ອຸຍນີເຊັບ ມອບອຸປະກອນການແພດ ປ້ອງກັນພະຍາດ COVID-19 ໃຫ້ ສປປ ລາວ

ອົງການອຸຍນີເຊັບປະຈໍາລາວ (UNICEF) ໄດ້ມອບອຸປະກອນປ້ອງກັນສ່ວນບຸກຄົນ (PPE) ໃຫ້ກະຊວງສາທາລະນະສຸກເພື່ອສະໜັບສະໜູນການຕອບໂຕ້ ແລະ ການກຽມພ້ອມ ເພື່ອປ້ອງກັນເຊື້ອຈຸລະໂລກສາຍພັນໃໝ່ 2019 (COVID-19).

ພິທີມອບຮັບອຸປະກອນດັ່ງກ່າວໄດ້ຈັດຂຶ້ນມື້ວານນີ້ ວັນທີ 11 ມີນາ 2020 ທີ່ກະຊວງ ສາທາລະນະສຸກ ໂດຍທ່ານ ດຣ Octavian Bivol ຜູ້ຕາງໜ້າອົງການອຸຍນີເຊັບ ແລະ ທ່ານ ຮສ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ.

ອຸປະກອນດັ່ງກ່າວລວມມີ ຜ້າອັດປາກ-ດັງ 39 ກັບ, ໜວກໃສ່ໃນຫ້ອງຜ່າຕັດ 20,000 ອັນ, ຖົງມື 4,500 ກັບ, ຊຸດປ້ອງກັນແບບປົກປິດຫົວ 560 ຊຸດ, ເສື້ອກາວແຂນຍາວກັນນໍ້າ 560 ຊຸດ, ຜ້າກັນເປື້ອນ ແລະ ກັນນໍ້າ 20,000 ອັນ, ແຫວ່ນຕາປ້ອງກັນ 9 ອັນ, ເຄື່ອງປ້ອງກັນໜ້າ 162 ອັນ, ຜ້າອັດປາກ 300,000 ອັນ ແລະ ຜ້າອັດປາກອີກ 600 ກັບ. ທ່ານ ຮສ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ໄດ້ກ່າວໃນພິທີມອບຮັບອຸປະກອນດັ່ງກ່າວ ວ່າ: ສປປ ລາວ ຍັງບໍ່ມີການຢັ້ງຢືນກໍລະນີກ່ຽວກັບຜູ້ຕິດເຊື້ອພະຍາດຈຸລະໂລກສາຍພັນໃໝ່ 2019 ເທື່ອ, ແຕ່ອຸປະກອນເຫລົ່ານີ້ ຈະຊ່ວຍພວກເຮົາໃນການກະກຽມປ້ອງກັນພະຍາດດັ່ງກ່າວ ແລະ ຈະແຈກຢາຍໄປຍັງໂຮງໝໍສູນກາງ, ໂຮງໝໍແຂວງ ແລະ ບັນດາດ່ານສາກົນ ແລະ ດ່ານທ້ອງຖິ່ນຕ່າງໆ ເພື່ອໃຊ້ປ້ອງກັນພະຍາດດັ່ງກ່າວ.

ຂ່າວ: ວຽງຈັນທາຍ

ພາບ: ພ້ອມພົງ

Comments