ໄຊຍະບູລີ ແຈ້ງປິດດ່ານປະເພນີ 9 ແຫ່ງ ຫ້າມປະຊາຊົນເຂົ້າ-ອອກແບບບໍ່ມີກຳນົດ

ແຂວງ ໄຊຍະບູລີ ໄດ້ປະກາດແຈ້ງປິດດ່ານປະເພນີເຂົ້າ-ອອກ ປະເທດຊົ່ວຄາວ ຈຳນວນ 9 ດ່ານ  ເພື່ອປ້ອງກັນໂຄວິດ-19

ສຳລັບດ່ານສາກົນຈຳນວນ 4 ດ່ານແມ່ນຈະເປິດໃຫ້ບໍລິການເປັນປົກກະຕິ ແຕ່ຈໍາກັດຈໍານວນ ເຂົ້າ-ອອກ ທີ່ເປັນຂະບວນໃຫຍ່ ພ້ອມທັງມອບໃຫ້ 3 ຂະແໜງການໃຫຍ່ ຊີ້ນຳຢ່າງເຂັ້ມງວດຄື:

  1. ດ່ານສາກົນຂົວມິດຕະພາບນໍ້າເຫືອງ (ເມືອງແກ່ນທ້າວ);
  2. ດ່ານສາກົນພຸູດູ່ (ເມືອງປາກລາຍ);
  3. ດ່ານສາກົນນໍ້າເງິນ (ເມືອງເງີນ)
  4. ດ່ານສາກົນປາງມອນ (ເມືອງຄອບ)

ປິດບໍລິການດ່ານປະເພນີຊົ່ວຄາວຄື:

  1. ດ່ານຫ້ວຍຕອງ (ເມືອງຊຽງຮ່ອນ);
  2. ຊ່ອງເຂົ້າ-ອອກກົວກອກ (ເມືອງໄຊສະຖານ);
  3. ດ່ານບ້ານໃໝ່ (ເມືອງທົ່ງມີໄຊ);
  4. ດ່ານສີພູມ, ດ່ານເມືອງໝໍ, ດ່ານນາແກ້ງມ້າ ແລະ ດ້ານເວີນຄໍາ (ເມືອງແກ່ນທ້າວ);
  5. ດ່ານນາຂ່າ, ດ່ານເໝືອງແຜ່, ດ່ານໜອງປະຈີດ ແລະ ດ່ານຂອນແກ່ນ (ເມືອງບໍ່ແຕນ).

ດັ່ງນັ້ນ, ຈຶ່ງມອບໃຫ້ພະແນກສາທາລະນະສຸກແຂວງ ແຕ່ງຕັ້ງພະນັກງານແພດໄປປະຈໍາການຕິດຕາມກວດກາຢູ່ 04 ດ່ານສາກົນ ເຊິ່ງພະນັກງານທີ່ໄປປະຈໍາຕ້ອງແມ່ນພະນັກງານທີ່ມີຄວາມຮູ້, ຄວາມສາມາດ ແລະ ປະສົບການໃນການນໍາໃຊ້ອຸປະກອນຮັບໃຊ້ທີ່ເໝາະສົມ, ສາມາດກວດກາ-ປ້ອງກັນ ແລະ ສະກັດກັນກັບເຊື້ອພະຍາດ COVID-19.

ມອບໃຫ້ພະແນກການຕ່າງປະເທດແຂວງ ແຈ້ງໄປຍັງບັນດາແຂວງ, ເມືອງຂອງຣາຊະອານາຈັກໄທ ທີ່ມີຊາຍແດນຕິດຈອດກັບແຂວງໄຊຍະບູລີ ໃຫ້ຮັບຮູ້ ແລະ ເຂົ້າໃຈຈຸດປະສົງຂອງແຂວງໄຊຍະບູລີ; ມອບໃຫ້ເຈົ້າເມືອງ 11 ເມືອງ ທົ່ວແຂວງໄຊຍະບູລີ ເຮັດວຽກງານການເມືອງແນວຄິດ ແລະ ສຶກສາອົບຮົມໃຫ້ພໍ່ແມ່ປະຊາຊົນໃຫ້ຮັບຮູ້ ແລະ ເອົາໃຈໃສ່ປ້ອງກັນເຊື້ອພະຍາດ COVID-19 ໂດຍສະເພາະແມ່ນບັນດາເມືອງທີ່ມີຊາຍແດນ ຕິດກັບບັນດາເມືອງ, ແຂວງ ຂອງຣາຊະອານາຈັກໄທ ໃຫ້ຢຸດຕິການໄປມາຫາສູ່ກັນ ແລະ ການລົງຕະຫຼາດນັດຊົ່ວຄາວ ເພື່ອປ້ອງກັນເຊື້ອພະຍາດ COVID-19.

ມອບໃຫ້ກອງບັນຊາການ ປກສ ແຂວງ ຊີ້ນໍາເຈົ້າຫນ້າທີ່ຢູ່ແຕ່ລະເມືອງ ຫຼື ປະຈໍາຢູ່ດ່ານ ແລະ ພາກສ່ວນທີ່ຂ້ອງກ່ຽວໃຫ້ການຮ່ວມມືກັບເຈົ້າຫນ້າທີ່ ເພື່ອແນໃສ່ການປ້ອງກັນ ແລະ ສະກັດກັ້ນເຊື້ອພະຍາດ COVID- 19 ໃຫ້ໄດ້ຮັບຜົນດີ.

Comments