ແຂວງບໍ່ແກ້ວ!!! ສະກັດກັ້ນສິນຄ້າພືດຜັກນຳເຂົ້າ ເພື່ອສົ່ງເສີມຜະລິດຢູ່ພາຍໃນ

ເພື່ອເປັນການຊຸກຍູ້ສົ່ງເສີມການຜະລິດພາຍໃນໃຫ້ມີຄວາມເຂັ້ມແຂງ ທັງຮັບປະກັນໃຫ້ແກ່ການບໍລິໂພກພາຍໃນແຂວງບໍ່ແກ້ວ ຫຼື ສົ່ງອອກໃຫ້ນັບມື້ນັບເພີ່ມຂຶ້ນ

ຫ້ອງວ່າການແຂວງບໍ່ແກ້ວ ຈຶ່ງໄດ້ອອກແຈ້ງການແນະນຳເຖິງ ສະພາປະຊາຊົນແຂວງ, ຫົວໜ້າພະແນກອ້ອມຂ້າງແຂວງ ຕະຫຼອດຮອດພໍ່ແມ່ປະຊາຊົນພາຍໃນແຂວງດັ່ງນີ້:

  1. ຫ້າມນຳເຂົ້າສິນຄ້າປະເພດພືດຜັກຕ່າງໆ ຈາກຕ່າງປະເທດ ແລ້ວຫັນມາສົ່ງເສີມ ໃຫ້ປະຊາຊົນ ແລະ ກຸ່ມການຜະລິດ ຕະຫຼອດຮອກທຸກພາກສ່ວນ
  2. ໃຫ້ພະແນກກະສິກຳ ແລະ ປ່າໄມ້ ສືບຕໍ່ຊຸກຍູ້ ສົ່ງເສີມ ທຸກພາກສ່ວນໃນການປູກ,​ການລ້ຽງ, ຕິດພັນກັບການຈັດຕັ້ງກຸ່ມຜະລິດ ໃຫ້ມີຈຳນວນເພີ່ມຂຶ້ນ
  3. ມອບໃຫ້ພະແນກອຸດສາຫະກຳ ແລະ ການຄ້າແຂວງ ຈັດຕັ້ງກຸ່ມເກັບຊື້ ພ້ອມທັງຊອກຕະຫຼາດທີ່ແນ່ນອນເພື່ອຮອງຮັບຜົນຜະລິດຂອງປະຊາຊົນ
  4. ໄລຍະການປະຕິບັດວຽກງານຕົວຈິງ ຫາກມີຂໍ້ສະດວກ ຫຼື ຂໍ້ຫຍຸ້ງຍາກ ແມ່ນໃຫ້ລາຍງານ ຂໍທິດຊີ້ນຳຈາກຂັ້ນເທີງເພື່ອມີທິດທາງໃນການແກ້ໄຂຊ່ວຍ.

Comments