ສໍາເລັດກອງປະຊຸມວຽກງານການຕ່າງປະເທດຄັ້ງທີ XIV

ກອງປະຊຸມວຽກງານການຕ່າງປະເທດ ຄັ້ງທີ XIV ພາຍໃຕ້ຄໍາຂວັນ “ການທູດປ້ອງກັນເຫດ ແລະ ບຸກທະລຸ ເພື່ອພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ” ແລະ “ເພີ່ມທະວີປະສິດທິພາບການຈັດຕັ້ງປະຕິບັດຜົນການເຄື່ອນໄຫວການຕ່າງປະເທດໃຫ້ປະກົດຜົນເປັນຮູບປະທໍາ” ທີ່ຈັດຂຶ້ນຢູ່ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC) ນະຄອນຫລວງວຽງຈັນ, ພາຍໃຕ້ການເປັນປະທານຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ກຳມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ, ໄດ້ປິດລົງດ້ວຍຜົນສຳເລັດອັນຈົບງາມ ໃນວັນທີ 13 ທັນວາ 2019, ໂດຍມີທ່ານ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ, ພ້ອມດ້ວຍບັນດາກົມການເມືອງສູນກາງ, ກຳມະການສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ແລະ ຮອງລັດ ຖະມົນຕີ, ເຈົ້າແຂວງ ແລະ ຮອງເຈົ້າແຂວງຈາກທົ່ວປະເທດ, ຮອງເຈົ້າຄອງນະຄອນຫຼວງ, ເອກອັກຄະລັດຖະທູດ ແລະ ກົງສຸນໃຫຍ່ ແຫ່ງ ສປປ ລາວ ປະຈໍາຢູ່ຕ່າງປະເທດ, ພ້ອມດ້ວຍພະນັກງານຫຼັກແຫຼ່ງຂອງກະຊວງການຕ່າງ ປະເທດ ແລະ ຂະແໜງການກ່ຽວຂ້ອງຂັ້ນສູນກາງ ແລະ ທ້ອງຖິ່ນເຂົ້າຮ່ວມ.

ທ່ານ ສະເຫລີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ, ກ່າວວ່າ ກອງປະຊຸມວຽກງານຕ່າງປະເທດຄັ້ງນີ້ໄດ້ເລີ່ມໄຂຂຶ້ນນັບແຕ່ວັນທີ 5 ທັນວາ 2019 ເປັນຕົ້ນມາ, ຊຶ່ງໄດ້ຈັດເປັນຫຼາຍລະດັບທີ່ແຕກຕ່າງກັນ ຄື:

1) ກອງປະຊຸມພາຍໃນກະຊວງການຕ່າງປະເທດ ໄດ້ຈັດຂຶ້ນໃນວັນທີ 5-6 ທັນວາ 2019 ແນໃສ່ສ້າງຄວາມເຂັ້ມແຂງພາຍໃນຂະແໜງການ ໂດຍສະເພາະດ້ານວຽກງານຈັດຕັ້ງ-ພະນັກງານ ແລະ ການປະຕິບັດວຽກວິຊາສະ ເພາະຕ່າງໆ ເພື່ອຍົກສູງຄຸນນະພາບການເປັນເສນາທິການດ້ານວຽກງານການຕ່າງປະເທດໃຫ້ຂັ້ນເທິງດີກວ່າເກົ່າ;

