ຊວນໃຫ້ຄິດ ເລື່ອງໂຄວິດ-19 ຫຼາຍກວ່າການມາຕຳນິກັນ

ສະບາຍດີແຟນເພສທາເກັດທຸກຄົນ ມື້ວານນີ້ ແອັດໄດ້ເລື່ອນໄປເຫັນ ເພສ  Lao Army – ທະຫານລາວ ທີ່ໄດ້ໂພສຂໍ້ຄວາມໜຶ່ງທີ່ໃຫ້ເປັນແງ່ຄິດຫຼາຍໃນວິກິດການແບບນີ້ ຢາກໃຫ້ທຸກຄົນຊ່ວຍເຫຼືອກັນຮັກແພງກັນ ແລະ ປ້ອງກັນຕົນເອງ, ສຸຂະພາບຕົນເອງ ຫຼາຍກວ່າການຕຳນິຕິຕຽນກັນ. ເນື້ອໃນມີດັ່ງນີ້:

ການສຶກສາເປັນສິ່ງສຳຄັນຫຼາຍ ແລະ ຄວນວິເຄາະແບບມີວິທະຍາສາດແນ່…..ເມື່ອເຮົາໄດ້ເຂົ້າມາຢູ່ໃນສັງຄົມໃຫຍ່ມັນເຮັດໃຫ້ເຮົາຮູ້ວ່າ ລະດັບການໄດ້ຮັບການສຶກສາເຮົາເປັນແນວໃດ?

1. ເງິນທີ່ຕ່າງປະເທດຊ່ວຍເຫຼືອໄປໃສ?

ຖ້າໃຜໄດ້ເຮັດວຽກກັບອົງການສາກົນຈະຮູ້ດີວ່າ ການຈະໃຊ້ເງິນໂຄງການໃດໜຶ່ງມັນບໍ່ງ່າຍ ລາຍລະອຽດຕ້ອງຄົບ ຂາດຫຼືເກີນ 1 ກີບຍັງບໍ່ໄດ້…
#ເຂົາຊ່ວຍເຫຼືອສ່ວນຫຼາຍກໍເປັນອຸປະກອນ  ບໍ່ແມ່ນເງີນສົດໆໃຊ້ເງີນເຮົາໄປຊື້ເອງນະບໍ່ຄ່ອຍມີ…ຫຼືມີ ກໍຕ້ອງຊື້ເຄື່ອງຈາກປະເທດທີ່ບໍລິຈາກໃຫ້ເທົ່ານັ້ນ…
ຄັນເພີ່ນເອົາເງິນໄປໃຊ້ໄປກິນແທ້ ລະດັບປະເທດຈະເລີນມະຫາອຳນາດເປັນຫຍັງເຂົາຊິບໍ່ຮູ້ວ່າມີການໂກງ…ຖ້າຮູ້ວ່າໂກງແລ້ວແຕ່ຍັງສົ່ງເງິນໃຫ້ລາວຕະຫຼອດ ທຸກໆປີ…ເຂົາບໍ່ໄດ້ໂງ່ປານນັ້ນເດີ…ກໍຍ້ອນມັນມີປະສິດຕິພາບເຂົາຈຶ່ງໃຫ້ເຮົາ.
#ເພີ່ນກໍເອົາຈຳນວນເງິນດັ່ງກ່າວໄປຊື້ອຸປະກອນທາງການແພດ ນັບແຕ່ເຄື່ອງເລັກໆນ້ອຍໆ ຈົນເຖິງເຄື່ອງທີ່ແສນແພງ ແລະ ຢາຕ່າງໆ ກະຈາຍໄປທົ່ວປະເທດ ປະເທດລາວບໍ່ໄດ້ມີແຕ່ໂຮງຫມໍພຽງແຫ່ງດຽວ…ເດີບັນດາທ່ານ…ເອົາແທ້ສ່ຳນັ້ນຍັງບໍ່ພໍສ່ຳ…ແຕ່ກໍດີທີ່ຍັງມີໃຫ້ໃຊ້….

2. ເປັນຫຍັງຕ້ອງເສຍຄ່າກວດ? ແລ້ວລາຄາທໍ່ໃດ?..ຖ້າຕິດແລ້ວປີ້ນປົ່ວຟຣີບໍ?

ທ່ານຕ້ອງເຂົ້າໃຈກ່ອນວ່າ ເຄື່ອງມືແພດ ແມ່ນໃຊ້ເທື່ອດຽວແລ້ວຖີ້ມ…ບໍ່ນຳມາໃຊ້ໃຫມ່…ຫຼືໃຜເຄີຍເຫັນໂຮງຫມໍໃດນຳເຂັມຊັກຢາທີ່ໃຊ້ແລ້ວນຳມາໃຊ້ຄືນ…ອຸປະກອບໃນການກວດໂລກກໍຄືກັນໃຫ້ສະເພາະຜູ້ນີ້ກໍຂອງຜູ້ນີ້…ບໍ່ແມ່ນກວດແລ້ວນຳໄປລ້າງມາໃຊ້ຄືນໃຫມ່…ຊື້ໃຫມ່ຫາໃຫມ່ຫມົດ…ມັນກໍ່ຕ້ອງໃຊ້ເງີນຊື້…

