ສປປ ລາວ ແລະ ສ. ອາເມລິກາ ເປີດໂຄງການສ້າງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ທຸລະກິດລາວ

ທ່ານນາງ ເຂັມມະນີ ພົນເສນາ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ແລະ ເອກອັກຄະລັດຖະທູດສະຫະລັດອາເມລິກາ ປະຈໍາ ສປປ ລາວ ທ່ານນາງ ຣີນາ ບິດເຕີ ໄດ້ເປີດໂຄງການສ້າງສະພາບແວດລ້ອມທີ່ ເອື້ອອຳນວຍຕໍ່ທຸລະກິດລາວ ໃນພິທີທີ່ໄດ້ຈັດຂຶ້ນຢູ່ ນະຄອນຫຼວງວຽງຈັນ ຄັ້ງວັນທີ 12 ທັນວາ. ໂຄງການດັ່ງກ່າວເຊິ່ງມີອາຍຸການ 5 ປີ ໄດ້ຮັບການສະໜັບສະໜູນດ້ານງົບປະມານຈາກ ອົງການພັດທະນາສາກົນປະເທດສະຫະລັດອາເມລິກາ (USAID) ຊຶ່ງເປັນ ການຮ່ວມມືຫຼ້າສຸດລະຫວ່າງ ສະຫະລັດອາເມລິກາ ແລະ ສປປ ລາວ ແນໃສ່ຍົກສູງຄວາມອາດສາມາດຂອງພາກເອກະຊົນ ແລະ ອຳນວຍຄວາມສະດວກທາງດ້ານການຄ້າ.

ທ່ານນາງ ຣີນາ ບິດເຕີ ກ່າວວ່າ: ໂຄງການດັ່ງກ່າວເປັນອີກໜຶ່ງຕົວຢ່າງຂອງການຮ່ວມມືທີ່ດີເລີດ ລະຫວ່າງ ສະຫະລັດອາເມລິກາ ແລະ ສປປ ລາວ ໃນຂົງເຂດການຄ້າ ແລະ ການລົງທຶນ. ພວກຂ້າພະເຈົ້າຮູ້ສຶກພາກພູມໃຈຕໍ່ຄວາມພະຍາຍາມ ຮ່ວມກັນໃນການສ້າງອະນາຄົດທີ່ຈະເລີນສຳລັບ ສປປ ລາວ ໂດຍມີການເຕີບໂຕດ້ານເສດຖະກິດທີ່ຍືນຍົງ, ແບບກວມລວມ ແລະ ກວ້າງຂວາງ.”

ໂຄງການສ້າງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ທຸລະກິດລາວ ຈະສະໜັບສະໜູນການສ້າງຂີດຄວາມສາມາດ ແລະ ການໃຫ້ຄຳ ປຶກສາ ແນໃສ່ຍົກສູງຄວາມອາດສາມາດໃນການແຂ່ງຂັນຂອງວິສາຫະກິດຂະໜາດນ້ອຍ ແລະ ກາງ (SMEs) ຂອງ ສປປ ລາວ ໄປຄຽງຄູ່ກັບການປັບປຸງວຽກງານຈັດຕັ້ງປະຕິບັດນະໂຍບາຍການຄ້າ, ກົດໝາຍ ແລະ ລະບຽບດ້ານການຄ້າ.  SMEs ກວມເອົາ ອັດຕາສ່ວນສູງສຸດຂອງວິສາຫະກິດທັງໝົດ ແລະ ສາມາດສ້າງວຽກເຮັດງານທຳຈຳນວນຫຼາຍຢູ່ ສປປ ລາວ. ໂຄງການ ດັ່ງກ່າວ ຈະເນັ້ນໃສ່ຂະແໜງອຸດສາຫະກຳ ແລະ ການບໍລິການທີ່ມີທ່າແຮງດ້ານການເຕີບໂຕ ແລະ ສ້າງວຽກເຮັດງານທຳສູງ.

ສະຫະລັດອາເມລິກາ ມີປະຫວັດການຮ່ວມມືອັນຍາວນານກັບ ສປປ ລາວ ແນໃສ່ພັດທະນາເສດຖະກິດຂອງປະເທດ ລວມທັງ ການຊ່ວຍເຫຼືອຜ່ານສອງໂຄງການທີ່ຜ່ານມາຂອງ USAID ເຊັ່ນ: ໂຄງການເຊື່ອມໂຍງສາກົນ ແລະ ອາຊຽນ (LUNA Lao) ແລະ USAID LUNA II.  ໃນຊຸມປີຜ່ານມາ ສະຫະລັດໄດ້ໃຫ້ການສະໜັບສະໜູນໃນມູນຄ່າທັງໝົດຫຼາຍກ່ວາ 22 ລ້ານໂດລາສະ ຫະລັດ ແນໃສ່ສ້າງຄວາມເຂັ້ມແຂງດ້ານການພັດທະນາເສດຖະກິດຂອງ ສປປ ລາວ ແລະ ອຳນວຍຄວາມສະດວກດ້ານການຄ້າໃນ ພາກພື້ນ ແລະ ສາກົນ.

ທ່ານນາງ ຣີນາ ບິດເຕີ ກ່າວຕື່ມວ່າ: ສະຫະລັດໄດ້ສະໜັບສະໜູນ ສປປ ລາວ ທຸກບາດກ້າວຂອງເສັ້ນທາງນັບແຕ່ການເຂົ້າ ເປັນສະມາຊິກອົງການການຄ້າໂລກ (WTO) ໃນປີ 2013 ຈົນຮອດການຈັດຕັ້ງປະຕິບັດສັນຍາວ່າດ້ວຍຂອບການຄ້າ ແລະ ການລົງທຶນ ລະຫວ່າງ ສປປ ລາວ ແລະ ສະຫະລັດ ໃນປີ 2017.

ນອກຈາກການປັບປຸງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ທຸລະກິດລາວ ແລະ ການຂະຫຍາຍການຄ້າແລ້ວ ສະຫະລັດອາເມລິກາ ຍັງຮ່ວມມື ກັບລັດຖະບານ ແລະ ປະຊາຊົນລາວໃນການປັບປຸງຄວາມອາດສາມາດຂອງຈຸນລະວິສາຫະກິດກະສິກຳ, ສ້າງຄວາມ ເຂັ້ມແຂງດ້ານຫຼັກນິຕິທຳ, ສົ່ງເສີມສຸຂະພາບ ແລະ ໂພສະນາການ, ຊ່ວຍເຫຼືອຄົນພິການ ແລະ ພັດທະນາການສຶກສາ.

Comments