແລະ ສູນເສຍທັງໝົດ.  ເຄິ່ງໜຶ່ງຂອງທຶນດັ່ງກ່າວ ແມ່ນສະໜັບສະໜູນໂຄງການຄຸ້ມຄອງຄວາມສ່ຽງທາງໄພພິບັດອາຊີຕາເວັນອອກສຽງໃຕ້ ໃນ ສປປ ລາວ ທີ່ພວມດຳເນີນການຢູ່ ເພື່ອຫຼຸດຜ່ອນຜົນກະທົບຂອງໄພນໍ້າຖ້ວມ ໃນເຂດເປົ້າໝາຍຕ່າງໆ ແລະ ເພີ່ມຂີດຄວາມສາມາດຂອງລັດຖະບານ ໃນການສະໜອງການບໍລິການດ້ານອຸທົກກະສາດ ແລະ ການຮັບມືກັບໄພພິບັດ. ພ້ອມກັນນັ້ນ, ກໍຍັງຈະຊ່ວຍຟື້ນຟູເຂດຕາຝັ່ງເຈື່ອນ, ຝາຍກັ້ນນໍ້າ ແລະ ການປັບປຸງຄອງລະບາຍນໍ້າ ແລະ ສົ່ງເສີມການວາງແຜນທີ່ນຳໃຊ້ຂໍ້ມູນດ້ານຄວາມສ່ຽງ ແລະ ການກຽມພ້ອມດ້ານໄພພິບັດ ໃນສາມແຂວງທີ່ມີຄວາມສ່ຽງສູງ ...

Read More »

ສປປ ລາວ ສໍາເລັດການຍົກລະດັບ ວຽກງານຕ້ານການຟອກເງິນ

ສໍານັກງານຂໍ້ມູນ ຕ້ານການຟອກເງິນ ຮ່ວມກັບ ກຸ່ມອາຊີ-ປາຊີຟິກ ເພື່ອຕ້ານການຟອກເງິນ(APG) ໄດ້ຈັດຕັ້ງການເຝິກອົບຮົມ ແລະ ເຮັດທົດລອງການປະເມີນຜົນຮອບດ້ານ ວຽກງານຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ໃນລະຫວ່າງວັນທີ 10-13 ທັນວາ 2019 ທີ່ນະຄອນຫຼວງວຽງຈັນ ເພື່ອຊ່ວຍໃຫ້ ສປປລາວ ມີຄວາມພ້ອມໃນການກະກຽມ ແລະ ຮອງຮັບການປະເມີນຜົນຮອບດ້ານ ທີ່ໃກ້ຈະມາເຖິງນີ້ ໂດຍສະເພາະແມ່ນເນັ້ນໜັກການສ້າງຄວາມເຂົ້າໃຈໃຫ້ກັບພາກສ່ວນກ່ຽວຂ້ອງ ຕໍ່ກັບພາລະບົດບາດຂອງພາກສ່ວນຕົນ ທີ່ຕ້ອງຮັບຜິດຊອບໃຫ້ມີຄວາມແນ່ໃຈວ່າພາກສ່ວນດັ່ງກ່າວ ມີຄວາມເຂົ້າໃຈຕໍ່ກັບວິທີການ ແລະ ຂະບວນການປະເມີນ ທີ່ຜ່ານການເຮັດບົດຝຶກຫັດຕົວຈິງ. ພ້ອມນີ້ ຍັງເປັນການສ້າງຄວາມເຂົ້າໃຈຕໍ່ການຈັດຕັ້ງປະຕິບັດບັນດາມາດຖານ ຂອງອົງການຕ້ານການຟອກເງິນສາກົນ(FATF) ກໍຄືການຈັດຕັ້ງປະຕິບັດ 40 ຂໍ້ແນະນໍາ ແລະ 11 ປະສິດທິຜົນ ທີ່ຕິດພັນກັບພາລະບົດບາດຂອງແຕ່ລະພາກສ່ວນທີ່ກ່ຽວຂ້ອງ ແລະ ອັນເປັນພື້ນຖານໃນການກະກຽມການເມີນ ການກະກຽມຄວາມພ້ອມຂອງ ສປປ ລາວ. ທີ່ມາ: ຂ່າວສານປະເທດລາວ.

