ການຄ້າ ປັບໃໝຜູ້ນຳເຂົ້າຜ້າອັດປາກບໍ່ຖືກຕ້ອງ ແລະ ຂຶ້ນລາຄາສິນຄ້າຕາມລຳພັງໃຈ 29 ຫົວໜ່ວຍ

ໃນກອງປະຊຸມປຶກສາຫາລືການຈັດຕັ້ງປະຕິບັດວຽກງານສົ່ງເສີມທຸລະກິດຂະໜາດນ້ອຍ ແລະ ກາງ, ວຽກງານອຳນວຍ ຄວາມສະດວກທາງດ້ານການຄ້າ, ວຽກງານສະເພາະກິດຕ້ານພະຍາດໂຄວິດ – 19 ແລະ ທິດທາງແຜນການຕໍ່ໜ້າ ທີ່ຈັດຂຶ້ນຢູ່ພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫຼວງວຽງຈັນ ( ອຄ.ນວ ) ໃນວັນທີ 21 ເມສາ 2020.

1 ໄດ້ມີການລົງຕິດຕາມກວດກາລາຄາສິນຄ້າ, ການສວຍໂອກາດຂຶ້ນລາຄາສິນຄ້າ, ການກັກຕຸນສິນຄ້າ ຢູ່ບັນດາຕະຫຼາດ, ຫ້າງຮ້ານໃນ ນວ ສ່ວນຫຼາຍເຫັນວ່າມີການຂາຍສິນຄ້າຕາມລາຄາທີ່ລັດກໍານົດ ຫຼື ຂາຍສິນຄ້າໃນລາຄາຕາມກົນໄກຕະຫຼາດ, ມີລາຄາທີ່ສົມເຫດສົມຜົນບໍ່ເປັນການເອົາປຽບຜູ້ຊົມໃຊ້; ສ່ວນວຽກງານການສະໜອງສິນຄ້າໂດຍລວມແລ້ວ ການສະໜອງສິນຄ້າເຫັນວ່າສາມາດຕອບສະໜອງກັບຄວາມຕ້ອງການຂອງຕະຫຼາດ ແລະ ໄດ້ກວດກາພົບເຫັນການນຳເຂົ້າສິນຄ້າທີ່ບໍ່ມີເອກະສານອະນຸຍາດນຳເຂົ້າ ເຊັ່ນ: ຜ້າອັດປາກ – ດັງ ຈຳນວນ 5 ແກັດ, ເຈລລ້າງມື 47 ແກັດ ມີມູນຄ່າປະມານ 35 ລ້ານກວ່າກີບ ເຊິ່ງເຈົ້າໜ້າທີ່ກວດກາການຄ້າ, ພະແນກ ອຄ.ນວ ກໍໄດ້ອາຍັດມາໄວ້ ແລະ ໄດ້ປະຕິບັດການປັບໃໝຕາມລະບຽບການແລ້ວຈຶ່ງໄດ້ສົ່ງຄືນໃຫ້ເຈົ້າຂອງ ເພາະວ່າສິນຄ້າດັ່ງກ່າວໄດ້ຮັບການຢັ້ງຢືນວ່າສາມາດນໍາໃຊ້ເຂົ້າໃນການປ້ອງກັນພະຍາດໂຄວິດ – 19 ໄດ້.

ພ້ອມກວດກາເຫັນການສວຍໂອກາດຂຶ້ນລາຄາສິນຄ້າຕາມລຳພັງໃຈ ເຊິ່ງບໍ່ປະຕິບັດຕາມແຈ້ງການກຳນົດລາຄາສິນຄ້າທີ່ລັດຄວບຄຸມ ເຊັ່ນ: ຊີ້ນໝູ, ຊີ້ນງົວ, ອາຍແກ໊ສ, ໝີ່ສໍາເລັດຮູບໄດ້ທັງໝົດ 29 ຫົວໜ່ວຍ ເຊິ່ງໄດ້ເຮັດບົດບັນທຶກຕັກເຕືອນ ແລະ ປັບໃໝຕາມລະບຽບການ.

