ລັດຖະບານ ໄດ້ອອກຂໍ້ຕົກລົງ ໃຫ້ຫຼຸດລາຄາ ແລະ ຕໍ່ເວລາການຈ່າຍຄ່ານໍ້າຄ່າໄຟ ແກ່ປະຊາຊົນ ໄດ້ຮັບປະຕິບັດກັນແລ້ວບໍ່?

ໃນໄລຍະຜ່ານມາ ມີຫາງສຽງຈາກປະຊາຊົນຈໍານນວນຫຼາຍ ກ່ຽວກັບການສະເໜີໃຫ້ລັດຖະບານຊ່ວຍພິຈາລະນາການຫຼຸດຜ່ອນລາຄາຄ່ານໍ້າ ຄ່າໄຟ ໃຫ້ແກ່ປະຊາຊົນ ໃນຊ່ວງໄລຍະທີ່ໂຄວິດ-19 ລະບາດ ເນື່ອງຈາກມັນກະທົບຕໍ່ເສດຖະກິດຂອງລາວໂດຍກົງ ເຮັດໃຫ້ຫຼາຍກິດຈະການບໍ່ສາມາດຂັບເຄື່ອນໄດ້ ປະຊາຊົນ ຫຼື ພະນັກງານທົ່ວໄປຂາດລາຍໄດ້ ບໍ່ມີລາຍຮັບເຂົ້າ. ເຊິ່ງ ກໍ່ໄດ້ມີຂໍ້ຕົກລົງຢ່າງເປັນທາງການຂອງທ່ານນາຍົກຕໍ່ກັບມາດຕະການໃນການແກ້ໄຂຜົນກະທົບຕໍ່ເສດຖະກິດລາວ ດ້ວຍນະໂຍບາຍຫຼາຍຢ່າງນໍາກັນ. ໜຶ່ງໃນນີ້ ໃນຂໍ້ ທີ 7  ແມ່ນໃຫ້ຄົ້ນຄວ້າ ຜ່ອນຜັນລາຄາ ແລະ ຕໍ່ເວລາໃນການຊໍາລະຄ່ານໍ້າຄ່າໄຟຟ້າ ຂອງຜູ້ຊົມໃຊ້ໃນຄົວເຮືອນ ແລະ ພາກທຸລະກິດ.

ເຊິ່ງອີງຕາມຂໍ້ຕົກລົງຂອງນາຍົກລັດຖະມົນຕີ ວ່າດ້ວຍການກໍານົດນະໂຍບາຍ  ແລະ ມາດຕະການເພື່ອຫຼຸດຜ່ອນຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19ຕໍ່ເສດຖະກິດຂອງລາວ ສະບັບເລກທີ 31/ນຍ, ລົງວັນທີ 2 ເມສາ 2020 ມີເນື່ອໃນນະໂຍບາຍດັ່ງລຸ່ມນີ້:

Comments