Read More »

ສປປ ລາວ ແລະ ສ. ອາເມລິກາ ເປີດໂຄງການສ້າງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ທຸລະກິດລາວ

ທ່ານນາງ ເຂັມມະນີ ພົນເສນາ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ແລະ ເອກອັກຄະລັດຖະທູດສະຫະລັດອາເມລິກາ ປະຈໍາ ສປປ ລາວ ທ່ານນາງ ຣີນາ ບິດເຕີ ໄດ້ເປີດໂຄງການສ້າງສະພາບແວດລ້ອມທີ່ ເອື້ອອຳນວຍຕໍ່ທຸລະກິດລາວ ໃນພິທີທີ່ໄດ້ຈັດຂຶ້ນຢູ່ ນະຄອນຫຼວງວຽງຈັນ ຄັ້ງວັນທີ 12 ທັນວາ. ໂຄງການດັ່ງກ່າວເຊິ່ງມີອາຍຸການ 5 ປີ ໄດ້ຮັບການສະໜັບສະໜູນດ້ານງົບປະມານຈາກ ອົງການພັດທະນາສາກົນປະເທດສະຫະລັດອາເມລິກາ (USAID) ຊຶ່ງເປັນ ການຮ່ວມມືຫຼ້າສຸດລະຫວ່າງ ສະຫະລັດອາເມລິກາ ແລະ ສປປ ລາວ ແນໃສ່ຍົກສູງຄວາມອາດສາມາດຂອງພາກເອກະຊົນ ແລະ ອຳນວຍຄວາມສະດວກທາງດ້ານການຄ້າ. ທ່ານນາງ ຣີນາ ບິດເຕີ ກ່າວວ່າ: ໂຄງການດັ່ງກ່າວເປັນອີກໜຶ່ງຕົວຢ່າງຂອງການຮ່ວມມືທີ່ດີເລີດ ລະຫວ່າງ ສະຫະລັດອາເມລິກາ ແລະ ສປປ ລາວ ໃນຂົງເຂດການຄ້າ ແລະ ການລົງທຶນ. ພວກຂ້າພະເຈົ້າຮູ້ສຶກພາກພູມໃຈຕໍ່ຄວາມພະຍາຍາມ ຮ່ວມກັນໃນການສ້າງອະນາຄົດທີ່ຈະເລີນສຳລັບ ສປປ ລາວ ໂດຍມີການເຕີບໂຕດ້ານເສດຖະກິດທີ່ຍືນຍົງ, ແບບກວມລວມ ແລະ ກວ້າງຂວາງ.” ໂຄງການສ້າງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ທຸລະກິດລາວ ຈະສະໜັບສະໜູນການສ້າງຂີດຄວາມສາມາດ ແລະ ...

Read More »