ໄດ້ປະສານສົມທົບກັບບັນດາບໍລິສັດນຳເຂົ້າ ສິນຄ້າປະເພດເຄື່ອງອຸປະໂພກ ແລະ ບໍລິໂພກ ເພື່ອກວດກາສິນຄ້າທີ່ຄ້າງສາງຈຳນວນທີ່ຍັງມີຢູ່ຕົວຈິງເປັນແຕ່ລະຊະນິດ ແລະ ຊອກຫາວິທີທາງໃນການສະໜອງໃຫ້ພຽງພໍກັບຄວາມຕ້ອງການຂອງຕະຫຼາດ; ໄດ້ແນະນຳ, ກ່າວເຕືອນ ແລະ ສຶກສາອົບຮົມຫົວໜ່ວຍທຸລະກິດຮ້ານຕົວແທນຈໍາໜ່າຍເຄື່ອງດື່ມທີ່ມີທາດເຫຼົ້າ ເປັນຕົ້ນແມ່ນຮ້ານຄ້າຂາຍຍົກ – ຂາຍຍ່ອຍທົ່ວໄປໃຫ້ປະຕິບັດຕາມແຈ້ງການຂອງກະຊວງອຸດສາຫະກໍາ ແລະ ການຄ້າ ສະບັບເລກທີ 0393/ອຄ.ກຄພນ ລົງວັນທີ 14 ເມສາ 2020 ວ່າດ້ວຍຫ້າມຈຳໜ່າຍເຫຼົ້າ, ເບຍ ແລະ ເຄື່ອງດື່ມທີ່ມີທາດເຫຼົ້າທຸກປະເພດໃນໄລຍະບຸນປີໃໝ່ລາວ ເຫັນວ່າມີຫຼາຍຫົວໜ່ວຍໄດ້ປະຕິບັດຕາມແຈ້ງການດັ່ງກ່າວ.

2 ໄດ້ລົງຕິດຕາມກວດກາ, ຊຸກຍູ້ ແລະ ອອກແຈ້ງການໃຫ້ບັນດາໂຮງງານປະຕິບັດຕາມຄໍາສັ່ງເລກທີ 06/ນຍ ຢ່າງເຂັ້ມງວດ ແລະ ໄດ້ອອກແຈ້ງການໃຫ້ບັນດາໂຮງງານທີ່ສະເໜີຂໍດຳເນີນກິດຈະການຊົ່ວຄາວ 7 ໂຮງງານ ໃຫ້ຢຸດເຊົາກິດຈະການຊົ່ວຄາວ ພ້ອມທັງໄດ້ຊຸກຍູ້ໃຫ້ໂຮງງານທີ່ສະເໜີສ້າງຕັ້ງກິດຈະການຜະລິດຜ້າອັດປາກ – ອັດດັງ 3 ໂຮງງານ ໃຫ້ເລັ່ງຂະບວນການຕິດຕັ້ງເຄື່ອງຈັກເພື່ອສາມາດຜະລິດສະໜອງໃຫ້ຕະຫຼາດຕາມຄວາມຮຽກຮ້ອງຕ້ອງການຂອງສັງຄົມໂດຍໄວ.

3 ໄດ້ປະສານຂໍ້ມູນການນໍາເຂົ້າສິນຄ້າປະເພດເຄື່ອງອຸປະໂພກ ແລະ ບໍລິໂພກ ຈາກກອງຄຸ້ມຄອງພາສີເຂດ 5, ດ່ານພາສີຂົວມິດຕະພາບ ເຊິ່ງມີຕົວເລກການນໍາເຂົ້າ ໃນໄລຍະວັນທີ 1 ຫາ 13 ເມສາ 2020 ມີມູນຄ່າທັງໝົດ 132,5 ຕື້ກວ່າກີບ ແລະ ມີລົດຂົນສົ່ງສິນຄ້າຂາເຂົ້າ 2.749 ຖ້ຽວ ແລະ ຂາອອກ 174 ຖ້ຽວ.

ສຳລັບທິດທາງໃນຕໍ່ໜ້າ:

1 ສືບຕໍ່ລົງຕິດຕາມ, ກວດກາລາຄາສິນຄ້າ, ການສະໜອງສິນຄ້າຕາມຮ້ານຄ້າ ແລະ ຕະຫຼາດ ເພື່ອບໍ່ໃຫ້ມີການສວຍໂອກາດຂຶ້ນລາຄາສິນຄ້າຕາມລຳພັງໃຈ, ກັກຕຸນສິນຄ້າເພື່ອເກັງກຳໄລ.

2 ສືບຕໍ່ລົງກວດດາບັນດາໂຮງງານອຸດສາຫະກຳ ໂດຍສົມທົບກັບຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ ເພື່ອປະຕິບັດຄຳສັ່ງເລກທີ 06/ນຍ ຢ່າງເຂັ້ມງວດ.

ກອງປະຊຸມຄັ້ງນີ້ພາຍໃຕ້ການເປັນປະທານຂອງ ທ່ານ ອາດສະພັງທອງ ສີພັນດອນ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ມີຫົວໜ້າພະແນກ ອຄ.ນວ, ປະທານສະພາການຄ້າ ແລະ ອຸດສາຫະກຳ ນວ, ພ້ອມດ້ວຍບັນດາຂະແໜງການກ່ຽວຂ້ອງ 9 ຕົວເມືອງເຂົ້າຮ່ວມ.

ຂ່າວ: ສັນຕິ

ທີ່ມາ: ຂ່າວເສດຖະກິດ-ການຄ້າ

Comments