ສປປ ລາວ ວາງເປົ້າໝາຍສູ້ຊົນໃຫ້ນັກທ່ອງທ່ຽວບັນລຸ 4.7 ລ້ານຄົນ ໃນປີ 2020 ອາດບໍ່ບັນລຸເປົ້າ

ລາຍຮັບຈາກການທ່ອງທ່ຽວຫຼຸດລົງ 70% ຫຼັງໂຄໂຣນາລະບາດ ນະຄອນຫຼວງຕັ້ງຈຸດປະສານ 9 ຕົວເມືອງໃຫ້ຂໍ້ມູນ-ຂ່າວສານປະຊາຊົນ

ນັບແຕ່ທ້າຍເດືອນມັງກອນ ເປັນຕົ້ນມາກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ສປ ຈີນ ໄດ້ອອກແຈ້ງການຍົກເລີກບັນດາກຸ່ມນັກທ່ອງທ່ຽວຕ່າງໆທັງພາຍໃນປະເທດ ແລະ ຫ້າມປະຊາຊົນຈີນໄປທ່ຽວຕ່າງປະເທດ ເຮັດໃຫ້ຈຳນວນນັກທ່ອງທ່ຽວຫຼຸດລົງເປັນຈຳນວນຫຼາຍ, ເຮັດໃຫ້ລາຍ ຮັບໂດຍສະເພາະແມ່ນທີ່ພັກ ແລະ ບໍລິສັດທ່ອງທ່ຽວລາຍຮັບຫຼຸດລົງ 70%.

ສະຖານະການຫຼ້າສຸດຍອດຜູ້ຕິດເຊື້ອ ແລະ ຜູ້ເສຍຊີວິດຍັງຄົງເພີ່ມຂຶ້ນຕໍ່ເນື່ອງ, ສ່ວນຢູ່ນະຄອນຫຼວງວຽງຈັນ ໄດ້ຕັ້ງຈຸດປະສານງານຢູ່ 9 ຕົວເມືອງ ເພື່ອກະຈາຍຂໍ້ມູນ – ຂ່າວສານກ່ຽວກັບເຊື້ອພະຍາດດັ່ງກ່າວ.

 

 

 

 

 

 

 

 

 

 

 

ວັນທີ 5 ກຸມພາ 2020 ຫ້ອງວ່າການນະຄອນຫຼວງວຽງຈັນ ຮ່ວມກັບພະແນກສາທາລະນະສຸກນະຄອນຫຼວງວຽງຈັນ ຈັດກອງປະຊຸມເຜີຍແຜ່ຂໍ້ມູນ ແລະ ປຸກລະດົມຂໍ ຄວາມຮ່ວມມື ເພື່ອເຝົ້າລະວັງປ້ອງກັນພະຍາດປອດອັກເສບຈາກເຊື້ອຈຸລະໂລກໂຄໂຣນາ ເພື່ອລາຍງານສະພາບການລະບາດ, ມາດຕະການເຝົ້າລະວັງ ແລະ ປ້ອງກັນພະຍາດໂຄໂຣນາ.

 

 

 

 

 

 

 

 

 

 

 

ຂໍ້ມູນຈາກສູນຂ່າວສານສຸຂະສຶກສາ ໃຫ້ຮູ້ວ່າ: ອີງຕາມບົດຂ່າວລາຍງານຂອງຄະນະກໍາມະການສາທາລະນະສຸກແຫ່ງຊາດຈີນ ສໍາລັບ ຄວາມຄືບໜ້າຂອງເຊື້ອພະຍາດປອດອັກເສບຈາກເຊື້ອຈຸລະໂລກສາຍພັນໃໝ່ ເກັບກໍາຂໍ້ມູນຮອດເວລາ 24 ໂມງ ຂອງວັນທີ 4 ກຸມພາ 2020 ຈາກ 31 ແຂວງ ພົບຜູ້ຕິດເຊື້ອ 24.324 ກໍລະນີ, ອາການໜັກ 3.219 ກໍລະນີ, ເສຍຊີວິດ 490 ກໍລະນີ, ປິ່ນປົວເຊົາ 892 ກໍລະນີ ແລະ ຄົນເຈັບທີ່ສົງໄສວ່າເປັນພະຍາດດັ່ງກ່າວ 23.260 ກໍລະນີ. ຂະນະທີ່, ສປປ ລາວ ວາງເປົ້າໝາຍສູ້ຊົນໃຫ້ນັກທ່ອງທ່ຽວບັນລຸ 4,7 ລ້ານເທື່ອຄົນ ໃນປີ 2020 ອາດບໍ່ບັນລຸເປົ້າ, ທຸລະກິດຂະແໜງທ່ອງທ່ຽວລາຍຮັບຫຼຸດລົງ 50 – 70%.

 

 

 

 

 

 

 

 

 

 

ທ່ານ ສູນ ມະນີວົງ ຫົວໜ້າກົມໂຄສະນາການທ່ອງທ່ຽວ ໃຫ້ສຳພາດວ່າ: ການແຜ່ລະບາດຂອງພະຍາດປອດອັກເສບໂຄໂຣນາ ສົ່ງຜົນກະທົບຕໍ່ຂະແໜງການທ່ອງທ່ຽວຂອງຫຼາຍປະເທດໃນໂລກ ແລະ ສປປ ລາວ ກໍເຊັ່ນກັນ, ອັນເນື່ອງມາຈາກລັດຖະບານຫຼາຍປະເທດໄດ້ຫ້າມພົນລະເມືອງເດີນທາງອອກນອກປະເທດ ພິເສດແມ່ນ ສປ ຈີນ ເຊິ່ງໃນວັນທີ 26 ມັງກອນ 2020 ຜ່ານມາ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ສປ ຈີນ ໄດ້ອອກແຈ້ງການຍົກເລີກບັນດາກຸ່ມນັກທ່ອງທ່ຽວຕ່າງໆທັງພາຍໃນປະເທດ ແລະ ຫ້າມພົນລະເມືອງຈີນ ເດີນທາງທ່ອງທ່ຽວອອກນອກປະເທດ ເພື່ອສະດວກໃນການປ້ອງກັນ, ຄວບຄຸມການລະບາດ.