ນັກທ່ອງທ່ຽວເຂົ້າເມືອງວັງວຽງ ເພີ່ມຂຶ້ນ 23,68%

ໃນ 10 ເດືອນ ປີ 2019 ຈຳນວນນັກທ່ອງທ່ຽວມາທ່ຽວເມືອງວັງວຽງ ເພີ່ມຂຶ້ນ 23,68% ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ. ທ່ານ ບຸນມີ ພົມມະວົງສາ ຫົວໜ້າຫ້ອງການ ຖວທ ເມືອງວັງວຽງ ໃຫ້ສຳພາດໃນວັນທີ 12 ທັນວາ 2019 ວ່າ: ເນື່ອງຈາກວ່າ ປີ 2019 ເປັນປີທ່ອງທ່ຽວ ລາວ – ຈີນ.  ສະນັ້ນ, ເພື່ອເປັນການໂຄສະນາດຶງດູດນັກທ່ອງທ່ຽວໃຫ້ຫຼາຍຂຶ້ນ ຖວທ ເມືອງຈຶ່ງໄດ້ຈັດກິດຈະກຳເພື່ອສົ່ງເສີມການທ່ອງທ່ຽວ ເຊັ່ນ: ແຫ່ທຽນພັນສາ, ງານມະຫະກຳຄອນເສີດ, ງານປະກວດນາງສັງຂານຕິດພັນກັບຕະຫຼາດນັດ ເພື່ອສົ່ງເສີມການຜະລິດກະສິກຳ ແລະ ອື່ນໆ. ນອກນັ້ນ, ຍັງໄດ້ເລັ່ງປັບປຸງບັນດາພື້ນຖານໂຄງລ່າງ ແລະ ສະຖານທີ່ທ່ອງທ່ຽວ ເປັນຕົ້ນ: ປັບປຸງບັນດາເສັ້ນທາງໃນເມືອງ, ເສັ້ນທາງຫາແຫຼ່ງທ່ອງທ່ຽວ, ກໍ່ສ້າງຂົວຂ້າມນໍ້າຊອງແຫ່ງໃໝ່ ຫ່າງຈາກຂົວເກົ່າຂຶ້ນໄປ 500 ແມັດ ພ້ອມທັງສ້າງເສັ້ນທາງຈາກຂົວແຫ່ງໃໝ່ຫາບ້ານຫ້ວຍແຍ້ ທາງທິດຕາເວັນຕົກ ເພື່ອອຳນວຍຄວາມສະດວກແກ່ນັກທ່ອງທ່ຽວໃນການ   ໄປ – ມາ, ປັບປຸງສະໜາມຂີ້   ເຫຍື້ອໃຫ້ໄດ້ມາດຕະຖານ ແລະ ຊຸກຍູ້ບັນດາຫົວໜ່ວຍທຸລະກິດເປັນຕົ້ນ ໂຮງແຮມ, ...

Read More »

ສໍາເລັດກອງປະຊຸມວຽກງານການຕ່າງປະເທດຄັ້ງທີ XIV

ກອງປະຊຸມວຽກງານການຕ່າງປະເທດ ຄັ້ງທີ XIV ພາຍໃຕ້ຄໍາຂວັນ “ການທູດປ້ອງກັນເຫດ ແລະ ບຸກທະລຸ ເພື່ອພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ” ແລະ “ເພີ່ມທະວີປະສິດທິພາບການຈັດຕັ້ງປະຕິບັດຜົນການເຄື່ອນໄຫວການຕ່າງປະເທດໃຫ້ປະກົດຜົນເປັນຮູບປະທໍາ” ທີ່ຈັດຂຶ້ນຢູ່ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC) ນະຄອນຫລວງວຽງຈັນ, ພາຍໃຕ້ການເປັນປະທານຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ກຳມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ, ໄດ້ປິດລົງດ້ວຍຜົນສຳເລັດອັນຈົບງາມ ໃນວັນທີ 13 ທັນວາ 2019, ໂດຍມີທ່ານ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ, ພ້ອມດ້ວຍບັນດາກົມການເມືອງສູນກາງ, ກຳມະການສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ແລະ ຮອງລັດ ຖະມົນຕີ, ເຈົ້າແຂວງ ແລະ ຮອງເຈົ້າແຂວງຈາກທົ່ວປະເທດ, ຮອງເຈົ້າຄອງນະຄອນຫຼວງ, ເອກອັກຄະລັດຖະທູດ ແລະ ກົງສຸນໃຫຍ່ ແຫ່ງ ສປປ ລາວ ປະຈໍາຢູ່ຕ່າງປະເທດ, ພ້ອມດ້ວຍພະນັກງານຫຼັກແຫຼ່ງຂອງກະຊວງການຕ່າງ ປະເທດ ແລະ ຂະແໜງການກ່ຽວຂ້ອງຂັ້ນສູນກາງ ແລະ ທ້ອງຖິ່ນເຂົ້າຮ່ວມ. ...

