ລວມຍອດມູນຄ່າຊ່ວຍເຫຼືອ ຈາກສັງຄົມແກ່ລັດຖະບານລາວ ເພື່ອຕ້ານໂຄວິດ-19

ພາຍຫຼັງທີ່ມີການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ສະເພາະຢູ່ ສປປ ລາວ ເຮົາເອງ ກໍ່ໄດ້ມີ ຫຼາຍພາກສ່ວນທັງພາຍໃນ ແລະ ຕ່າງປະເທດ ຕ່າງກໍໄດ້ມີນໍ້າໃຈບິແບ່ງຊັບສິນສ່ວນຕົວປະກອບສ່ວນຊ່ວຍເຫຼືອໃຫ້ລັດຖະບານ ເພື່ອນໍາໄປໃຊ້ເຂົ້າໃນວຽກງານເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ພະຍາດອັກເສບປອດທີ່ເກີດ ຈາກເຊື້ອຈຸລະໂລກສາຍພັນໃໝ່ໂຄວິດ-19.

 

ໃນໂອກາດເຂົ້າຮ່ວມຖະແຫຼງຂ່າວຮ່ວມຄະນະສະເພາະກິດ ທີ່ກະຊວງສາທາລະນະສຸກ, ທ່ານ ບຸນໂຈມ ອຸບົນປະເສີດ ຮອງລັດຖະມົນຕີກະຊວງການເງິນ ໄດ້ກ່າວວ່າ: ມາຮອດວັນທີ 16 ເມສາ 2020 ລັດຖະບານໄດ້ອະນຸມັດເງິນແຮສຸກເສີນ 2 ຄັ້ງລວມມູນຄ່າ 30 ຕື້ກີບ ເພື່ອໄປຊື້ອຸປະກອນການແພດ, ຜ້າປິດປາກ-ດັງ, ເຄື່ອງເຄມີ, ເຈວລ້າງມື, ຄ່າຫຸ້ມຫໍ່ ແລະ ການຈັດສົ່ງອຸປະກອນການແພດອື່ນໆ ພ້ອມຈ່າຍໃຫ້ນະຄອນຫຼວງ ແລະ ບັນດາແຂວງນຳໃຊ້ເຂົ້າໃນວຽກງານດັ່ງກ່າວ.

ທ່ານກ່າວຕື່ມວ່າ: ສຳລັບບ້ວງເງິນທີ່ໄດ້ຮັບຈາກການຊ່ວຍເຫຼືອຂອງອົງການຈັດຕັ້ງລັດ, ພາກສ່ວນຕ່າງໆຂອງສັງຄົມນັບແຕ່ 19 ກຸມພາ ເຖິງວັນທີ 16 ເມສາ 2020 ລັດຖະບານໄດ້ຮັບການຊ່ວຍເຫຼືອເປັນເງິນ ດັ່ງນີ້: ເປັນສະກຸນເງິນກີບ ຈຳນວນ 7,12 ຕື້ກວ່າກີບ; ໂດລາສະຫະລັດ ຈຳນວນ 37.390 ໂດລາ; ສະກຸນເງິນບາດ ຈຳນວນ 1,3 ລ້ານກວ່າບາດ.

ທ່ານໃຫ້ຮູ້ຕື່ມວ່າ: ສະເພາະການຮັບການຊ່ວຍເຫຼຶອ ຈາກລັດຖະບານ, ອົງການຈັດຕັ້ງສາກົນ ແລະ ສັງຄົມ ນັບແຕ່ເດືອນ ມັງກອນ ຮອດວັນທີ 16 ເມສາ 2020 ເປັນເຄື່ອງວັດຖຸອຸປະກອນ ແລະ ອື່ນໆ ການຊ່ວຍເຫຼຶອຈາກລັດຖະບານ ສປ ຈີນ ຈໍານວນ 02 ຄັ້ງ ມູນຄ່າ 7,4 ຕື້ ກີບ; ການຊ່ວຍເຫຼືອຈາກລັດຖະບານ ສສ ຫວຽດນາມ, ຈໍານວນ 8 ລາຍການ ມູນຄ່າ 300,000 ໂດລາສະຫະລັດ.

ສະເພາະ ກະຊວງປ້ອງກັນປະເທດ ສສ ຫວຽດນາມ ມອບໂດຍກົງໃຫ້ກະຊວງປ້ອງກັນປະເທດ ສປປ ລາວ ທັງໝົດ 9 ລາຍການຄື: ໜ້າກາກອະນາໄມຊະນິດຜ້າກັນລະອອງເປັນອາຍນໍ້າ ຈໍານວນ 100.000 ອັນ, ໜ້າກາກອະນາໄມສະເພາະການແພດ (ຜ້າປິດປາກ-ດັງ) ຈໍານວນ 30.000 ອັນ; ຊຸດເຄື່ອງກັ້ນ-ຕ້ານພະຍາດ ຈໍານວນ 2.000 ຊຸດ; ເຈວ (ນໍ້າຢາລ້າງມື ) ຈໍານວນ 5.000 ກ່ອງ; ເຄື່ອງພົ່ນຢາດ້ວຍມື ຈໍານວນ 10 ໜ່ວຍ; ເຄື່ອງຈັດພົ່ນຢາ ຈໍານວນ 5 ເຄື່ອງ; ຢາພົ່ນຂ້າເຊື້ອ (Clorin ) ຈໍານວນ 500 kg; ເອກະສານ ( ຖາມ-ຕອບ ຕ້ານໂຄວິດ ) ຈໍານວນ 2.000 ຫົວ; ປື້ມຄູ່ມືການກັ້ນພະຍາດໂຄວິດ-19 ຈໍານວນ 10 ຫົວ.

ການຊ່ວຍເຫຼືອຈາກສະຖານເອກອັກຄະລາດຊະທູດ ແຫ່ງລາດຊະອານາຈັກໄທ ປະຈໍາ ສປປ ລາວ, ຈໍານວນ 2 ລາຍການ ມູນຄ່າ 77 ລ້ານກວ່າກີບ; ຮັບການຊ່ວຍເຫຼືອເປັນ ວັດຖຸ ແລະ ອຸປະກອນ ຈາກ 53 ຄັ້ງ 45 ພາກສ່ວນ ຄາດຄະເນເປັນມູນຄ່າຮັບການຊ່ວຍເຫລືອ ປະມານ 24,08 ຕື້ກີບ. ສຳລັບການການແຈກຢາຍໃຫ້ແຕ່ລະພາກສ່ວນ ນັບແຕ່ເດືອນມັງກອນ ຮອດ ວັນທີ 16 ເມສາ 2020 ໄດ້ເບີກຈ່າຍເຄື່ອງໃຫ້ 79 ພາກສ່ວນ ໃນຂອບເຂດທົ່ວປະເທດ ນັບແຕ່ສູນກາງລົງຮອດທ້ອງຖິ່ນ.

ທີ່ມາ: ຂ່າວສານເສດຖະກິດ-ການຄ້າ

Comments