ທະນະຄານໂລກອະນຸມັດ ທຶນກູ້ຢືມເພີ່ມ 440 ຕື້ກີບ ເພື່ອຟື້ນຟູຫຼັງໄພພິບັດ ໃນສປປ ລາວ

ໃນວັນທີ 13 ທັນວາ 2019, ສະພາບໍລິຫານຂອງທະນາຄານໂລກ ໄດ້ອະນຸມັດການສະໜອງທຶນເພີ່ມເຕີມ ຈໍານວນ 50 ລ້ານໂດລາ (ຫຼື ປະມານ 440 ຕື້ກີບ) ສໍາລັບໂຄງການຄຸ້ມຄອງຄວາມສ່ຽງທາງໄພພິບັດອາຊີຕາເວັນອອກສຽງໃຕ້ ໃນ ສປປ ລາວ, ແລະ ໂຄງການຂະແໜງການຂົວທາງ ໄລຍະ II.

ການສະໜອງທຶນກູ້ຢືມເພີ່ມເຕີມໃນຄັ້ງນີ້ ຈະຊ່ວຍຫຼຸດຜ່ອນຊ່ອງວ່າງທາງການເງິນ ສໍາລັບການຟື້ນຟູ ຫຼັງໄພນໍ້າຖ້ວມ ທີ່ເກີດຂຶ້ນ ໃນຫຼາຍໆແຂວງຂອງລາວໃນປີ 2018, ໂດຍແນ່ໃສ່ການລົງທຶນໃນການຄຸ້ມຄອງຄວາມສ່ຽງທາງໄພພິບັດນໍ້າຖ້ວມ ແລະ ຂະແໜງການຂົວທາງ, ຊຶ່ງກວມເອົາປະມານ 75 % ຂອງຄວາມເສຍຫາຍ ແລະ ສູນເສຍທັງໝົດ.  ເຄິ່ງໜຶ່ງຂອງທຶນດັ່ງກ່າວ ແມ່ນສະໜັບສະໜູນໂຄງການຄຸ້ມຄອງຄວາມສ່ຽງທາງໄພພິບັດອາຊີຕາເວັນອອກສຽງໃຕ້ ໃນ ສປປ ລາວ ທີ່ພວມດຳເນີນການຢູ່ ເພື່ອຫຼຸດຜ່ອນຜົນກະທົບຂອງໄພນໍ້າຖ້ວມ ໃນເຂດເປົ້າໝາຍຕ່າງໆ ແລະ ເພີ່ມຂີດຄວາມສາມາດຂອງລັດຖະບານ ໃນການສະໜອງການບໍລິການດ້ານອຸທົກກະສາດ ແລະ ການຮັບມືກັບໄພພິບັດ.

ພ້ອມກັນນັ້ນ, ກໍຍັງຈະຊ່ວຍຟື້ນຟູເຂດຕາຝັ່ງເຈື່ອນ, ຝາຍກັ້ນນໍ້າ ແລະ ການປັບປຸງຄອງລະບາຍນໍ້າ ແລະ ສົ່ງເສີມການວາງແຜນທີ່ນຳໃຊ້ຂໍ້ມູນດ້ານຄວາມສ່ຽງ ແລະ ການກຽມພ້ອມດ້ານໄພພິບັດ ໃນສາມແຂວງທີ່ມີຄວາມສ່ຽງສູງ ດ້ານໄພນໍ້າຖ້ວມ ຄື: ອຸດົມໄຊ, ຫຼວງພະບາງ ແລະ ບໍລິຄໍາໄຊ.

ສ່ວນອີກເຄິ່ງໜຶ່ງຂອງທຶນດັ່ງກ່າວ ຈະສະໜັບສະໜູນໂຄງການ ຂະແໜງການຂົວທາງ ໄຍລະ II ທີ່ພວມດໍາເນີນການຢູ່ ເພື່ອການສ້ອມແປງເສັ້ນທາງທີ່ໄດ້ຮັບຄວາມເສຍຫາຍ ລວມທັງ ທາງຫຼວງແຫ່ງຊາດເລກທີ 13 ໃຕ້ ແລະ ຍົກລະດັບຄວາມຕ້ານທານຕໍ່ກັບການປ່ຽນແປງດິນຟ້າອາກາດຂອງໂຄງລ່າງພື້ນຖານເສັ້ນທາງ.  ການປັບປຸງເຫຼົ່ານີ້ ແມ່ນລວມທັງການປັບປຸງການອອກແບບເສັ້ນທາງເຊັ່ນ: ການຍົກລະດັບໜ້າທາງໃຫ້ສູງຂຶ້ນໃນເຂດທີ່ສ່ຽງຕໍ່ນໍ້າຖ້ວມ, ການປັງປຸງລະບົບລະບາຍນໍ້າ ແລະ ນໍາໃຊ້ເຕັກນິກວິຊາການ ຊີວະ-ວິຊະວະກໍາ ເພື່ອປົກປ້ອງເສັ້ນທາງທີ່ລາດຊັນ ເພື່ອກັນດິນເຈື່ອນ ແລະ ຂີ້ຕົມເຈື່ອນ.

