ຂ່າວດີ!!! ລັດ ປັບລົງລາຄານໍ້າມັນລົງ ທຸກຊະນິດ 400 ກີບຕໍ່ລິດ ເລີ່ມວັນທີ 24 ເມສາ 2020

ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ປະກາດ ປັບລາຄານໍ້າມັນເຊື້ອໄຟລົງ 400ກີບທຸກຊະນິດ ເລີ່ມປະຕິບັດໃນັວນທີ24 ເມສາ 2020 ເຮັດໃຫ້ນໍ້າມັນແອັດຊັງຢູ່ນະຄອນຫຼວງວຽງຈັນລົງມາຢູ່ທີ 7.680 ກີບຕໍ່ລິດ ແລະ ກາຊວນລົງມາຢູ່ທີ່ 7.040 ກີບຕໍ່ລິດ

ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ອອກແຈ້ງການເລກທີ 0423/ອຄ.ກຄພນ ນະຄອນຫຼວງວຽງຈັນ, ລົງວັນທີ 23 ເມສາ 2020 ເຖິງ ສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກ້ດ, ບັນດາບໍລິສັດນໍ້າມັນເຊື້ອໄຟ ແລະ ປໍ້າຂາຍຍ່ອຍນໍ້າມັນເຊື້ອໄຟ,
ເລື່ອງ ແຈ້ງປັບລົງລາຄາຂາຍຍ່ອຍນໍ້າມັນເຊື້ອໄຟ ໃນຂອບເຂດທົ່ວປະເທດ.

ລາຄາໃໝ່ຄັ້ງນີ້ ແມ່ນເລີ່ມປະຕິບັດໃນວັນທີ24 ເມສາ 2020  ເລລາ 06:00 ໂມງ ໃນຂອບເຂດທົ່ວປະເທດ, ການປັບລາຄາຄັ້ງນີ້ ແມ່ນໄດ້ເພີ່ມຄັງແຮ500 ກີບທຸກຊະນິດ ແລະປັບລົງລາຄານໍ້າມັນເຊື້ອໄຟ 400ກີບທຸກຊະນິດ.  ການຄິດໄລ່ເສຍພັນທະ ແລະ ຄ່າທໍານຽມຕ່າງໆ ແມ່ນໃຫ້ພາກສ່ວນກ່ຽວຂ້ອງ ຄິດໄລ່ຕາມທີ່ໄດ້ກໍານົດໄວ້ ໃນໂຄງສ້າງລາຄານໍ້າມັນເຊື້ອໄຟ
ສະບັບເລກທີ0301  ລົງວັນທີ 23 ເມສາ  2020 ຈົນກວ່າຈະມີການປຽນແປງ.

 

Comments