ສປປ ລາວ ສໍາເລັດການຍົກລະດັບ ວຽກງານຕ້ານການຟອກເງິນ

ສໍານັກງານຂໍ້ມູນ ຕ້ານການຟອກເງິນ ຮ່ວມກັບ ກຸ່ມອາຊີ-ປາຊີຟິກ ເພື່ອຕ້ານການຟອກເງິນ(APG) ໄດ້ຈັດຕັ້ງການເຝິກອົບຮົມ ແລະ ເຮັດທົດລອງການປະເມີນຜົນຮອບດ້ານ ວຽກງານຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ໃນລະຫວ່າງວັນທີ 10-13 ທັນວາ 2019 ທີ່ນະຄອນຫຼວງວຽງຈັນ ເພື່ອຊ່ວຍໃຫ້ ສປປລາວ ມີຄວາມພ້ອມໃນການກະກຽມ ແລະ ຮອງຮັບການປະເມີນຜົນຮອບດ້ານ ທີ່ໃກ້ຈະມາເຖິງນີ້ ໂດຍສະເພາະແມ່ນເນັ້ນໜັກການສ້າງຄວາມເຂົ້າໃຈໃຫ້ກັບພາກສ່ວນກ່ຽວຂ້ອງ ຕໍ່ກັບພາລະບົດບາດຂອງພາກສ່ວນຕົນ ທີ່ຕ້ອງຮັບຜິດຊອບໃຫ້ມີຄວາມແນ່ໃຈວ່າພາກສ່ວນດັ່ງກ່າວ ມີຄວາມເຂົ້າໃຈຕໍ່ກັບວິທີການ ແລະ ຂະບວນການປະເມີນ ທີ່ຜ່ານການເຮັດບົດຝຶກຫັດຕົວຈິງ.

ພ້ອມນີ້ ຍັງເປັນການສ້າງຄວາມເຂົ້າໃຈຕໍ່ການຈັດຕັ້ງປະຕິບັດບັນດາມາດຖານ ຂອງອົງການຕ້ານການຟອກເງິນສາກົນ(FATF) ກໍຄືການຈັດຕັ້ງປະຕິບັດ 40 ຂໍ້ແນະນໍາ ແລະ 11 ປະສິດທິຜົນ ທີ່ຕິດພັນກັບພາລະບົດບາດຂອງແຕ່ລະພາກສ່ວນທີ່ກ່ຽວຂ້ອງ ແລະ ອັນເປັນພື້ນຖານໃນການກະກຽມການເມີນ ການກະກຽມຄວາມພ້ອມຂອງ ສປປ ລາວ.

ທີ່ມາ: ຂ່າວສານປະເທດລາວ.

Comments