ສະເໜີໃຫ້ລັດຖະບານ ເລັ່ງແກ້ໄຂການຊື້ຈ້າງເຂົ້າເຮັດວຽກນຳລັດ ແລະ ຊື້ຈ້າງໄປຮຽນຕໍ່ຕ່າງປະເທດ

ສູນກາງແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນຂັ້ນສູນກາງສະເໝີໃຫ້ລັດຖະບານ ແກ້ໄຂບັນຫາປະກົດການຫຍໍ້ທໍ້ທີ່ຫາງສຽງສັງ ຄົມຈົ່ມໂດຍສະເພາະແມ່ນ ຊື້-ຈ້າງເຂົ້າເປັນລັດ ຖະກອນ, ທະຫານ, ຕຳຫຼວດລວມທັງປະກົດ ການຫຍໍ້ທໍ້ຕ່າງໆດ້ານການສຶກສາ.

ທ່ານນາງຄຳຈັນ ພົມແສງສະຫວັນ ຮອງປະທານ ສູນກາງແນວລາວສ້າງຊາດ ໄດ້ກ່າວຫວ່າງບໍ່ດົນ ມານີ້ວ່າ ຫາງສຽງການຊື້-ຈ້າງເຂົ້າເປັນລັດຖະກອນລັດ ໃນຂົງເຂດທະຫານ, ຕຳຫຼວດຢູ່ພາຍ ໃນປະເທດຍັງບໍ່ສາມາດແກ້ໄຂໄດ້ ນອກນັ້ນຍັງມີປະກົດການຫຍໍ້ທໍ້ທາງດ້ານການສຶກສາ ເປັນຕົ້ນພໍ່-ແມ່ໄດ້ມີການຊື້-ຈ້າງເອົາທຶນໃຫ້ລູກທີ່ຈົບ ມ 7 ໄປຮຽນຕໍ່ຢູ່ຕ່າງປະເທດ ເປັນຈຳນວນ ເງິນຫຼາຍ ພັນໂດລາ, ການເກັບເງິນລົງທະບຽນ ຂອງນັກຮຽນ-ນັກສຶກສາຍັງແພງ, ສະພາບນັກຮຽນປະລະການຮຽນໂດຍສະເພາະນັກຮຽນຊົນເຜົ່າຍັງມີຫຼາຍຍ້ອນສາເຫດແຕ່ງງານກ່ອນໄວຄວນ, ສະພາບພໍ່-ແມ່ບໍ່ມີອາຊີບທີ່ແນ່ນອນຕ້ອງ ໄດ້ໄປອອກແຮງງານຊອກວຽກເຮັດງານທຳຢູ່ຕ່າງເມືອງ ແລະ ຕ່າງແຂວງເອົາລູກໄປນຳ ຈຶ່ງປະລະການຮຽນ ແລະ ອື່ນໆ ຢາກໃຫ້ລັດຖະບານ ເລັ່ງຕິດຕາມ ແລະ ແກ້ໄຂໃຫ້ໄດ້.

ທ່ານນາງຄຳຈັນ ໄດ້ສະເໜີຕື່ມວ່າ ນອກນັ້ນຢາກ ສະເໜີໃຫ້ກະຊວງສຶກສາເອົາໃຈໃສ່ປັບປຸງຄຸນນະພາບການຮຽນ-ການສອນໂດຍສະເພາະຢູ່ເຂດ ຫ່າງໄກສອກຫຼີກ ຍ້ອນວ່າຍັງມີນັກຮຽນທີ່ຈົບ ຈາກຊັ້ນປະຖົມຈຳນວນໜຶ່ງ ບໍ່ສາມາດອ່ານ ອອກຂຽນໄດ້ ພ້ອມທັງຢາກໃຫ້ກວດຄືນສະພາບ ປະຊາຊົນບັນດາເຜົ່າຢູ່ເຂດຫ່າງໄກສອກຫຼີກ ຈຳນວນໜຶ່ງທີ່ລົບລ້າງການກືກໜັງສືແລ້ວ ພັດກັບຄືນມາກືກໜັງສືຄືເກົ່າ ເຮັດໃຫ້ຫຍຸ້ງ ຍາກໃນການພັດທະນາຊີວິດການເປັນຢູ່ຂອງເຂົາເຈົ້າ.

ຂ່າວ-ພາບ : ສົມພາວັນ

ທີ່ມາ: ໜັງສືພິມວຽງຈັນທາຍ

Comments