ເຄື່ອງວິເຄາະຫາເຊື້ອ ໂຄວິດ-19 ພ້ອມທີ່ຈະຮັບກວດຕົວຢ່າງຈາກ 4 ແຂວງພາກໃຕ້

ວັນທີ 10 ເມສາ 2020 , ໂຮງໝໍແຂວງຈຳປາສັກ ຮ່ວມກັບ ຊ່ຽວຊານທີ່ມາຈາກ ສປຈີນ ຊ່ຽວ ຊານມາຈາກສູນກາງ ກະຊວງສາທານະລະສຸກ ແລະ ຊ່ຽວ ຊານອົງການອະນາໄມໂລກ (WHO) ໄດ້ທຳການຕິດຕັ້ງປະກອບເຄື່ອງກວດ polymerase chain reaction (PCR) R (real-time) ເຄື່ອງກວດຊອກຫາເຊື້ອອັກເສບປອດ ຈາກເຊື້ອຈຸລະໂຣກສ່ຍພັນໃໝ່ (COVID-19) ເຊິ່ງພ້ອມຈະຮັບໃຊ້ໃນມໍ່ໆນີ້.

 

ເຄື່ອງທີ່ນໍາມາຕິດຕັ້ງຄັ້ງນີ້ເປັນເຄື່ອງຂະໜາດໃຫຍ່ທີສາມາດກວດໃດ້ເຖິງ 92 ຕົວຍ່າງອ່ານຜົນໃນເວລາ 120 ນາທີ ຈະສາມາດຮອງຮັບຕົວຢ່າງທີ່ສົ່ງມາຈາກ 4 ແຂວງພາກໃຕ້ໄດ້ ເຊິ່ງມັນຈະສາມາດກວດຈຳນວນຫຼາຍ ແລະ ສະດວກໃນການສົ່ງຕົວຢ່າງນໍາອີກ.

ຂໍຂອບໃຈຂ່າວ ແລະຮູບຈາກ: VBSNews

Comments