 

 

 

 

 

 

 

 

 

 

 

 

 

 

 

 

 

ສົ່ງຜົນໃຫ້ຈຳນວນນັກທ່ອງທ່ຽວຕ່າງປະເທດເຂົ້າ ສປປ ລາວ ຫຼຸດລົງຢ່າງກະທັນຫັນ ໂດຍສະເພາະນັກທ່ອງທ່ຽວຈີນ, ປັດຈຸບັນຂະແໜງການທ່ອງທ່ຽວກຳລັງປະເມີນຜົນກະທົບຕໍ່ຂະແໜງການທ່ອງທ່ຽວ ເພື່ອຄາດຄະເນຜົນກະທົບຕໍ່ຄາດໝາຍທີ່ລັດຖະບານວາງໄວ້ ໃນປີ 2020 ທີ່ຈະມີນັກທ່ອງທ່ຽວເຂົ້າລາວ 4,7 ລ້ານຄົນ ໂດຍຄາດວ່າການລະບາດຂອງພະຍາດປອດອັກເສບໂຄໂຣນາ ອາດສົ່ງຜົນກະທົບຕໍ່ຂະແໜງການ ເໝືອນການລະບາດຂອງພະຍາດຊາຣສ ໃນປີ 2003 ທີ່ເຮັດໃຫ້ການທ່ອງທ່ຽວບໍ່ສາມາດບັນລຸຕາມຄາດໝາຍ ໂດຍຫຼຸດຄາດໝາຍ 14%.

 

 

 

 

 

 

 

 

 

 

ທ່ານ ປະກາສິດ ຈັນທະປັນຍາ ຫົວໜ້າສະມາຄົມໂຮງແຮມ ແລະ ຮ້ານອາຫານລາວ ໃຫ້ສຳພາດວ່າ: ການລະບາດຂອງພະຍາດດັ່ງກ່າວ ເຮັດໃຫ້ຫຼາຍປະເທດປະກາດຫ້າມນັກທ່ອງທ່ຽວເດີນທາງເຂົ້າ – ອອກ. ພ້ອມນັ້ນ, ນັກທ່ອງທ່ຽວຫຼາຍຄົນກໍຕື່ນຕົກໃຈຕໍ່ສະພາບການລະບາດ ເຮັດໃຫ້ນັກທ່ອງທ່ຽວຫຼາຍປະເທດເລີ່ມຍົກເລີກການຈອງທີ່ພັກ ແລະ ບໍ່ມີການຈອງມາຕື່ມ ເຮັດໃຫ້ຂະແໜງການນີ້ກຳລັງປະເຊີນໜ້າກັບບັນຫາລາຍຮັບ ເຊິ່ງປັດຈຸບັນລາຍຮັບຂອງຂະແໜງການໂຮງແຮມ ແລະ ຮ້ານອາຫານຫຼຸດລົງຫຼາຍກວ່າ 50%.

 

 

 

 

 

 

 

 

 

 

 

ທ່ານ ເຄນ ວົງທອງຈິດ ຜູ້ອຳນວຍການ ບໍລິສັດ ສຸດໃຈທ່ອງທ່ຽວ ໃຫ້ສຳພາດວ່າ: ການລະບາດຢ່າງໄວວາຂອງພະຍາດປອດອັກເສບໄວຣັສໂຄໂຣນາ ສູ່ຫຼາຍປະເທດສົ່ງຜົນໃຫ້ມີນັກທ່ອງທ່ຽວຫຼາຍປະເທດໄດ້ຍົກເລີກການທ່ອງທ່ຽວເກືອບໝົດທຸກກຣຸບເລີຍ ໂດຍສະເພາະແມ່ນນັກທ່ອງທ່ຽວຈີນ ແລະ ສ.ເກົາຫຼີ ແມ່ນຍົກເລີກທຸກກຣຸບເລີຍ. ນອກນັ້ນ, ນັກທ່ອງທ່ຽວຂອງປະເທດອື່ນກໍຫຼຸດລົງຫຼາຍພໍສົມຄວນ ອັນເນື່ອງມາຈາກລັດຖະບານຫຼາຍປະເທດຫ້າມພົນລະເມືອງອອກເດີນທາງທ່ອງທ່ຽວຕ່າງປະເທດ ເພື່ອປ້ອງກັນການລະບາດ ສົ່ງຜົນໃຫ້ລາຍຮັບຂອງບໍລິສັດ ຫຼຸດລົງ 70% ທຽບໃສ່ໄລຍະກ່ອນການລະບາດ ແລະ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເຊິ່ງອາດມີຜົນກະທົບໃນວົງກວ້າງຕໍ່ເສດຖະກິດ – ສັງຄົມ ໂດຍສະເພາະວຽກງານການທ່ອງທ່ຽວ, ໂຮງແຮມ, ຮ້ານອາຫານ ແລະ ອື່ນໆ.

ທີ່ມາ: ຂ່າວເສດຖະກິດ-ການຄ້າ

Comments