ຈີນທົດລອງນໍາໃຊ້ຢາວັກຊີນຕ້ານພະຍາດໂຄວິດ-19 ແລ້ວ

ວັນທີ 18 ມີນາ 2020 ສປ ຈີນໄດ້ເລີ່ມທົດລອງນໍາໃຊ້ຢາວັກຊີນປ້ອງກັນພະຍາດອັກເສບປອດໂຄວິດ-19 ຄັ້ງທໍາອິດ ໂດຍໄດ້ຮັບການພັດທະນາຕົວຢາ ຈາກຜູ້ຊ່ຽວຊານດ້ານຊີວະວິທະຍາສົງຄາມຊີວະພາບ ຂອງທະຫານ ຂະນະທີ່ແຫຼ່ງຂ່າວເເດລີເມວຂອງປະເທດອັງກິດ ອ້າງວ່າ ຖ້າຈີນປະສົບສໍາເລັດທົດລອງ ແລະ ຜະລິດວັກຊີນຕ້ານໄວຣັສໂຄວິດຈະເຮັດໃຫ້ປະເທດຈີນກາຍເປັນທໍາອິດໃນໂລກ ທີ່ມີຄວາມກ້າວຫນ້າທາງດ້ານວິທະຍາສາດໃນຍຸກນີ້.

ທ່ານ ເຊີນ ເຫວີ່ຍ ນັກຄົ້ນຄົ້ວວິໃຈ ວັກຊິນ ຕ້ານພະຍາດໂຄວິດໄດ້ປະກາດວ່າລັດຖະບານຈີນໄດ້ອະນຸຍາດ ໃຫ້ເລີ່ມທົດລອງໃຊ້ແລ້ວ

“ຢາວັກຊີນດັ່ງກ່າວແມ່ນອາວຸດທາງວິທະຍາສາດທີ່ແຂງແກນທີ່ສຸດເພື່ອຢຸດພະຍາດຜີສາດຮ້າຍໂຄວິດ-19“ ຜູ້ຊ່ຽວຊານດ້ານສົງຄາມຊີວະພາບໄດ້ເປີດເຜີຍຕໍ່ຜູ້ສື່ຂ່າວຊີຊີທີວີ.

ຫຼ້າສຸດ ທົ່ວໂລກມີຄົນຕິດເຊື້ອພະຍາດໂຄວິດ 187.700 ກວ່າຄົນ, ເສຍຊີວິດ 7.800 ກວ່າຄົນ ແລະ ປິ່ນປົວຫາຍດີ 79.800 ກວ່າຄົນ ໃນນັ້ນຈີນມີຜູ້ຕິດເຊື້ອ 80.000 ກວ່າຄົນ ແລະ ເສຍຊີວິດ 3.000 ກວ່າຄົນ.
ແປໂດຍ: ນໍ້າອອ້ຍຂົມ
ແຫຼ່ງຂ່າວ: Dailymail

ທີ່ມາ: ຂ່າວສາປະເທດລາວ

 

Comments