ທ່ານ ນີໂກລາ ປອນຕາຣາ (Nicola Pontara), ຫົວໜ້າຫ້ອງການທະນາຄານໂລກປະຈໍາ ສປປ ລາວ ກ່າວວ່າ: “ໃນປີ 2018, ສປປ ລາວ ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມທີ່ສ້າງຄວາມເສຍຫາຍເປັນມູນຄ່າທີ່ສູງທີ່ສຸດໃນຮອບທົດສະວັດ, ຊຶ່ງສົ່ງຜົນກະທົບຢ່າງຮຸນແຮງ ຕໍ່ຊີວິດປະຊາຊົນ ແລະ ເສດຖະກິດ ຂອງ ສປປ ລາວ. ທຶນກູ້ຢືມເພີ່ມເຕີມດັ່ງກ່າວ ແມ່ນແນໃສ່ການສ້າງ ໂຄງລ່າງພື້ນຖານທີ່ມີຄວາມທົນທານຕໍ່ສະພາບການປ່ຽນແປງຂອງດິນຟ້າອາກາດ, ລວມທັງ ການປົກປ້ອງເສັ້ນທາງ ແລະ ເຂດຕະຝັ່ງ, ຊຶ່ງຈະຊ່ວຍປົກປ້ອງປະຊາຊົນ ແລະ ຊັບສິນ ໃນບັນດາແຂວງ ທີ່ມີຄວາມສ່ຽງສູງຕໍ່ໄພນ້ຳຖ້ວມ”.

ພາຍຸລະດູຮ້ອນສອງລູກ ແລະ ສັນເຂື່ອນແຕກ ຢູ່ທີ່ແຂວງ ອັດຕະປື ໄດ້ກໍ່ໃຫ້ເກີດໄພນໍ້າຖ້ວມຢ່າງກວ້າງຂວາງ ໃນລະຫວ່າງເດືອນກໍລະກົດ ຫາ ເດືອນກັນຍາ ປີ 2018, ຊຶ່ງສ້າງຄວາມເສຍຫາຍໃນຫຼາຍເຂດຂອງປະເທດ. ອີງຕາມຜົນການປະເມີນຄວາມຕ້ອງການຫຼັງໄພພິບັດ, ມູນຄ່າຄວາມເສຍຫາຍແມ່ນ ປະມານ 371.5 ລ້ານ ໂດລາ (ຫລື ປະມານ 3 ພັນ 269 ຕື້ກີບ), ເທົ່າກັບ 2.1 ເປີເຊັນ ຂອງ ມູນຄ່າ GDP ປີ 2018 ແລະ ເທົ່າກັບ 10.2 ເປີເຊັນ ຂອງງົບປະມານແຫ່ງຊາດຂອງ ສປປ ລາວ ໃນປີ 2018. ຄວາມຕ້ອງການສໍາລັບການຟື້ນຟູ ແມ່ນ 520 ລ້ານໂດລາ (ຫລື ປະມານ 4 ພັນ 576 ຕື້ກີບ), ຊຶ່ງຂະແໜງທີ່ຖືກກະະທົບຫຼາຍທີ່ສຸດ ແມ່ນຂະແໜງການ ຂົວທາງ, ກະສິກໍາ ແລະ ທາງນ້ຳ.

ການສະໜອງທຶນກູ້ຢືມເພີ່ມຂອງທະນານຄານໂລກ ແມ່ນມາຈາກສະມາຄົມເພື່ອການພັດທະນາສາກົນ (IDA), ຊື່ງແມ່ນທຶນສໍາລັບປະເທດທຸກຍາກທີ່ສຸດຂອງທະນາຄານໂລກ ໂດຍການສະໜອງທຶນຊ່ວຍເຫຼືອລ້າ ແລະ ທຶນກູ້ຢືມໃນອັດຕາດອກເບ້ຍຕໍ່າ ແລະ ບໍ່ມີດອກເບ້ຍ ສໍາລັບໂຄງການ ແລະ ແຜນງານຕ່າງໆ ທີ່ກະຕຸ້ນການເຕີບໂຕທາງເສດຖະກິດ, ຫຼຸດຜ່ອນຄວາມທຸກຍາກ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ.

ຫຼັກຖານທົ່ວໂລກສະແດງໃຫ້ເຫັນວ່າ ຜູ້ທຸກຍາກແມ່ນມີທ່າອຽງຈະເປັນຜູ້ມີພາລະແບກຫາບ ໄພພິບັດທາງທໍາມະຊາດ ຍ້ອນພວກເຂົາສ່ວນໃຫ່ຍ ມີຄວາມກຽມພ້ອມໜ້ອຍທີ່ສຸດ ແລະມີຂີດຄວາມສາມາດດ້ານການເງິນທີ່ຈໍາກັດ ໃນການຮັບມືກັບໄພພິບັດຕ່າງໆເຫຼົ່ານີ້.

ທີ່ມາ: Lao National Radio

Comments