2) ກອງປະຊຸມເວທີປຶກສາຫາລືຮ່ວມກັບພາກທຸລະກິດ ຄັ້ງທີ I ພາຍໃຕ້ຫົວຂໍ້ “ເພີ່ມທະວີການເຄື່ອນໄຫວການທູດຕິດພັນກັບການພັດທະນາເສດຖະກິດຂອງ ສປປ ລາວ ໃນໄລຍະໃໝ່” ຈັດຂຶ້ນໃນວັນທີ 9 ທັນວາ 2019, ຊຶ່ງເປັນຂໍ້ລິເລີ່ມ ໃໝ່ຂອງກະຊວງການຕ່າງປະເທດ ແນໃສ່ສ້າງຄວາມເຂົ້າໃຈທີ່ເປັນເອກະພາບ, ສ້າງກົນໄກປະສານງານທີ່ມີປະສິດທິພາບ, ສືບຕໍ່ບຸກທະລຸດ້ານຈິນຕະນາການຢ່າງແຂງແຮງ ເພື່ອເພີ່ມທະວີປະສິດທິພາບ ປະສິດທິຜົນໃນການ ເຄື່ອນໄຫວການທູດຕິດພັນກັບການພັດທະນາເສດຖະກິດ, ຍາດແຍ່ງຜົນປະໂຫຍດມາໃຫ້ປະເທດນັບມື້ນັບຫຼາຍຂຶ້ນ;

3) ກອງປະຊຸມລະດັບວິຊາການ ຈັດຂຶ້ນລະຫວ່າງວັນທີ 10-11 ທັນວາ 2019, ຊຶ່ງໄດ້ປຶກສາຫາລື ແລະ ຮັບຮອງເອົາບົດສັງເກດຕີລາຄາສະພາບແວດລ້ອມພາກພື້ນ ແລະ ສາກົນ, ການເຄື່ອນໄຫວວຽກງານການຕ່າງປະເທດຂອງ ສປປ ລາວ ໃນໄລຍະ 3 ປີຜ່ານມາ ແລະ ທິດທາງໃນຕໍ່ໜ້າ, ແລະ ບົດຍົກສູງຄຸນນະພາບໃນການເປັນເສນາທິການ, ປັບປຸງກົນໄກການປະສານງານ ແລະ ການຄຸ້ມຄອງວຽກງານການຕ່າງປະເທດຂອງ ສປປ ລາວ ໃຫ້ມີຄວາມໜັກແໜ້ນ, ຄ່ອງແຄ້ວ, ທັນການ ແລະ ມີປະສິດທິພາບ;

4) ກອງປະຊຸມປຶກສາຫາລືກັບບັນດາພະແນກການຕ່າງປະເທດ, ຫ້ອງວ່າການປົກຄອງແຂວງ ແລະ ນະຄອນຫຼວງ ຈັດຂຶ້ນໃນວັນທີ 11 ທັນວາ 2019 ເພື່ອແນໃສ່ສ້າງຄວາມເຂັ້ມແຂງໃຫ້ການເຄື່ອນໄຫວວຽກງານການຕ່າງປະເທດຢູ່ທ້ອງຖິ່ນ, ຊຶ່ງກອງປະຊຸມໄດ້ເປັນເອກະພາບກັນຕີລາຄາວ່າ ພະແນກການຕ່າງປະເທດມີບົດບາດສໍາຄັນໃນການເປັນເສນາທິການໃຫ້ການນໍາແຂວງ, ນະຄອນຫຼວງ ກໍຄືກະຊວງການຕ່າງປະທເດໃນການຜັນຂະຫຍາຍວຽກງານການຕ່າງປະເທດຢູ່ທ້ອງຖິ່ນ ແລະ ເປັນຂົວຕໍ່ທີ່ສໍາຄັນລະ ຫວ່າງສູນກາງກັບທ້ອງຖິ່ນ, ມີຄວາມເປັນເອກະພາບບັນດານິຕິກໍາກ່ຽວກັບພາລະບົດບາດຂອງບັນດາຂະແໜງການຕ່າງປະເທດແຂວງ ແລະ ນະຄອນຫຼວງໃຫ້ສອດຄ່ອງ, ປັບປຸງກົງຈັກການຈັດຕັ້ງ, ກໍ່ສ້າງພະນັກງານ ແລະ ປັບປຸງກົນໄກການປະສານງານໃນການປະຕິບັດວຽກງານວິຊາສະເພາະໃຫ້ມີປະສິດທິພາບກວ່າເກົ່າ;

