ຂ່າວດີ !!! ໄລຍະພັກບຸນປີໃໝ່ນີ້ ຫົວໜ່ວຍທຸລະກິດ ຕ້ອງຈ່າຍຄ່າແຮງງານໃຫ້ຜູ້ອອກແຮງງານເຕັມຕາມປົກກະຕິ !!!

ກະຊວງແຮງງານ ແລະ ສະຫວັດດີການ ອອກແຈ້ງການ ເລກທີ 1114/ຮສສ, ນະຄອນຫຼວງວຽງຈັນ,​ ວັນທີ 11 ເມສາ 2020​ ເຖິງພະແນກແຮງງານ ແລະ ສະຫວັດດີການແຂວງ ແລະ ນະຄອນຫຼວງວຽງຈັນ ເລື່ອງການຈັດຕັ້ງປະຕິບັດມາດຕະການແຮງງານ ເພື່ອປ້ອງກັນແລະ ຄວມຄຸມການແຜ່ລະບາດພະຍາດໂຄວິດ-19.

ໃນຊ່ວງໄລຍະພັກບຸນປີໃໝ່ລາວປີນີ້ ແຕ່ວັນທີ 13-19 ເມສາ 2020​, ຫົວໜ່ວຍທຸລະກິດ, ການຜະລິດ ແລະ ການບໍລິການ ຕ້ອງຈ່າຍຄ່າແຮງງານໃຫ້ຜູ້ອອກແຮງງານເຕັມຕາມປົກກະຕິ, ຖ້າຫົວໜ່ວຍແຮງງານ ໃດມີຜູ້ອອກແຮງງານພັກເຊົາຢູ່ໃນຫໍພັກ ກໍໃຫ້ມີການຄຸ້ມຄອງຢ່າງເອົາໃຈໃສ່ ໂດຍໃຫ້ມີການແຕ່ງຕັ້ງຜູ້ຮັບຜິດຊອບຕິດຕາມດູແລ ຜູ້ອອກແຮງງານດັ່ງກ່າວ ເພື່ອໃຫ້ປະຕິບັດຕາມລະບຽບ ການຂອງຂັ້ນເທິງຢ່າງເຂັ້ມງວດ

ອ່ານລາຍລະອຽດຂອງແຈ້ງການລຸ່ມນີ້

Comments