ຫາລື ກ່ຽວກັບການສ້າງຕັ້ງສະມາຄົມ ປົກປ້ອງຜູ້ຊົມໃຊ້

ຫາລື ກ່ຽວກັບການສ້າງຕັ້ງສະມາຄົມ ປົກປ້ອງຜູ້ຊົມໃຊ້ ເພື່ອປົກປ້ອງສິດຜົນປະໂຫຍດອັນຊອບທຳ.


ວັນທີ 20 ພຶດສະພາ 2022, ກົມການຄ້າພາຍໃນ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ສົມທົບ ກັບສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ຈັດກອງປະຊຸມປຶກສາຫາລື ແລະ ເຜີຍແຜ່ຄຳແນະນຳ ກ່ຽວກັບການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງສະມາຄົມປົກປ້ອງຜູ້ຊົມໃຊ້ ເລກທີ 0707/ອຄ.ກຄພນ, ລົງວັນທີ 30 ກໍລະກົດ 2020. ແນໃສ່ໃຫ້ຜູ້ເຂົ້າຮ່ວມໄດ້ຊ່ວຍໃນການເຜີຍແຜ່ ແລະ ກ້າວໄປເຖິງການປຸກລະດົມ ແລະ ຊຸກຍູ້ບັນດາສະມາຄົມ, ມູນນິທິ, ຜູ້ຊົງຄຸນວຸດທິ ຫລື ບຸກຄົນທົ່ວໄປ ທີ່ມີຄວາມສົນໃຈ ແລະ ມີມາດຖານເງື່ອນໄຂພຽງພໍ ໄດ້ພິຈາລະນາຄົ້ນຄວ້າສ້າງຕັ້ງສະມາຄົມປົກປ້ອງຜູ້ຊົມໃຊ້ຂຶ້ນໃນອະນາຄົດ.


ກອງປະຊຸມໃນຄັ້ງນີ້ແມ່ນ: ມີຈຸດປະສົງເພື່ອສ້າງຄວາມຮັບຮູ້ ແລະ ຄວາມເຂົ້າໃຈໂດຍລວມ ກ່ຽວກັບ ວຽກງານການປົກປ້ອງຜູ້ຊົມໃຊ້, ການແກ້ໄຂຂໍ້ຂັດແຍ່ງ ລະຫວ່າງ ຜູ້ສະໜອງ ແລະ ຜູ້ຊົມໃຊ້ ກໍຄືການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາ ຂອງຜູ້ຊົມໃຊ້ ຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ.


ທັງເປັນການປຶກສາຫາລື ກ່ຽວກັບ ການສ້າງຕັ້ງສະມາຄົມປົກປ້ອງຜູ້ຊົມໃຊ້ ໂດຍສະເພາະ ແມ່ນ ການແລກປ່ຽນບົດຮຽນ ແລະ ປະສົບການໃນການສ້າງຕັ້ງສະມາຄົມຕ່າງໆ ໃນໄລຍະຜ່ານມາ ທີ່ຍົກໃຫ້ເຫັນເຖິງ ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ຄວາມຍືນຍົງ ຂອງສະມາຄົມ.


ຂໍ້ມູນ: ຂປລ

Comments