Read More »

ແຈ້ງການ!!! ມີປັບລົງຄານໍ້າມັນແອັດຊັງລົງ ແລະ ປັບກາຊວນຂຶ້ນ ເລີ່ມ 16 ທັນວາເປັນຕົ້ນໄປ

ກະຊວງອຸດສາຫະກຳ ແລະ ການຄ້າ ອອກແຈ້ງການສະບັບເລກທີ 1810/ອຄ. ກຄພນ ລົງວັນທີ 13 ທັນວາ 2019 ເຖິງສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກ໊ສ ແລະ ປໍ້າຂາຍຍ່ອຍນໍ້າມັນເຊື້ອໄຟ ເລື່ອງ ແຈ້ງປັບລາຄາຂາຍຍ່ອຍນໍ້າມັນເຊື້ອໄຟ ໃນຂອບເຂດທົ່ວປະເທດ. ເຊິ່ງການປັບລົງລາຄາໃນຄັ້ງນີ້ ແມ່ນໄດ້ປັບລາຄານໍ້າມັນເຊື້ອໄຟທຸກຊະນິດຄື: ແອັດຊັງພິເສດ ປັບລົງ 180 ກີບ/ລິດ (ຂາກ 10.860 ກີບ/ລິດ ເປັນ 10.680 ກີບ/ລິດ); ແອັດຊັງທຳມະດາ ປັບລົງ 30 ກີບ/ລິດ (ຈາກ 9.500 ກີບ/ລິດ ເປັນ 9.470 ກີບ/ລິດ) ແລະ ກາຊວນປັບຂຶ້ນ 110 ກີບ/ລິດ (ຈາກ 8.550 ກີບ/ລິດ ເປັນ 8.660 ກີບ/ລິດ). ລາຄານີ້ ແມ່ນໃຫ້ປະຕິບັດເລີ່ມແຕ່ວັນທີ 16 ທັນວາ 2019 ເວລາ 6:00 ໂມງ ເປັນຕົ້ນໄປ.

Read More »

ນາຍົກ ເນັ້ນໃຫ້ນັກທຸລະກິດໜຸ່ມລາວ ເອົາໃຈໃສ່ 4 ບັນຫາ…

ວັນທີ 11 ທັນວາ 2019 ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ເຂົ້າພົບປະສະມາຄົມນັກທຸລະກິດໜຸ່ມແຫ່ງຊາດລາວ ( ສທໜຊ ) ທີ່ໂຮງແຮມດອນຈັນພາເລດ ພ້ອມທັງໃຫ້ຄຳໂອ້ລົມ ໂດຍເນັ້ນ 4 ບັນຫາທີ່ຕ້ອງໄດ້ເອົາໃຈໃສ່. ທ່ານ ຄຳແສນ ສີສະວົງ ປະທານສະມາຄົມນັກທຸລະກິດໜຸ່ມແຫ່ງຊາດລາວ ກ່າວວ່າ: ຕະຫຼອດໄລຍະ 16 ປີຜ່ານມາ ( 2003 – 2019 ) ສທໜຊ ໄດ້ປະຕິບັດຢ່າງຕັ້ງໜ້າປະກອບສ່ວນໃນການພັດທະນາເສດຖະກິດ – ສັງຄົມ ເຊິ່ງມາຮອດປັດຈຸບັນ ສທໜຊ ມີສະມາຊິກທັງໝົດ 625 ບໍລິສັດ, ມີມູນຄ່າຊັບສິນທັງໝົດ 500 ລ້ານໂດລາສະຫະລັດ, ສາມາດສ້າງວຽກເຮັດງານທຳໃຫ້ແກ່ຊາວໜຸ່ມເກືອບ 22 ພັນຄົນ, ໄດ້ປະກອບສ່ວນໃນການຜະລິດສິນຄ້າ ແລະ ບໍລິການ ເພື່ອການຫຼຸດຜ່ອນການນໍາເຂົ້າຈາກຕ່າງປະເທດເຊັ່ນ: ກໍ່ສ້າງພື້ນຖານໂຄງລ່າງ, ສິນຄ້າກະສິກຳ, ການດຶງດູດນັກທ່ອງທ່ຽວ, ການໃຫ້ບໍລິການດ້ານການສຶກສາ ແລະ ສາທາ. ນອກນັ້ນ, ຍັງໄດ້ຮ່ວມມືຢູ່ພາຍໃນ ແລະ ຕ່າງປະເທດ ເພື່ອສ້າງຄວາມເຂັ້ມແຂງ ...

Read More »