ຄະນະສະເພາະກິດ ຍົກລະດັບປ້ອງກັນພະຍາດໂຄວິດ-19 ຜູ້ທີ່ເດີນທາງເຂົ້າມາ ສປປ ລາວ

ມາດຕະການ ຈັດຕັ້ງ ປະຕິບັດສຳລັບຜູ້ເດີນທາງເຂົ້າມາ ສປປ ລາວ

  1. ທຸກຄົນທີ່ເດີນທາງເຂົ້າມາ ສປປ ລາວ,​ທີ່ມີອາການດັ່ງລຸ່ມນີ້ ຕ້ອງປະຕິບັດມາດຕະການແຍກປ່ຽວ (Isolation) ຢູ່ໂຮງຫມໍເພື່ອຢັ້ງຢືນການບົ່ງມະຕິ:
  • ຜູ້ທີ່ມີອາການໄຂ້, ໄອ ຫຼື ຫາຍໃຈຍາກ ແລະ ມີປະຫວັດເດີນທາງມາຈາດເຂດທີ່ມີການລະບາດຂອງ COVOD-19
  • ຜູ້ທີ່ມີອາການໄຂ້, ໄອ ຫຼື ຫາຍໃຈຍາກ ແລະ ມີປະຫວັດສຳຜັດກັບຜູ້ທີ່ມີການຢັ້ງຢືນການການຕິດເຊື້ອ COVOD-19

*ການແຍກປ່ຽວກໍລະນີສົງໄສ ຢູ່ນະຄອນຫຼວງວຽງຈັນ: ແມ່ນຢູ່ໂຮງຫມໍມິດຕະພາບ, ໂຮງຫມໍມະໂຫສົດ, ໂຮງຫມໍເຊດຖາທິຣາດ ແລະ ໂຮງຫມໍສູນກາງ 13 ກອງທັບ

*ການແຍກປ່ຽວກໍລະນີສົງໃສ ບັນດາແຂວງ: ແມ່ນຢູ່ບັນດາໂຮງຫມໍແຂວງ

2. ທຸກຄົນທີ່ເດີນທາງເຂົ້າ ມາ ສປປ ລາວ ທີ່ມີອາການເຂົ້າກັບເງື່ອນໄຂດັ່ງລຸ່ມນີ້ຕ້ອງປະຕິບັດມາດຕະການຈຳກັດບໍລິເວນຢູ່ສະຖານທີ່ພັກເຊົາຂອງຕົນເອງພາຍໃນ 14 (Self-quaranline)

ລາຍລະອຽດອ່ານຕາມແຈ້ງການລຸ່ມນີ້:

Comments