5 ພາກສ່ວນ ມອບເຄື່ອງ ແລະ ເງິນຊ່ວຍເຫຼືອ ໃຫ້ລັດຖະບານ ເພື່ອແກ້ໄຂບັນຫາໂຄວິດ-19

ໃນຕອນເຊົ້າຂອງມື້ນີ້ ວັນທີ 10 ເມສາ 2020 ທີ່ ສຳນັກງານນາຍົກລັດຖະມົນຕີ, ນະຄອນຫຼວງວຽງຈັນ, ໄດ້ມີ 5 ພາກສ່ວນ ນຳເອົາເງິນ ແລະ ອຸປະກອນປ້ອງກັນພະຍາດ ມາມອບໃຫ້ລັດຖະບານ ເພື່ອປະກອບສ່ວນຮັບມື ແລະ ຄວບຄຸມການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ- 19 ໃນ ສປປ ລາວ.
ກ່າວຮັບເຄື່ອງຊ່ວຍເຫຼືອດັ່ງກ່າວແມ່ນທ່ານ ສົມດີ ດວງດີ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ- 19, ໂດຍມີລັດຖະມົນຕີກະຊວງສາທາລະນະສຸກ, ຜູ້ຕາງໜ້າກະຊວງການເງິນ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ແລະ ຜູ້ຕາງໜ້າຈາກທັງ 5 ພາກສ່ວນ ແລະ ພະນັກງານທີ່ກ່ຽວ ເຂົ້າຮ່ວມ.
ບັນດາພາກສ່ວນທີ່ໄດ້ປະກອບສ່ວນຊ່ວຍເຫຼືອໃນຄັ້ງນີ້ ມີ:
1) ຄອບຄົວການນຳ ແລະ ສະມາຄົມນັກທຸລະກິດຍິງໜຸ່ມ ມອບເຄື່ອງກວດອຸ່ນຫະຮ່າງກາຍ ແລະ ຜ້າອະນາໄມອັດປາກ-ດັງ ມູນຄ່າ 214.000.000 ກີບ, ຊຶ່ງຕາງໜ້າມອບໂດຍທ່ານ ນາງ ອາລຸນີ ກົມມະສິດ, ພັນລະຍາທ່ານລັດຖະມົນຕີ ກະຊວງການຕ່າງປະເທດ;


2) ບໍລິສັດ ສະກາຍໂທລະຄົມ ມອບເງິນ ຈຳນວນ 100.000.000 ກີບ, ມອບໂດຍທ່ານ ສຸບັນ ພັນທະວີ, ຜູ້ອຳນວຍການໃຫຍ່ບໍລິສັດ ສະກາຍໂທລະຄົມ;


3) ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ມອບເງິນ ຈຳນວນ 100.000.000 ກີບ, ມອບໂດຍທ່ານ ວັດດານາ ສຸຂະບັນດິດ, ຜູ້ອຳນວຍການໃຫຍ່ ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ;


4) ສະມາຄົມໃຫຍ່ຊາວຫວຽດນາມ ຢູ່ ສປປ ລາວ ຮ່ວມກັບນັກທຸລະກິດຫວຽດນາມຮ່ວມມື ແລະ ລົງທຶນ ຢູ່ ສປປ ລາວ ມອບເງິນ ຈຳນວນ 113.900.000 ກີບ, ມອບໂດຍທ່ານ ວິໄຊ ນະວຽງຈັນ, ປະທານສະມາຄົມໃຫຍ່ຊາວຫວຽດນາມ ຢູ່ ສປປ ລາວ ແລະ ທ່ານ ທ່ານ ຟ້າມ ກວາງ ຝູ, ຮອງປະທານສະມາຄົມນັກທຸລະກິດຫວຽດນາມຮ່ວມມື ແລະ ລົງທຶນ ຢູ່ ສປປ ລາວ;


5) ສຳນັກງານປົກປ້ອງເງິນຝາກ ມອບເງິນ ຈຳນວນ 50.000.000 ກີບ, ມອບໂດຍທ່ານ ຄຳໄຊ ພົມມະວີ, ຮອງຫົວໜ້າສຳນັກງານປົກປ້ອງເງິນຝາກ.


