ມູນຄ່າການນໍາເຂົ້າ-ສົ່ງອອກຂອງ ສປປ ລາວ ບັນລຸໄດ້ປະມານ 769 ລ້ານໂດລາສະຫະລັດ.

ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນ 2 ບັນລຸໄດ້ປະມານ 769 ລ້ານໂດລາສະຫະລັດ. ໃນນັ້ນ, ມູນຄ່າການສົ່ງອອກ ມີປະມານ 391 ລ້ານໂດລາສະຫະລັດ, ມູນຄ່າການນໍາເຂົ້າ ມີປະມານ 378 ລ້ານໂດລາສະຫະລັດ ແລະ ດຸນການຄ້າປະມານ 13 ລ້ານໂດລາສະຫາລັດ. ສິນຄ້າສົ່ງອອກຫຼັກປະກອບມີ: ມັນຕົ້ນ, ແຮ່ທອງ, ເຍື່ອໄມ້ ແລະ ເສດເຈ້ຍ, ທອງແດງ ແລະ ເຄື່ອງທີ່ເຮັດດ້ວຍທອງແດງ, ງົວ, ຄວາຍ, ນໍ້າຕານ, ໝາກກ້ວຍ, ເຄື່ອງນຸ່ງຫົ່ມ, ເຄື່ອງດື່ມ (ນໍ້າ, ນໍ້າອັດລົມ,ຊູກໍາລັງ…), ແລະ ໂຄງຮ່າງ, ຊິ້ນສ່ວນກ້ອງບັນທຶກພາບ. ໝວດສິນຄ້ານໍາເຂົ້າຫຼັກປະກອບມີ: ນ້ຳມັນກາຊວນ, ພາຫະນະທາງບົກ (ນອກຈາກລົດຈັກ, ລົດໄຖ), ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ), ໄຟຟ້າ, ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ, ສັດທີ່ມີຊີວິດ, ເຄື່ອງດື່ມ (ນໍ້າ, ນໍ້າອັດລົມ, ຊູກໍາລັງ…), ເຄື່ອງໃຊ້ທີ່ເຮັດດ້ວຍພລາສະຕິກ, ຊິ້ນສ່ວນອາໄຫຼ່ລົດ (ລວມທັງຢາງ, ແວ່ນ, ໂສ້…) ແລະ ນ້ຳມັນແອັດຊັງ, ແອັດຊັງພິເສດ.

       ໝວດສິນຄ້າສົ່ງອອກຫຼັກ

ສິນຄ້າສົ່ງອອກຫຼັກ ສະເລ່ຍທັງໝົດແມ່ນເປັນເງິນປະມານ 391 ລ້ານໂດລາສະຫະລັດ ເຊັ່ນ: ມັນຕົ້ນ 54 ລ້ານໂດລາສະຫະລັດ., ແຮ່ທອງ 39 ລ້ານໂດລາສະຫະລັດ, ເຍື່ອໄມ້ ແລະ ເສດເຈ້ຍ 30 ລ້ານໂດລາສະຫະລັດ, ທອງແດງ ແລະ ເຄື່ອງທີ່ເຮັດດ້ວຍທອງແດງ 29 ລ້ານໂດລາສະຫະລັດ, ງົວ, ຄວາຍ 28 ລ້ານໂດລາສະຫະລັດ., ນໍ້າຕານ 18 ລ້ານໂດລາສະຫະລັດ., ໝາກກ້ວຍ 17 ລ້ານໂດລາສະຫະລັດ., ເຄື່ອງນຸ່ງຫົ່ມ 17 ລ້ານໂດລາສະຫະລັດ ແລະ ເຄື່ອງດື່ມ (ນໍ້າ, ນໍ້າອັດລົມ,ຊູກໍາລັງ…) 16 ລ້ານໂດລາສະຫະລັດ  ແລະ ໂຄງຮ່າງ, ຊິ້ນສ່ວນກ້ອງບັນທຶກພາບ 14 ລ້ານໂດລາສະຫະລັດ.

               

       ໝວດສິນຄ້ານໍາເຂົ້າຫຼັກ

ສິນຄ້ານໍາເຂົ້າຫຼັກ ສະເລ່ຍທັງໝົດແມ່ນເປັນເງິນປະມານ 378 ລ້ານໂດລາສະຫະລັດ ເຊັ່ນ: ນ້ຳມັນກາຊວນ 36 ລ້ານໂດລາສະຫະລັດ,  ພາຫະນະທາງບົກ (ນອກຈາກລົດຈັກ, ລົດໄຖ)  30 ລ້ານໂດລາສະຫະລັດ, ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ) 22 ລ້ານໂດລາສະຫະລັດ, ໄຟຟ້າ 22 ລ້ານໂດລາສະຫະລັດ, ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ 22 ລ້ານໂດລາສະຫະລັດ, ສັດທີ່ມີຊີວິດ 18 ລ້ານໂດລາສະຫະລັດ, ເຄື່ອງດື່ມ (ນໍ້າ, ນໍ້າອັດລົມ, ຊູກໍາລັງ…) 16 ລ້ານໂດລາສະຫະລັດ, ເຄື່ອງໃຊ້ທີ່ເຮັດດ້ວຍພລາສະຕິກ 15 ລ້ານໂດລາສະຫະລັດ, ຊິ້ນສ່ວນອາໄຫຼ່ລົດ (ລວມທັງຢາງ, ແວ່ນ, ໂສ້…) 12 ລ້ານໂດລາສະຫະລັດ ແລະ ນ້ຳມັນແອັດຊັງ, ແອັດຊັງພິເສດ 11 ລ້ານໂດລາສະຫະລັດ.

       5 ປະເທດທີ່ ສປປ ລາວ ສົ່ງອອກຫຼັກ

ບັນດາປະເທດທີ່ ສປປ ລາວ ສົ່ງອອກຫຼັກ ມີມູນຄ່າປະມານ: ໄທ 111 ລ້ານໂດລາສະຫະລັດ, ຈີນ 107 ລ້ານໂດລາສະຫະລັດ, ຫວຽດນາມ 105 ລ້ານໂດລາສະຫະລັດ, ອິນເດຍ 7 ລ້ານໂດລາສະຫະລັດ ແລະ ຢີ່ປຸ່ນ 7 ລ້ານໂດລາສະຫະລັດ.

       5 ປະເທດທີ່ ສປປ ລາວ ນໍາເຂົ້າຫຼັກ

ບັນດາປະເທດທີ່ ສປປ ລາວ ນໍາເຂົ້າຫຼັກ ມີມູນຄ່າປະມານ: ໄທ 233 ລ້ານໂດລາສະຫະລັດ, ຈີນ 56 ລ້ານໂດລາສະຫະລັດ, ຫວຽດນາມ 39 ລ້ານໂດລາສະຫະລັດ, ຢີ່ປຸ່ນ 11 ລ້ານໂດລາສະຫະລັດ ແລະ ສ.ເກົາຫລີ 7 ລ້ານໂດລາສະຫະລັດ.

ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນ 2 ປີ 2020 ແມ່ນຍັງບໍ່ກວມເອົາມູນຄ່າການສົ່ງອອກໄຟຟ້າ. ສໍາລັບມູນຄ່າການສົ່ງອອກໄຟຟ້າ ພວກເຮົາຈະເອົາລົງພາຍຫຼັງທີ່ໄດ້ເກັບກໍາຕົວເລກສະຖິຕິຄົບຖ້ວນ ແລະ ຊັດເຈນແລ້ວ.

Comments