ທາງການລາວປະກາດວ່າ #ຖ້າຫາກໃຜເຂົ້າຄ່າຍເປັນຜູ້ຕິດເຊື້ອ ແລະ ຕິດເຊື້ອແທ້ ຄ່າກວດ ແລະ ຄ່າຮັກສາແມ່ນຟຣີບໍ່ໄດ້ເສຍເງີນຈັກກິບ….
#ສ່ວນຜູ້ທີ່ບໍ່ຢູ່ໃນຄ່າຍແຕ່ຢາກກວດ ກວດແລ້ວວ່າບໍ່ຕິດ(ອາດຈະ)ຈ່າຍຄ່າກວດເອງ…ຖ້າຕິດແທ້ແນ່ນອນແມ່ນຄ່າກວດ ແລະ ຮັກສາຟຣີ…

ໄລ່ລວມໆແລ້ວ ລາວໄດ້ຮັບເງິນຊ່ວຍເຫຼືອຈາກຕ່າງປະເທດທັງໝົດ ປະມານ 115 ລ້ານໂດລາ ( 115,000,000 ໂດລາ)….ຖ້ານຳເງິນເຫຼົ່ານັ້ນມາຊ່ວຍກວດ ແລະ ປິ່ນປົວຄົນລາວ

  • ຖ້າເອົາຕາມມາດຕະຖານ USA ຄ່າກວດ Covid-19 ປະມານ 1,100 $/ຄົນ
    ກໍ່ສາມາດ ກວດກາ ແລະ ປິ່ນປົວຄົນລາວໄດ້ 104,545.45 ຄົນ ຫຼືເທົ່າກັບ 1.5% ຂອງປະຊາກອນລາວ
  • ຖ້າເອົາຕາມມາດຕະຖານປະເທດໄທ ສະເພາະແຕ່ຄ່າກວດຊື່ໆ ປະມານ 240 $/ຄົນ
    ກໍສາມາດ ສະເພາະແຕ່ກວດ ຄົນລາວໄດ້ 479,166,66 ຄົນ ຫຼືເທົ່າກັບ 6.8% ຂອງປະຊາກອນລາວ
  • ຖ້າເອົາຕາມມາດຕະຖານປະເທດລາວເຮົາ ສະເພາະແຕ່ຄ່າກວດຊື່ໆ ປະມານ 100 $/ຄົນ(ຍັງບໍ່ເປັນທາງການ)
    ກໍສາມາດ ສະເພາະແຕ່ກວດ ຄົນລາວໄດ້ 1,150,000 ຄົນ ຫຼືເທົ່າກັບ 16.4% ຂອງປະຊາກອນລາວ…

ຖ້າເພີ່ນວ່າໃຫ້ກວດຟຣີ ປະມານຄົນລາວປະມານ 5,500,000 ຄົນຈະມີສິດໄດ້ຮັບການກວດຟຣີ…

ຕາມມາດຕະຖານ USA ຈະໃຊ້ເງິນຢູ່ 6.05 ຕື້ໂດລາ ປະມານ 28.8 % ຂອງ GDP ປະເທດລາວ(2018)

ຕາມມາດຕະຖານ ໄທ ຈະໃຊ້ເງິນຢູ່ 1.32 ຕື້ໂດລາ ປະມານ 6.28 % ຂອງ GDP ປະເທດລາວ(2018)

ຕາມມາດຕະຖານ ລາວ ຈະໃຊ້ເງິນຢູ່ 825 ລ້ານໂດລາ ປະມານ 3.92 % ຂອງ GDP ປະເທດລາວ(2018)

ຈະເຫັນໄດ້ວ່າເງິນທີ່ລັດຖະບານລາວໄດ້ຮັບ ໄດ້ແຕ່ພຽງເລັກນ້ອຍ…ແລະຍັງຕ້ອງແບ່ງໄປຊື້ອຸປະກອນແລະຢາອີກ…ແມ່ນແຮງບໍ່ພໍ…ຄັກ.

ສະນັ້ນ, ເພີ່ນຈຶ່ງສະຫງວນໄວ້ໃຫ້ຜູ້ທີ່ມີໂອກາດຕິດສ່ຽງແທ້ໆໄດ້ຮັບການປິ່ນປົວຢ່າງເຕັມເມັດເຕັມໜ່ວຍ…

ສ່ວນພວກເຮົານອນຢູ່ໄຮ່ຢູ່ນາ ຕ່າງປະເທດບໍ່ເຄີຍໄປ ຄົນຕ່າງຊາດກໍ່ໄດ້ເຄີຍເຂົ້າໃກ້…ຮັກສາສຸຂະພາບຂອງເຮົາໃຫ້ດີໆ..ບໍ່ຕິດງ່າຍດອກ….

ແຕ່ໃຫ້ກວດຟຣິໝົດທຸກຄົນກໍນີ້ຈະໄດ້ຮູ້ໄປເລີຍວ່າໃຜເປັນບໍ່ເປັນ…ແຕ່ຄືຈະວຸ້ນວາຍກວ່າເກົ່າເພາະໃຜໆກໍຈະແຫ່ກັນໄປກວດທັງຜູ້ຕິດບໍ່ຕິດໄປອໍອັງປະປົນກັນໄປ ຫໝົດ….ສຸດທ້າຍຕິດໝົດທຸກຄົນແຮງຫຍຸ້ງອີກ…..

ໂດຍ: ພ.ສະຫວັນ

ທີ່ມາ: Lao Army – ທະຫານລາວ

Comments