ໃຜຕົກວຽກຂໍເງິນປະກັນສັງຄົມຄືນໄດ້ ແຕ່ຕ້ອງມີເງື່ອນໄຂຕາມນີ້…..

ພວກເຮົາຮັບຮູ້ກັນດີວ່າ ໂຄວິດ19 ນັ້ນໄດ້ສົ່ງຜົນກະທົບບໍ່ໜ້ອຍເລີຍຕໍ່ມະນຸດເງິນເດືອນ ເພາະວ່າເກືອບທຸກຄົນໄດ້ຢຸດວຽກ, ຫຼາຍບໍລິສັດຫ້າງຮ້ານໄປບໍລອດຍ້ອນບໍ່ມີເງິນເຂົ້າ ແລະບໍ່ມີຫຍັງມາຈ່າຍເງິນເດືອນພະນັກງານຈຳເປັນຕ້ອງໂຈະທຸລະກິດ ຄົນກຸ່ມທີ່ຖືກໂຈະການເຮັດວຽກນີ້ຄືຜູ້ວ່າງງານ ເມື່ອວ່າງງານແລ້ວຖ້າເປັນສະມາຊິກອົງການກັນປະກັນສັງຄົມກໍດີແດ່ ຄືຈະສາມາດຂໍເງິນອຸດໜູນວ່າງງານໄດ້.

ເງື່ອນໄຂຂອງຜູ້ສາມາດຂໍເງິນອຸດໜູນວ່າງງານບໍ່ມີຫຍັງຊັບຊ້ອນ ພຽງແຕ່ຕ້ອງເປັນຜູ້ທີ່ໄດ້ຈ່າຍເງິນສົມທົບ 12 ເດືອນຂຶ້ນໄປ (ໝາຍເຖິງຜູ້ທີ່ໄດ້ເຂົ້າເປັນສະມາຊິກອົງການປະກັນສັງຄົມ) ແລະ ວ່າງງານຍ້ອນທຸລະກິດທີ່ເຮັດຢູ່ລົ້ມລະລາຍ, ຢຸດເຊົາກິດຈະການ, ສິ້ນສຸດໂຄງການຊ່ວຍເຫຼືອ ເພື່ອການພັດທະນາ, ວ່າງງານຍ້ອນຢຸດຊົ່ວຄາວເນື່ອງຈາກຜົນກະທົບໄພພິບັດ, ວ່າງຍ້ອນຫຼຸດຈຳນວນແຮງງານ ຫຼື ລະດົມໃຫ້ອອກວຽກ.

ຈາກນີ້ຜູ້ຮ້ອງຂໍເງິນອຸດໜູນຕ້ອງມີເອກະສານຢັ້ງຢືນຈາກຫົວໜ່ວຍແຮງງານທີ່ຖືກຕ້ອງ, ວ່າງງານ 30 ວັນຂຶ້ນໄປມີການຢັ້ງຢືນຈາກພາກສ່ວນກ່ຽວຂ້ອງ ທີ່ສຳຄັນມີສຸຂະພາບແຂງແຮງດີ ແລະສາມາດກັບຄືນສູ່ຕະຫຼາດແຮງງານໄດ້.

ສອບຖາມລາຍລະອຽດໄດ້ທີ່: ເພສ ປະກັນສັງຄົມແຫ່ງຊາດ ລີ້ງນີ້ເລີຍ

ຫຼືໂທ 1508

ທີ່ມາ: ຄິດອອກ

Comments