ໃນໂອກາດດັ່ງກ່າວ, ທ່ານ ຮອງນາຍົກລັດຖະມົນຕີ ສົມດີ ດວງດີ ໄດ້ສະແດງຄວາມຂອບໃຈ ຕໍ່ບັນດາພາກສ່ວນ ທີ່ໄດ້ນຳເອົາເງິນ ແລະ ອຸປະກອນປ້ອງກັນພະຍາດ ມາຊ່ວຍເຫຼືອລັດຖະບານ ໃນຄັ້ງນີ້, ຊຶ່ງເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດ ຂອງເຊື້ອພະຍາດ ໂຄວິດ-19 ຢູ່ ສປປ ລາວ ກໍ່ຄື ການປະຕິບັດມາດຕະການຕ່າງໆ ທີ່ລັດຖະບານວາງອອກ ໃຫ້ມີປະສິດທິພາບ, ປະສິດທິຜົນ ແລະ ສຳເລັດຕາມຄວາມມຸ່ງມາດປາດຖະໜາ ຂອງພວກເຮົາໝົດທຸກຄົນ. ພ້ອມກັນນັ້ນ ການຊ່ວຍເຫຼືອໃນຄັ້ງນີ້ ກໍ່ຍັງເປັນການຊຸກຍູ້ ແລະ ໃຫ້ກຳລັງໃຈອັນໃຫຍ່ຫຼວງ ແກ່ລັດ ຖະບານ, ພະນັກງານແພດ-ໝໍ, ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ແລະ ປະຊາຊົນລາວ, ຊຶ່ງລັດຖະບານ ຈະນຳໃຊ້ເງິນ ແລະ ອຸປະກອນ ທີ່ໄດ້ຮັບການຊ່ວຍເຫຼືອດັ່ງກ່າວ ໄປນຳໃຊ້ໃຫ້ຖືກເປົ້າໝາຍ, ສົມເຫດສົມຜົນ, ບົນພື້ນຖານປະຢັດມັດທະຍັດ ແລະ ເກີດປະໂຫຍດສູງສຸດ ຕໍ່ປະເທດຊາດ ແລະ ປະຊາຊົນ, ໂດຍສະເພາະ ອຸປະກອນປ້ອງກັນພະຍາດແມ່ນຈະນຳໄປມອບໃຫ້ໂຮງໝໍ, ເຂດຫຼໍ່ແຫຼມ ແລະ ເຂດທີ່ມີ ບໍ່ພຽງພໍ.
ນອກຈາກນັ້ນ, ທ່ານ ຮອງນາຍົກລັດຖະມົນຕີ ຍັງແຈ້ງໃຫ້ພາກສ່ວນຕ່າງໆ ຊາບກ່ຽວກັບສະພາບການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຢູ່ພາຍໃນ ແລະ ຕ່າງປະເທດ, ການປະຕິບັດວຽກງານ ຂອງລັດຖະບານ ກໍ່ຄື ຂອງຄະນະສະເພາະກິດ ແລະ ພາກສ່ວນກ່ຽວຂ້ອງ ໃນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຢູ່ ສປປ ລາວ ໃນໄລຍະຜ່ານມາ ກໍ່ຄື ປະຈຸບັນ ແລະ ທິດທາງແຜນການໃນຕໍ່ໜ້າ, ລວມທັງ ຂໍ້ຈຳກັດ, ຂໍ້ສະດວກຂອງ ສປປ ລາວ ໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ.
ນອກຈາກນີ້, ທ່ານຮອງນາຍົກລັດຖະມົນຕີ ຍັງຮຽກຮ້ອງໃຫ້ຄະນະຈາກ 5 ພາກສ່ວນທີ່ເຂົ້າມາມອບຄວາມຊ່ວຍເຫຼືອໃນຄັ້ງນີ້ ໃຫ້ແນະນຳພາກສ່ວນຕ່າງໆຂອງຕົນ, ລວມທັງຄອບຄົວ, ພາກທຸລະກິດ ຈົ່ງໃຫ້ຄວາມຮ່ວມມືປະຕິບັດມາດຕະການຕ່າງໆທີ່ລັດຖະບານ ກໍ່ຄື ຄະນະສະເພາະກິດວາງອອກຢ່າງເຂັ້ມງວດ ເພື່ອປ້ອງກັນຊີວິດຂອງຕົນ, ຄອບຄົວ, ສັງຄົມ ແລະ ປະເທດຊາດ.

ພາບ ແລະ ຂ່າວ: ກົມປະຊາສຳພັນ ຫສນຍ

Comments