5) ກອງປະຊຸມທາງການ ຈັດຂຶ້ນລະຫວ່າງວັນທີ 12-13 ທັນວາ 2019 ໂດຍໄດ້ສຸມໃສ່ປຶກສາຫາລື ແລະ ແລກປ່ຽນຄໍາຄິດຄໍາເຫັນໃສ່ຜົນສໍາເລັດຂອງກອງປະຊຸມວິຊາການ ແລະ ກອງປະຊຸມໄດ້ເປັນເອກະພາບສະເໜີທິດທາງແຜນການເຄື່ອນໄຫວວຽກງານການຕ່າງປະເທດໃນຕໍ່ໜ້າ ໂດຍສືບຕໍ່ຍຶດໝັ້ນແນວທາງການຕ່າງປະເທດຂອງພັກ, ຫັນການພົວພັນຮ່ວມມືກັບເປົ້າໝາຍຕ່າງໆໃຫ້ເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນກວ່າເກົ່າ, ຄົ້ນຄວ້າສ້າງແຜນຍຸດທະສາດ ແລະ ຍຸດໂທບາຍການຕ່າງປະເທດຂອງ ສປປ ລາວ ສໍາລັບໄລຍະແຕ່ປີ 2021-2025, ສືບຕໍ່ບຸກທະລຸດ້ານຈິນຕະນາການຢ່າງແຮງແຂງ, ຍົກສູງຄຸນນະພາບການເປັນເສນາທິການດ້ານການຕ່າງປະເທດໃຫ້ແກ່ຂັ້ນເທິງ, ເອົາໃຈໃສ່ແກ້ໄຂຈຸດຄົງຄ້າງຊາຍແດນກັບປະເທດເພື່ອນບ້ານ, ເພີ່ມທະວີການເຄື່ອນໄຫວການທູດຢ່າງຮອບດ້ານ, ເພີ່ມທະວີການຄຸ້ມຄອງວຽກງານການຕ່າງປະເທດໃຫ້ຮັບປະກັນລັກສະນະລວມສູນ ຜ່ານປະຕູດຽວ, ປັບປຸງກົນໄກການປະສານງານໃຫ້ກົມກຽວ ໂລ່ງລ່ຽນ ແລະ ວ່ອງໄວ, ສືບຕໍ່ສ້າງ ແລະ ປັບປຸງນິຕິກໍາຂອງຂະແໜງການຕ່າງປະເທດ ເພື່ອເປັນບ່ອນອີງໃຫ້ແກ່ການປະຕິບັດວຽກງານການຕ່າງປະເທດ, ສືບຕໍ່ສ້າງບາດກ້າວບຸກທະລຸຢ່າງແຂງແຮງກວ່າເກົ່າດ້ານການສ້າງຊັບພະຍາກອນມະນຸດ ໂດຍເອົາໃຈໃສ່ກໍ່ສ້າງຖັນແຖວພະນັກງານການທູດ ກໍຄືພະນັກງານທີ່ເຮັດວຽກໃນຂະແໜງການຕ່າງປະເທດໃຫ້ມີຄວາມເຂັ້ມແຂງທັງດ້ານຄວາມຮູ້ຄວາມສາມາດ ແລະ ມີຄວາມໜັກແໜ້ນທາງດ້ານການເມືອງແນວຄິດ. ນອກຈາກນັ້ນ, ກະຊວງການຕ່າງປະເທດຍັງໄດ້ຄົ້ນຄວ້າສ້າງ 5 ແຜນງານ 41 ໂຄງການ ສໍາລັບໄລຍະປີ 2020-2021 ເພື່ອຜັນຂະຫຍາຍບັນດາທິດທາງແຜນການຂ້າງເທິງນັ້ນເປັນອັນລະອຽດ ເພື່ອຈັດຕັ້ງປະຕິບັດໃຫ້ເກີດຜົນເປັນຮູບປະທໍາ.

Comments