ດ່ານປາງມອນ ເມືອງຄອບ ເປີດເປັນດ່ານສາກົນ ຢ່າງເປັນທາງການ

ພິທີ ເປີດດ່ານສາກົນ ປາງມອນ ຢ່າງເປັນທາງການ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 1 ກຸມພາ 2020, ຢູ່ເມືອງຄອບ, ແຂວງ ໄຊຍະບູລີ
ໃຫ້ກຽດເຂົ້າຮ່ວມມີທ່ານ ທອງສະຫັວນ ພົມວິຫານ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງສປປ ລາວ ແລະ ທ່ານ ຍັນຍົງ ສີປະເສີດ, ຮອງເຈົ້າແຂວງໆໄຊຍະບູລີ . ນອກນີ້ ຍັງມີ ທ່ານ ກະມົນ ຊຽງວົງ, ເຈົ້າແຂວງໆ ພະເຍົາ ລາຊະອານະຈັກໄທເຂົ້າຮ່ວມ.


ດ່ານປາງມອນ ເມືອງຄອບ, ແຂວງ ໄຊຍະບູລີ ຂອງສປປ ລາວ ເປັນດ່ານລະຫວ່າງ ບ້ານ ຮວກ, ເມືອງພູຊາງ, ຈັງຫວັດພະເຍົາ, ປະເທດໄທ, ເປັນດິນຕໍ່ແຜນ ທີ່ມີເສັ້ນທາງເຊື່ອມຕໍ່ກັນ.
ໃນວັນທີ 30 ພະຈິກ 1992, ລັດຖະບານສປປ ລາວ ໄດ້ເຫັນດີອະນຸມັດ ໃຫ້ເປີດເປັນດ່ານປະເພນີ ປາງມອນ ເພື່ອອຳນວຍຄວາມສະດວກໃນການໄປມາຫາສູ່ກັນ ແລະ ແລກປ່ຽນສິນຄ້າ ລະຫວ່າງ ປະຊາຊົນຊາວເມືອງຄອບ ແຂວງ ໄຊຍະບູລີ ແລະ ເມືອງ ພູຊາງ, ເມືອງ ຊຽງຄຳ ແຂວງ ພະເຍົາ ລາຊະອານາຈັກໄທ.


ມາຮອດປີ 2015 – 2016, ລັດຖະບານສປປ ລາວ ໄດ້ສ້າງເສັ້ນທາງເຊື່ອມຕໍ່ລະຫວ່າງຊາດ ຊຶ່ງໄດ້ມາດຕະຖານລະດັບອາຊຽນ ແລະ ໄດ້ສຳເລັດການກໍ່ສ້າງພື້ນຖານໂຄງລ່າງ ຂອງດ່ານປາງມອນ ຕາມການອະນຸມັດຂອງກະຊວງໂຍທາທິການ ແລະ ຂົນສົ່ງ ເພື່ອເຮັດໃຫ້ມີຄວາມສະດວກ ໃນການພົວພັນຮ່ວມມືທາງດ້ານການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ຊຶ່ງມີການຂະຫຍາຍຕົວ ແລະ ເພີ່ມທະວີຂຶ້ນຢ່າງຕໍ່ເນື່ອງ ແລະ ທັງເປັນການຮອງຮັບໃຫ້ແກ່ການເປັນປະຊາຄົມເສດຖະກິດອາຊຽນອີກດ້ວຍ.

ການຕັດສິນໃຈຍົກລະດັບຈາກດ່ານປະເພນີ ເປັນດ່ານສາກົນ ແມ່ນຍ້ອນ ມີທີຕັ້ງຍຸດທະສາດທາງດ້ານການບໍລິການທາງຜ່ານ ແລະ ການຄ້າໃນລະດັບອະນຸພາກພື້ນ, ເປັນປະຕູດ່ານເຊື່ອມໂຍງສະບຽງເສດຖະກິດລະຫວ່າງ 8 ແຂວງພາກເໜືອ ສປປ ລາວ ຫາ ພາກເໜືອຕອນເທິງ ຂອງປະເທດໄທ ( ຊຽງໃໝ່ ) ແລະ ຍັງເປັນແລວທາງເຊື່ອມຕໍ່ລະຫວ່າງ ພາກເໜືອຕອນເທິງ ຂອງປະເທດໄທ ກັບ ເມືອງມໍລະດົກໂລກຫຼວງພະບາງ ຂອງລາວຊຶ່ງຈະເຮັດໃຫ້ການພົວພັນທາງດ້ານການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ລະຫວ່າງສອງແຂວງ ແລະ ແຂວງ ໃກ້ຄຽງຂອງສອງປະເທດ ມີຄວາມສະດວກຂື້ນກວ່າເກົ່າ ຊຶ່ງບໍ່ພຽງແຕ່ຈະນຳເອົາຜົນປະໂຫຍດມາສູ່ແຂວງ ໄຊຍະບູລີເທົ່ານັ້ນ ແຕ່ຍັງຈະປະກອບສ່ວນເຂົ້າໃນການພັດທະນາລວມຂອງປະເທດລາວ, ທັງນີ້ເພື່ອບັນລຸແຜນຍຸດທະສາດ ໃນການລຶບລ້າງຄວາມທຸກຍາກ ແລະ ນຳພາປະເທດລາວໃຫ້ຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາອີກດ້ວຍ.

ຂ່າວ: ທອງແກ້ວ ຈາກເມືອງຄອບ

Comments